ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ກ່າວຄຳເຫັນເປີດກອງປະຊຸມ ໂດຍເນັ້ນໜັກໃຫ້ພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕ້ອງມີວິທີ່ສຳຜັດຮອບດ້ານ. ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງ, ການເງິນທີ່ມີຈຸດເນັ້ນໜັກ, ຈຸດສຸມ; ກໍ່ສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສຸມໃສ່ວາງແຜນຜັງພັດທະນາ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຮ່ວມສຳພັນລະຫວ່າງລັດ, ປະຊາຊົນ, ວິສາຫະກິດ, ທະນາຄານເພື່ອພັດທະນາການຜະລິດ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກ... ເພື່ອແນໃສ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ວົງຄະນາຍາດ, ຍົກລະດັບການຊົມໃຊ້ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.
ສ້າງຄວາມດຸ່ນດ່ຽງກ່ຽວກັບການຈັດແບ່ງແຫຼ່ງຊັບພະຍາກອນໃຫ້ບຸລິມະສິດແກ່ໂຄງການ. ເປົ້າໝາຍຂອງ 5 ປີຈະມາເຖິງແມ່ນເພີ່ມຂຶ້ນແຕ່ 10 – 15%. ສ້າງບ້ວງສິນເຊື່ອບຸລິມະສິດເພື່ອລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ. ມີນະໂຍບາຍປີການເງິນ, ເຂົ້າເຖິງທີ່ດິນ, ຫຼຸດຜ່ອນພາສີ, ຄ່າທຳນຽມ… ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
ຄໍາເຫັນ