ຫວຽດນາມ - ກຸ່ມບໍລິສັດເຢຍລະມັນ ຮ່ວມມືຖ່າຍທອດເຕັກໂນໂລຊີ

ຫວຽດນາມ - ກຸ່ມບໍລິສັດເຢຍລະມັນ ຮ່ວມມືຖ່າຍທອດເຕັກໂນໂລຊີ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ກຸມພາ ຜ່ານມາຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ ໂຣແລນ ບູຊ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Siemens (ເຢຍລະມັນ) ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ຂ່າວລາຍງານວ່າ, ໃນການຕີລາຄາບົດບາດ ແລະ ທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີຣົບ ແລະ ໃນໂລກ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ເຮັດໃຫ້ການພົວພັນກັບ ເຢຍລະມັນ ເລິກເຊິ່ງໃນທຸກຂົງເຂດ. ທ່ານ ຟ້າມມິງຈິງ ສະເໜີໃຫ້ບໍລິສັດ Siemens ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳ ຢູ່ ຫວຽດນາມ; ສະໜັບສະໜູນ ຫວຽດນາມ ໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ສະໜັບສະໜູນການເງິນ, ຖ່າຍທອດວິທະຍາສາດການບໍລິຫານ; ສ້າງ, ລະບອບ ລະບຽບການ ໃຫ້ສົມບູນແບບ, ເໝາະສົມກັບທ່າອ່ຽງພັດທະນາໃນໂລກ ແລະ ເໝາະສົມກັບສະພາບການຂອງ ຫວຽດນາມ.
ທ່ານ ໂຣແລນ ບູຊ ໃຫ້ຮູ້ວ່າ: Siemens ແມ່ນກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງ ເຢຍລະມັນ, ສຸມໃສ່ບັນດາຂົງເຂດອຸດສາຫະກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ແລະ ການແພດ. ສ້າງຫ້ອງການຕາງໜ້າຢູ່ ຫວຽດນາມ ແຕ່ປີ 1993, ປັດຈຸບັນ, Siemens ຮ່ວມມືຢ່າງມີປະສິດທິຜົນກັບ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນພະລັງງານທົດແທນ ແລະ ຄົມມະນາຄົມຂົນສົ່ງ. ໄລຍະຈະມາເຖິງ, Siemens ຈະສືບຕໍ່ຊ່ວຍເຫຼືອ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສະໜັບສະໜູນບັນດາວິສາຫະກິດ ຫວຽດນາມ ບືນຕົວຂຶ້ນຢູ່ແຖວໜ້າໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 14 ກໍລະກົດ ຜ່ານມາ, ທ່ານນາງ ເອຣິກາ ສະແຕນຟອຣດ ລັດຖະມົນຕີກະຊວງສຶກສາ ຂອງນູແວນເຊລັງ ກ່າວໃນຖະແຫຼງການວ່າ: ດ້ວຍຈໍານວນນັກສຶກສາຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2023, "ລັດຖະບານຈຶ່ງຕ້ອງການເລັ່ງການເຕີບໂຕດັ່ງກ່າວ”.
ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ຖະ​ແຫຼ​ງການ​ຮ່ວມ​ຈາກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 58 ທີ່​ນຳອອກມາເຜີຍ​ແຜ່ຫວ່າງມໍ່ໆມານີ້​ວ່າ: ການ​ຊຸກຍູ້​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ, ການ​ຮ່ວມ​ມື​ກັບບັນດາ​ຄູ່​ຮ່ວມ​ມືທີ່ມິດ ແລະ ຍາດແຍ່ງເອົາຄວາມໄດ້ປຽບຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃນລະດັບສູງສຸດເປັນ​ຍຸດ​ທະ​ສາດ​ທີ່​ບັນດາ​ປະ​ເທດ​ອາ​ຊຽນຈະ​ປະຕິບັດ​ ເພື່ອ​ຮັບມືກັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ.
ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ກະຊວງ​ການ​ຄ້າ ​ແລະ​ ອຸດສາຫະກຳ ຂອງ​ສິງກະ​ໂປ ລາຍງານ​ການ​ຄາດ​ຄະ​ເນໂຕເລກ​ເບື້ອງ​ຕົ້ນ​ວ່າ, ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ໃນໄຕມາດທີສອງ (ເມສາ - ມິຖຸນາ) ຂອງປີ 2025, ​ເພີ່ມ​ຂຶ້ນ 4,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ຊຶ່ງສູງ​ກວ່າ​ການ​ເຕີບ​ໂຕ 4.1% ​ໃນ​ໄຕ​ມາດ​ທຳ​ອິດ.
ສຸສານລາຊະວົງເຊ້ຍຕາເວັນຕົກ ຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ

ສຸສານລາຊະວົງເຊ້ຍຕາເວັນຕົກ ຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມມໍລະດົກໂລກຄັ້ງທີ 47 ຂອງອົງການສຶກສາ,ວິທະຍາສາດ ​ແລະ ວັດທະນະທຳສະຫະປະຊາຊາດ ຫຼື UNESCO ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ຮັບຮອງເອົາມະຕິ ໂດຍຈັດເອົາສຸສານລາຊະວົງເຊ້ຍຕາເວັນຕົກທີ່ຈີນຮ້ອງຂໍຂຶ້ນທະບຽນເຂົ້າໃນ “ລາຍຊື່ມໍລະດົກໂລກ”.ມາຮອດປັດຈຸບັນ, ຈຳນວນມໍລະດົກໂລກຂອງຈີນໄດ້ບັນລຸເຖິງ 60 ລາຍການ.
ວິທະ​ຍາ​ສາດ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ​ປະ​ກອບ​ສ່ວນ 5% ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດຫວຽດນາມ

ວິທະ​ຍາ​ສາດ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ​ປະ​ກອບ​ສ່ວນ 5% ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ເມື່ອຫວຽດນາມວາງເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບສອງຕົວເລກນັ້ນ, ວິທະຍະສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຕ້ອງປະກອບສ່ວນ 5% ເຂົ້າໃນການເຕີບໂຕເສດຖະກິດ.
ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ຫວ່າງບໍ່ດົນມານີ້, ບໍ​ລິ​ສັດ XIAOPENG ​ຊຶ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ປະ​ກາດ​ວ່າໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດທີ່​ມີສະ​ມັດ​ຖະ​ພາບ​ສູງ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.
ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ອູເຍມິນອອງ ປະທານສະຫະພັນເຂົ້າມຽນມາ ເປີດເຜີຍວ່າ: ສະຫະພັນເຂົ້າວາງແຜນທີ່ຈະໃຊ້ພະລັງງານແສງຕາເວັນໃນໂຮງສີເຂົ້າສຳລັບຜະລິດເຂົ້າເພື່ອສົ່ງອອກ.
3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມານີ້ວ່າ: ຖະແຫຼງການຈາກກະຊວງ​ວັດທະນະທຳ​ແລະ ​ວິຈິດ​ສິນ​ຂອງ​ກຳປູ​ເຈຍ​ ລະບຸວ່າ: ອະນຸສອນສະຖານຂອງ​ກຳປູ​ເຈຍ ​(The Cambodian Memorial Sites) ໄດ້ຮັບການຂຶ້ນທະບຽນເປັນ​ມໍລະດົກ​ໂລກ​ ຂອງ​ອົງການ UNESCO ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ​ອົງການ UNESCO ທີ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ. ໂດຍການຂຶ້ນທະບຽນຄັ້ງນີ້ເຮັດໃຫ້ກຳປູເຈຍມີຈໍານວນແຫຼ່ງມໍລະດົກໂລກເພີ່ມຂຶ້ນເປັນ 5 ແຫ່ງ.
ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ຂ່າວຕ່າງປະເທດລາຍງານວ່າ: ກະ​ຊວງ​ປ້ອງກັນຄວາມສະຫງົບ​ ຍີ່​ປຸ່ນ ເປີດເຜີຍວ່າ, ຊາວ​ຍີ່​ປຸ່ນ​ຍັງ​ຊັກ​ຊ້າ​ໃນ​ການ​ນຳ​ໃຊ້ Generative AI ແລະ ຊຸກ​ຍູ້​ໃຫ້​ພົນ​ລະ​ເມືອງ​ຝຶກ​ນຳ​ໃຊ້ AI ໃນ​ຊີ​ວິດ​ປະ​ຈຳ​ວັນຫຼາຍຂຶ້ນ.
ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ກໍລະກົດ ຜ່ານມາ ຢູ່ນະຄອນເກີ່ນເທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ.
ເພີ່ມເຕີມ