ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ມິຖຸນາ ຜ່ານມາ, ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ ແລະ ເຂດພິເສດ.

 

ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນໃນພິທີປະກາດທີ່ນະຄອນໂຮ່ຈິມິນ ວ່າ: ການເຄື່ອນໄຫວຮູບແບບອຳນາດການປົກຄອງ 2 ຂັ້ນໃຫ້ແກ່ນະຄອນໂຮ່ຈິມິນ ເປີດກວ້າງ, ບໍ່ພຽງແຕ່ແມ່ນເຫດການດ້ານການບໍລິຫານເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນປ່ຽນຍຸດທະສາດ, ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສຂອງປະຊາຊົນ ແລະ ປະເທດຊາດ ໃນການເຄື່ອນໄຫວສ້າງເຂດກຳລັງໜູນພັດທະນາຂອງ ຫວຽດນາມ ແລະ ພາກພື້ນ. ເຂດພັດທະນາໃໝ່ນີ້ໄດ້ສ້າງຂຶ້ນບົນວິໄສທັດຍາວໄກ, ມຸ່ງໄປເຖິງການພັດທະນາຢ່າງຄົບຊຸດ, ຍືນຍົງ ແລະ ມີວິທະຍາສາດ. ນີ້ແມ່ນບາດກ້າວນຳໜ້າ, ມີລັກສະນະບຸກທະລຸໃນການປັບປຸງກົງຈັກອຳນາດການປົກຄອງເຂດຕົວເມືອງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຢ່າງໄວ, ແຂງແຮງ, ມີປະສິດທິຜົນຂອງເຂດຫັນເປັນຕົວເມືອງສູງທີ່ສຸດໃນທົ່ວປະເທດ.

ໃນຂະນະດຽວກັນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳໃນພິທີປະກາດທີ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ສະເໜີໃຫ້ ນະຄອນຫຼວງຮ່າໂນ້ຍ ຕ້ອງສຸມໃສ່ຊີ້ນຳຂັ້ນຄະນະພັກ, ອຳນາດການປົກຄອງທຸກຂັ້ນ; ພິເສດແມ່ນນຳພາຄະນະພັກ, ອຳນາດການປົກຄອງ 126 ຕາແສງໃໝ່ນັບແຕ່ເມື່ອເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ຕ້ອງເຄື່ອນໄຫວຢ່າງລຸລ່ວງ, ຄົບຊຸດ, ມີປະສິດທິຜົນ; ບໍ່ໃຫ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວທີ່ເປັນປົກກະຕິຂອງສັງຄົມ, ພິເສດແມ່ນບັນດາວຽກງານກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳພິທີປະກາດຢູ່ນະຄອນຫາຍຟ່ອງ, ທ່ານສະເໜີວ່າ: ສ້າງຮູບແບບນະຄອນສັງຄົມນິຍົມ, ພັດທະນາຢ່າງວ່ອງໄວ, ຍືນຍົງ, ທັນສະໄໝ, ສີວິໄລ; ສ້າງບັນດາເສົາຄ້ຳເສດຖະກິດຫຼາຍຂະແໜງ, ທັນສະໄໝ, ແກ່ງແຍ້ງທົ່ວໂລກ, ຮູບແບບຂອງອຸດສາຫະກຳເຕັກໂນໂລຊີສູງ, ນະວັດຕະກຳ, ການບໍລິການ logistics ລະດັບສາກົນ; ສ້າງພື້ນຖານໂຄງລ່າງຍຸດທະສາດ, ຄົບຊຸດ, ທັນສະໄໝ ແລະ ອັດສະລິຍະ, ສ້າງກຳລັງໜູນເຊື່ອມຕໍ່ເຂດ, ເຊື່ອມຕໍ່ພາກພື້ນ ແລະ ສາກົນ.

ທີ່ນະຄອນເກິນເທີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງ 3 ທ້ອງຖິ່ນແມ່ນ ເກິນເທີ, ເຮົາຢາງ, ຊອກຈັງ ຕ້ອງສົມທົບກັນຢ່າງຮີບເຮັ່ງ, ດຳເນີນການຢ່າງມິແບບມີແຜນ, ມີວິທະຍາສາດຕາມການແນະນຳຂອງສູນກາງ. ທ່ານປະທານສະພາແຫ່ງຊາດ ສະເໜີວ່າ: ຕ້ອງຈັດຕັ້ງ, ສັບຊ້ອນພະນັກງານ, ພາລະກອນ, ລັດຖະກອນຢູ່ບັນດາຫົວໜ່ວຍບໍລິຫານໃໝ່ເປັນປົກກະຕິໂດຍໄວ, ຮັບປະກັນການເຊື່ອມຕໍ່ໃຫ້ລຸລ່ວງ, ບໍ່ຖືກຂາດວັກຂາດຕອນໃນການສະໜອງການບໍລິການສາທາລະນະ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດຢ່າງສຸດຈິດສຸດໃຈ. ປະຕິບັດການຈັດສຳນັກງານ, ຕິດຕັ້ງເຄື່ອງອຸປະກອນເຮັດວຽກເພື່ອຮັບໃຊ້ບັນດາອົງການ, ຫົວໜ່ວຍໂດຍໄວ, ມີປະສິດທິຜົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ໃນແຂວງຈຽງຊີ, ເມື່ອບໍ່ດົນມານີ້ ໄດ້ມີກຸ່ມນັກສຶກສາຕ່າງປະເທດຈາກ 11 ປະເທດໄປທ່ຽວຊົມເມືອງYichunເພື່ອສຳຜັດກັບມໍລະດົກທາງທຳມະຊາດ ແລະ ວັດທະນະທຳທີ່ຫຼາກຫຼາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈທ້ອງຖິ່ນໄດ້ດີຂຶ້ນ.
ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກຸ່ມໄພແຫ້ງແລ້ງແຫ່ງຊາດຂອງອັງກິດ (NDG) ໄດ້ອອກຄຳເຕືອນໃນວັນທີ 10 ສິງຫາ ຜ່ານມາວ່າ: ພື້ນທີ່ເກືອບສາມສ່ວນສີ່ຂອງອັງກິດກຳລັງປະເຊີນກັບສະພາບໄພແຫ້ງແລ້ງ ຫຼັງຈາກສະຖານະການຮ້າຍແຮງຂຶ້ນຍ້ອນສະພາບອາກາດແຫ້ງແລ້ງໃນຕົ້ນເດືອນສິງຫາ.
ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ສຳນັກງານພາສີຂອງຣັດເຊຍໄດ້ລາຍງານວ່າ, ຍອດເກີນດຸນການຄ້າສາກົນຂອງຣັດເຊຍໃນໄລຍະເດືອນມັງກອນ-ມິຖຸນາ 2026 ແມ່ນ 73.4 ຕື້ໂດລາ, ເພີ່ມຂຶ້ນປະມານ 14% ເມື່ອທຽບກັບປີກ່ອນ.
ສະຫະລັດ ອາເມຣິກາ ຍົກເລີກວີຊາຫຼາຍກວ່າ 175,000 ສະບັບ

ສະຫະລັດ ອາເມຣິກາ ຍົກເລີກວີຊາຫຼາຍກວ່າ 175,000 ສະບັບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ລາຍງານການຍົກເລີກວີຊາຫຼາຍກວ່າ 175,000 ສະບັບ ນັບຕັ້ງແຕ່ເດືອນມັງກອນ 2025 ຊຶ່ງເປັນໄລຍະທີ່ທ່ານ ໂດໂນ ທຣຳ ເລີ່ມດຳລົງຕຳແໜ່ງປະທານາທິບໍດີສະໄໝທີສອງ. ສ່ວນໃຫຍ່ແມ່ນຖືກຍົກເລີກຍ້ອນການກະທຳຜິດທາງອາຍາເຊັ່ນ: ການທຳຮ້າຍຮ່າງກາຍ, ການຂັບຂີ່ໃນຂະນະມຶນເມົາ, ການລັກຂະໂມຍ ແລະ ການໃຊ້ຢາເສບຕິດ.
ການສົ່ງອອກຂອງສິງກະໂປ ໂດຍບໍ່ລວມນ້ຳມັນ ເຕີບໂຕ 27.4%

ການສົ່ງອອກຂອງສິງກະໂປ ໂດຍບໍ່ລວມນ້ຳມັນ ເຕີບໂຕ 27.4%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດສິງກະໂປ (Enterprise Singapore) ໄດ້ເປີດເຜີຍໃນວັນທີ 11 ສິງຫາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ຜະລິດພາຍໃນປະເທດທີ່ບໍ່ແມ່ນນ້ຳມັນ (NODX) ຂອງສິງກະໂປ ໄດ້ຂະຫຍາຍຕົວ 27.4% ເມື່ອທຽບກັບປີກ່ອນໃນໄຕມາດທີສອງຂອງປີ 2026 ຊຶ່ງສືບຕໍ່ເລັ່ງຂຶ້ນຈາກການເຕີບໂຕ 9.6% ໃນໄຕມາດທຳອິດ.
ວິ​ສາ​ຫະ​ກິດ AI ຂອງ​ຈີນ​ປະ​ມານ​ 100 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

ວິ​ສາ​ຫະ​ກິດ AI ຂອງ​ຈີນ​ປະ​ມານ​ 100 ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານວ​າງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃຫ້​ຮູ້​ໃນ​ວັນ​ທີ 10 ສິງ​ຫາ ຜ່ານມາ​ວ່າ, ວຽກ​ງານ​ກະ​ກຽມ​ເຂດ​ວາງ​ສະ​ແດງ​ປັນ​ຍາ​ປະ​ດິດ ຫຼື AI ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ແລ້ວ. ເມື່ອ​ຮອດ​ເວ​ລາ​ຈັດ​ງານ, ຈະ​ມີ​ວິ​ສາ​ຫະ​ກິດ​​ຕາງ​ໜ້າ​ດ້ານ AI ປະ​ມານ 100 ແຫ່ງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດ້ວຍ​ຜົນ​ງານຫຼ້າ​ສຸດ​ຂອງ​ຕົນ ເພື່ອ​ຊ່ວຍ​ຊຸກ​ຍູ້​ໃຫ້​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ເຊື່ອມ​ຕໍ່​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ອາ​ຊຽນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.
ຫວຽດ​ນາມ ແລ​ະ ອົ​ສຕຣາ​ລີ ວາງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ໂດລາ

ຫວຽດ​ນາມ ແລ​ະ ອົ​ສຕຣາ​ລີ ວາງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ ແຊມ ໂມສຕິນ ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ສ​ຕຣາລີ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອົ​ສ​ຕຣາ​ລີ ໃນ​ລະ​ຫວ່າງວັນ​ທີ 9 – 12 ສິງ​ຫາ ນີ້.
ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານແຫ່ງຊາດອົດສະຕຣາລີ (NAB) ໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 11 ສິງຫານີ້ວ່າ, ດັດສະນີຄວາມເຊື່ອໝັ້ນທາງທຸລະກິດຫຼຸດລົງ 1 ຈຸດ ມາຢູ່ທີ່ -6 ຈຸດ ໃນເດືອນກໍລະກົດ ຜ່ານມາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກເພີ່ມຂຶ້ນຕິດຕໍ່ກັນເປັນເວລາ 3 ເດືອນ ຍ້ອນວ່າພາກທຸລະກິດມີຄວາມກັງວົນກ່ຽວກັບຄວາມບໍ່ແນ່ນອນຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກຳລັງສ້າງຄວາມກົດດັນຕໍ່ທ່າອ່ຽງເສດຖະກິດ.
ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 10 ສິງ​ຫາ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫຼາດ​ໃນ​ມື້​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ຊຶ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ກັນ​ຍາ​ ໃນ​ຕະຫຼາດ​​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3.95 ໂດ​ລາ ​ມາ​ຢູ່​ທີ່ 82.13 ໂດ​ລາ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບແບ​ຣນ​ລອນດອນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ ຊຶ່ງຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 4.17 ໂດ​ລາ ມາ​ຢູ່​ທີ່ 87.72 ໂດ​ລາ, ເພີ່ມ​ຂຶ້ນ 4.99%.
ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ເພີ່ມເຕີມ