ຂ່າວລະບຸວ່າ: ບັນດາຜູ້ຂຽນ ໄດ້ຍົກສາເຫດຈຳນວນໜຶ່ງທີ່ເຮັດໃຫ້ ຫວຽດນາມຮຸ່ງແຈ້ງຂຶ້ນ, ໃນນັ້ນຕ້ອງເວົ້າເຖິງປັດໄຈທຳອິດ ແມ່ນກຳລັງແຮງດ້ານເສດຖະກິດ. ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນຈະມີການເຕີບໂຕແຕ່ 5 – 6%/ປີ, ດ້ວຍການບໍລິໂພກ, ການສົ່ງອອກ ແລະ ການລົງທຶນຢ່າງແຮງ. ຄວາມເປັນປົກກະຕິດ້ານການເມືອງ ນຳມາຊຶ່ງສະພາບແວດລ້ອມທີ່ຄາດຄະເນຢ່າງງ່າຍດາຍ ຊຶ່ງແມ່ນສິ່ງທີ່ຫາຍາກຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ. ບົດຂຽນ ໄດ້ສະຫຼຸບວ່າ, ຫວຽດນາມ ພົ້ນເດັ່ນຂຶ້ນຍ້ອນມີຄວາມຂະຫຍັນຂັບເຄື່ອນດ້ານເສດຖະກິດ, ມີທ່າໄດ້ປ່ຽບດ້ານຄ່າໃຊ້ຈ່າຍ ແລະ ບັນດານະໂຍບາຍຍຸດທະສາດ. ຄວາມສາມາດໃນການດຶງດູດການລົງທຶນເຕັກໂນໂລຊີສູງ ແລະ ການເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກ ໄດ້ນຳຫວຽດນາມ ກາຍເປັນປະເທດນຳໜ້າ ກ່ຽວກັບການດຶງດູດ FDI ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
“ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດ ຖືເປັນບາດກ້າວໃໝ່ຂອງເຂດບໍລິຫານພິເສດຮົງກົງຈາກການບໍລິຫານໄປສູ່ຄວາມຈະເລີນຮຸ່ງເຮືອງ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມານີ້, ທ່ານ ຫຼີເຈ່ຍຊ່າວ ຜູ້ວ່າການອົງການປົກຄອງເຂດບໍລິຫານພິເສດຮົງກົງຂອງຈີນ ໄດ້ປະກາດ “ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດ (2026-2030)” ໃນກອງປະຊຸມສະພານິຕິບັນຍັດຂອງເຂດພິເສດ ແລະ ໄດ້ເຜີຍແຜ່ບົດລາຍງານການບໍລິຫານການເມືອງປີ 2026. ທ່ານ ຫຼີເຈ່ຍຊ່າວ ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ 5 ປີຄັ້ງທຳອິດແມ່ນແຜນຜັງສຳລັບການພັດທະນາເສດຖະກິດ-ສັງຄົມຂອງຮົງກົງ, ແມ່ນຂີດໝາຍທີ່ສຳຄັນຂອງຮົງກົງໃນການຫັນປ່ຽນຈາກໄລຍະການບໍລິຫານໄປສູ່ໄລຍະຄວາມຈະເລີນຮຸ່ງເຮືອງ.
ຄໍາເຫັນ