ຂ່າວລະບຸວ່າ: ໃນວັນທີ 15 ມິຖຸນາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີປິດກອງປະຊຸມ ວ່າ: ການຫັນອໍານາດການປົກຄອງທ້ອງຖິ່ນເປັນສອງຂັ້ນ ຈະຫັນປ່ຽນຈາກສະພາບການເປັນທ່າຮັບ, ແກ້ໄຂບັນຫາຂອງປະຊາຊົນຢ່າງແຂງກະດ້າງ ມາເປັນສະພາບການເປັນເຈົ້າການ, ສ້າງຕັ້ງ ແລະ ຮັບໃຊ້ປະຊາຊົນ. ທ່ານ ຟ້າມມິງຈິງ ຖືວ່າອຳນາດການປົກຄອງສອງຂັ້ນ ມີເປົ້າໝາຍຄຸ້ມຄອງທີ່ກວ້າງກວ່າ, ມີວຽກງານຫຼາຍກວ່າ, ຂອບເຂດກວ້າງກວ່າ, ລັກສະນະຊັບສົນກວ່າ.
ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ຄໍາເຫັນ