ທ່ານ ຟ້າມມິງຈິງ ກ່າວຄຳເຫັນເປີດກອງປະຊຸມວ່າ: ໄລຍະຜ່ານມາ, ລັດຖະບານໄດ້ກຳນົດຄາດໝາຍການເຕີບໂຕ GDP ປີ 2025 ແຕ່ 8,3 – 8,5% ດ້ວຍນ້ຳໃຈເຕີບໂຕໄວ, ເຕີບໂຕສູງ ແຕ່ຕ້ອງຍືນຍົງ; ໃນນັ້ນ ການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ ແມ່ນມາດຕະການໜຶ່ງທີ່ສຳຄັນ. ບົນເນື້ອໃນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນຕີລາຄາຢ່າງກົງໄກກົງມາບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ກຳນົດ, ໄຈ້ແຍກເຫດຜົນ, ຖອດຖອນບົດຮຽນປະສົບການອັນລ້ຳຄ່າ, ຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ; ກຳນົດແຈ້ງບັນດາໜ້າທີ່ ແລະ ຜະລິດຕະພັນລະອຽດຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນໃນເດືອນກໍລະກົດ, ໄຕມາດທີ III ແລະ ບັນດາເດືອນທ້າຍປີ; ສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ; ວຽກງານກວດກາ, ຕິດຕາມ, ຕີລາຄາພະນັກງານ.
ຄໍາເຫັນ