ຫວຽດນາມ ຍົກສູງບົດບາດUNESCO ໃນການຊອກຫາວິທີແກ້ໄຂສິ່ງທ້າທາຍທົ່ວໂລກ

ຫວຽດນາມ ຍົກສູງບົດບາດUNESCO ໃນການຊອກຫາວິທີແກ້ໄຂສິ່ງທ້າທາຍທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ຢູ່ສຳນັກງານອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ທ່ານນາງ ຫງວຽນທິເວິນແອັງ ເອກອັກຄະລັດຖະທູດຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໄດ້ຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຕໍ່ທ່ານນາງອໍເດ ອາຊູເລ ຜູ້ອຳນວຍການໃຫຍ່ UNESCO.
ຂ່າວລະບຸວ່າ: ໃນພິທີ, ທ່ານນາງ ຫງວຽນທິເວິນແອັງໄດ້ເນັ້ນໜັກວ່າ: ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ, ບົດບາດ ແລະ ການປະກອບສ່ວນຂອງ ສປຊ ແລະ UNESCO ໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ ທີ່ພວມນັບມື້ນັບເພີ່ມຂຶ້ນ, ຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການພັດທະນາແບບຍືນຍົງໃນທົ່ວໂລກ.
ສ່ວນທ່ານນາງ ອໍເດ ອາຊູເລໄດ້ຍົກສູງບົດບາດ ກໍຄືການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງ ຫວຽດນາມ ຢູ່ UNESCO. ທ່ານຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງ ຫວຽດນາມ ແລະ UNESCO ໃນທຸກຂົງເຂດ, ຖືນີ້ແມ່ນຮູບແບບການຮ່ວມມືທີ່ເປັນແບບຢ່າງ.

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ