ຫວຽດນາມ ຍົກສູງຄວາມຮັບຮູ້ບົດບາດຂອງນະວັດຕະກຳໃນການພັດທະນາເສດຖະກິດ-ສັງຄົມ

ຫວຽດນາມ ຍົກສູງຄວາມຮັບຮູ້ບົດບາດຂອງນະວັດຕະກຳໃນການພັດທະນາເສດຖະກິດ-ສັງຄົມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ພິທີສະຫຼອງວັນນະວັດຕະກຳໂລກປີ 2024 (ວັນທີ 21 ເມສາ)ຢູ່ ຮ່າໂນ້ຍ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈັດຂຶ້ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບບົດບາດຂອງນະວັດຕະກຳໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສັງຄົມຍືນຍົງ ແລະ ຊຸກຍູ້ການພັດທະນາທຸກດ້ານຂອງມະນຸດ.
ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກ່າວຄຳເຫັນໃນພິທີວ່າ: ຄວາມສາມາດນະວັດຕະກຳຂອງ ຫວຽດນາມ ຄວນສືບຕໍ່ໄດ້ຮັບການປັບປຸງຢ່າງແຂງແຮງກວ່າເກົ່າໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນໂດຍກົງ ເຂົ້າໃນການເພີ່ມສະມັດຖະພາບການອອກແຮງງານ ແລະ ຄຸນນະພາບຜະລິດຕະພັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ຫວຽດນາມ ພວມຫັນປ່ຽນຮູບແບບການເຕີບໂຕ ອີງໃສ່ທຶນ ແລະ ແຮງງານ ໄປເປັນຮູບແບບການເຕີບໂຕ ອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ນີ້ແມ່ນເປົ້າໝາຍໃນໄລຍະຍາວນານ, ຕ້ອງມີການເຂົ້າຮ່ວມ, ການຮ່ວມແຮງຮ່ວມໃຈຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະ ທົ່ວສັງຄົມໃນການໝູນໃຊ້ ແລະ ພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນອາຊະຍາກຳຂອງອົສຕຣາລີ (AIC) ເປີດເຜີຍບົດລາຍງານໃນວັນທີ 14 ສິງຫາ ຜ່ານມາລະບຸວ່າ, ເກືອບເຄິ່ງໜຶ່ງຂອງຜູ້ໃຊ້ອິນເຕີເນັດໄດ້ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ ໃນໄລຍະ 12 ເດືອນຜ່ານມາ.
ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ, ລະດູໄຟປ່າໃນເອີຣົບໄດ້ເຜົາທຳລາຍເນື້ອທີ່ທັງໝົດ 439,568 ເຮັກຕາ ແລ້ວ ໃນປີ 2025 ຊຶ່ງຫຼາຍກວ່າຄ່າສະເລ່ຍໄລຍະ 19 ປີ ໃນໄລຍະດຽວກັນກວ່າສອງເທົ່າ. ໂດຍສະຖິຕິດັ່ງກ່າວ​ນີ້​ກວມເອົາ​ໄຟ​ປ່າຂະໜາດໃຫຍ່​ກວ່າ 30 ​ເຮັກຕາ ທີ່​ກວດ​ພົບ​ໂດຍສູນ​ຄຸ້ມ​ຄອງເຫດ​ສຸກ​ເສີນ Copernicus ຂອງ​ສະຫະພາບ​ເອີຣົບ.
ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ໂກກິ ມູຣາຊາ ຮອງປະທານບໍລິຫານຂອງບໍລິສັດພະລັງງານອິນໂດເນເຊຍ (PT Pertamina) ເປີດເຜີຍວ່າ: ບໍລິສັດໄດ້ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນທີ່ຜະລິດຈາກນ້ຳມັນປຸງແຕ່ງອາຫານທີ່ໃຊ້ແລ້ວງວດທຳອິດ.
ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ຂ່າວສານຊີອາໄອລາຍງານວ່າ: ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງການເງິນຈີນວ່າ, ຫວ່າງມໍ່ໆມານີ້, ກະຊວງການເງິນຈີນຮ່ວມກັບກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ຈັດສັນງົບປະມານຈາກສູນກາງມູນຄ່າ 1 ຕື້ 146 ລ້ານຢວນເຂົ້າໃນການຕ້ານໄພ ແລະ ກູ້ໄພດ້ານການຜະລິດກະສິກຳ ເພື່ອສະໜັບສະໜູນ 13 ແຂວງ ທີ່ເປັນແຫຼ່ງຜະລິດທັນຍາຫານຕົ້ນຕໍໃນການປະຕິບັດນະໂຍບາຍ “ສີດເທື່ອໜຶ່ງຊຸກຍູ້ຫຼາຍລາຍການ” ສຳລັບທັນຍາຫານໃນລະດູໃບໄມ້ຫຼົ່ນ, ອອກແຮງຢ່າງສຸດຂີດເພື່ອເຮັດວຽກງານປ້ອງກັນ, ຫຼຸດຜ່ອນໄພ ແລະ ຊຸກຍູ້ຜົນຜະລິດຢ່າງໝັ້ນທ່ຽງໃຫ້ດີ.
ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ໄຟໄໝ້ປ່າ​ຫຼາຍຈຸດກຳລັງ​ແຜ່​ລາມ​​ໃນ​ຫຼາຍ​ປະ​ເທດ​ພາກ​ໃຕ້​ຂອງ​ເອີ​ຣົບ, ໂດຍ​ສະ​ເພາະ​ແມ່ນ​ເກຼັກ ແລະ​ ແອັດສະປາຍ ຕ້ອງ​ອົບ​ພະ​ຍົບ​ປະຊາຊົນຫຼາຍ​ພັນ​ຄົນ. ໃນຂະນະທີ່ນັກວິທະຍາສາດເຕືອນວ່າ: ພາວະໂລກຮ້ອນເຮັດໃຫ້ຄື້ນຄວາມຮ້ອນຮຸ່ນແຮງຂຶ້ນ ແລະ ເພີ່ມຄວາມສ່ຽງຕໍ່ວິກິດການໄຟ ໄໝ້ປ່າໃນພາກໃຕ້ຂອງເອີຣົບ.
ເນປານ ຈະອະນຸຍາດໃຫ້ປີນພູໂດຍບໍ່ເສຍເງິນ

ເນປານ ຈະອະນຸຍາດໃຫ້ປີນພູໂດຍບໍ່ເສຍເງິນ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ເນ​ປານ​ ຈະ​ອະນຸຍາດ​ໃຫ້​ປີນ​ພູຫິມາໄລ 97 ​ໜ່ວຍໄດ້ໂດຍບໍ່ເສຍເງິນ​ເປັນ​ເວລາ 2 ປີ ​ເພື່ອ​ຊຸກຍູ້​ການທ່ອງທ່ຽວ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ.
ອິນໂດເນເຊຍ ພົບນັກລົງທຶນສ່ວນໃຫຍ່ໃນຕະຫຼາດຫຸ້ນ ອາຍຸຕໍ່າກວ່າ 30 ປີ

ອິນໂດເນເຊຍ ພົບນັກລົງທຶນສ່ວນໃຫຍ່ໃນຕະຫຼາດຫຸ້ນ ອາຍຸຕໍ່າກວ່າ 30 ປີ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການບໍລິການທາງດ້ານການເງິນຂອງອິນໂດເນເຊຍ ລາຍງານວ່າ: ນັກລົງທຶນຂະໜາດນ້ອຍໃນຕະຫຼາດຫຼັກຊັບອິນໂດເນເຊຍ (IDX) ຫຼາຍກວ່າເຄິ່ງໜຶ່ງມີອາຍຸຕໍ່າກວ່າ 30 ປີ. ໂດຍຈໍານວນນັກລົງທຶນຂະໜາດນ້ອຍທັງໝົດມີປະມານ 17.57 ລ້ານຄົນ ເມື່ອນັບຮອດວັນທີ 8 ສິງຫາ ຜ່ານມາ, ໂດຍເພີ່ມຂຶ້ນ 2.7 ລ້ານຄົນ ຫຼື 18.15% ເມື່ອທຽບໃສ່ປີຜ່ານມາ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​

ຂ່າວສານຊີອາໄອລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​ ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອິນ​ຊອນ​ ປະ​ເທດ​ ສ ເກົາ​ຫຼີ. ໂດຍມີລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈາກ​ສາມ​ປະ​ເທດ ​ແລະ​ ທ່ານ​ອື່ນໆ​​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຫວຽດນາມ ພັດທະ​ນາ​ຮອບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ​ບັນ​ດາ​​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

ຫວຽດນາມ ພັດທະ​ນາ​ຮອບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ​ບັນ​ດາ​​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 13 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ສະຫຼຸບໂຄງການປະຕິບັດເປົ້າ ໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2025 ແລະ ກຳນົດທິດທາງເນື້ອໃນໄລຍະ 2026 – 2030. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ສົມທົບກັບແບບທາງໄກໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ໃນທົ່ວປະເທດ.
OECD ເຕືອນ ຂີ້ເຫຍື້ອພລາສຕິກໃນອາຊີຈະເພີ່ມຂຶ້ນ 70% ພາຍໃນປີ 2050

OECD ເຕືອນ ຂີ້ເຫຍື້ອພລາສຕິກໃນອາຊີຈະເພີ່ມຂຶ້ນ 70% ພາຍໃນປີ 2050

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບ​ຫຼ້າ​ສຸດ​ຂອງ​ອົງການ​ຮ່ວມ​ມື​ທາງເສດຖະກິດ ແລະ ​ການ​ພັດທະນາ ​(OECD) ​ເປີດ​ເຜີຍ​ວ່າ, ຂີ້​ເຫຍື້ອພລາສຕິກ​ທີ່ຮົ່ວ​ໄຫຼອອກ​ສູ່​ສິ່ງ​ແວດ​ລ້ອມ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ລວມທັງ​ຈີນ, ຍີ່ປຸ່ນ, ​ແລະ ສ​ ເກົາຫຼີ ອາດ​ຈະ​ເພີ່ມ​ຂຶ້ນ​ເກືອບ 70% ​ໃນ​ປີ 2050 ​ເມື່ອ​ທຽບ​ໃສ່​ປີ 2022 ຖ້າ​ບໍ່​ມີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ.
ເພີ່ມເຕີມ