ໄດ້ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 31. ເຂົ້າຮ່ວມກອງປະຊຸມມີບັນດາການນຳ ແລະ ຫົວໜ້າຄະນະຜູ້ແທນ 21 ພື້ນຖານເສດຖະກິດສະມາຊິກ ແລະ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).
ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເລືອງເກື່ອງ ຍົກບັນດາບັນຫາທີ່ເກີດຂຶ້ນໃນສະພາບການເສດຖະກິດຂອງໂລກໃນປັດຈຸບັນ. ເພື່ອ APEC ສືບຕໍ່ຮັບມືກັບສິ່ງທ້າທາຍ ແລະ ກຳແໜ້ນບັນດາໂອກາດຢ່າງມີປະສິດທິຜົນ, ທ່ານປະທານປະເທດ ຫວຽດນາມ ໄດ້ສະເໜີການກຳນົດທິດ 3 ດ້ານໃນການຮ່ວມມືໃຫ້ແກ່ APEC ໃນໄລຍະຈະມາເຖິງ: ໜຶ່ງ, ສືບຕໍ່ຊຸກຍູ້ການຫັນເປັນການຄ້າ ແລະ ການລົງທຶນເປັນເສລີພາບ, ປັບປຸງລະບົບການຄ້າຫຼາຍຝ່າຍອີງຕາມກົດໝາຍ; ສອງ, ຍູ້ແຮງບັນດາໂຄງການຮ່ວມມື, ຂໍ້ລິເລີ່ມກ່ຽວກັບການເຕີບໂຕກວມລວມ, ເຕັກໂນໂລຊີກວມລວມ. ສາມ, ຍົກສູງຄວາມສາມາດຂອງລະບອບລະບຽບການ ແລະ ການຄຸ້ມຄອງທົ່ວໂລກຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ