ຂ່າວລະບຸວ່າ: ຮູບແບບດັ່ງກ່າວແມ່ນໜຶ່ງໃນ 4 ໜ້າທີ່ ຊຶ່ງທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບໃຫ້ຄະນະ 4 ໃນກາງເດືອນສິງຫາຜ່ານມາ.
ທ່ານ ເຈືອງຢາບິ່ງ ຫົວໜ້າຄະນະ 4 ສະມາຊິກສະພາບໍລິຫານ ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ ປະທານສະພາບໍລະຫານກຸ່ມບໍລິສັດ FPT ກ່າວວ່າ: ຮູບແບບນີ້ຈະຊຸກຍູ້ກົນໄກ ພ້ອມກັນເຮັດ, ພ້ອມກັນແບ່ງປັນໜ້າທີ່ຄວາມຮັບຜິດຊອບລະຫວ່າງພາກເອກະຊົນ ແລະ ບັນດາອົງການຂອງລັດ ໃນການພັດທະນາເສດຖະກິດ, ປະເທດຊາດ ແລະ ກໍແມ່ນບ່ອນເຕົ້າໂຮມພູມປັນຍາ, ມາດຕະການແກ້ໄຂໃຫຍ່ຂອງປະຊາຄົມເສດຖະກິດພາກເອກະຊົນແຕ່ໃຫຍ່ຫານ້ອຍ, ປະກອບສ່ວນຫັນການປະຕິບັດເປົ້າໝາຍພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ.
ຄໍາເຫັນ