ຫວຽດນາມ - ຣັດເຊຍ ຊຸກຍູ້ການຮ່ວມມືດ້ານນ້ຳມັນ-ອາຍແກັສ

ຫວຽດນາມ - ຣັດເຊຍ ຊຸກຍູ້ການຮ່ວມມືດ້ານນ້ຳມັນ-ອາຍແກັສ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 8 ເມສາ ຜ່ານມານີ້ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ ຄູດີຣຢາຊອບ ເຊີເກ ອີວາໂນວີກ ຜູ້ອຳນວຍການໃຫຍ່ບໍລິສັດ ຊາຣູເບຊເນັດ (Zarubezhneft) ຂອງ ຣັດເຊຍທີ່ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ກ່ຽວກັບການຮ່ວມມືນ້ຳມັນ-ອາຍແກັສ ແລະ ພະລັງງານ.
ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຍາມໃດກໍສະໜັບສະໜູນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຮ່ວມມືນ້ຳມັນ-ອາຍແກັສ ລະຫວ່າງສອງປະເທດ, ບົນຫຼັກການ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”. ທ່ານ ຟ້າມມິງຈິງ ສະເໜີໃຫ້ການນຳບໍລິສັດ Zarubezhneftແລະ ກຸ່ມບໍລິສັດນ້ຳມັນ-ອາຍແກັສ ຫວຽດນາມ (Petro Vietnam) ພ້ອມກັບບັນດາອົງການ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງປຶກສາຫາລື, ຍົກໃຫ້ເຫັນແຈ້ງບັນດາເນື້ອໃນທີ່ຈະຕ້ອງໄດ້ຮັບການແກ້ໄຂ, ສະເໜີວິທີການແກ້ໄຂເພື່ອການຮ່ວມມືດ້ານນ້ຳມັນ-ອາຍແກັສ ລະຫວ່າງສອງປະເທດສືບຕໍ່ບັນລຸໄດ້ໝາກຜົນສູງສຸດ.
ທ່ານ ຄູດີຣຢາຊອບ ເຊີເກ ອີວາໂນວີກ ໃຫ້ຮູ້ວ່າ: ພາຍຫຼັງ 40 ກວ່າປີແຫ່ງການຮ່ວມມືລະຫວ່າງບໍລິສັດ Zarubezhneftແລະ ກຸ່ມບໍລິສັດນ້ຳມັນ-ອາຍແກັສ ຫວຽດນາມ (Petro Vietnam) ໄດ້ບັນລຸຫຼາຍຜົນງານໃນການສຳຫຼວດທໍລະນີ ແລະ ຂຸດຄົ້ນນ້ຳມັນ-ອາຍແກັສ. ຣັດເຊຍ ປາຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີການຮ່ວມມືນ້ຳມັນ-ອາຍແກັສ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຫວ່າງມໍ່ໆມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ວັນທີ 10 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ດຽວກັນ.
ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ກໍລະກົດນີ້ວ່າ: ສັນຍາວ່າດ້ວຍການຍົກເວັ້ນວີຊາຕໍ່ຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງກັນ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານມາເລເຊຍ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດນີ້ເປັນຕົ້ນໄປ.
ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດ ນາມ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມກົວລາລຳເປີ (Kuala Lumpur) ປະເທດມາເລເຊຍ.
ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ວັນທີ 10 ກໍລະກົດນີ້, ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 8 ກໍ​ລະ​ກົດ ຜ່ານມານີ້, ໄ​ພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້​ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 172 ຄົນ​.
ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ກໍລະກົດ ຜ່ານມາວ່າ: ບໍລິສັດ​ນ້ຳມັນ​ແຫ່ງ​ລັດ ​ແລະ ບໍລິສັດ​ກະສິກຳ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພື່ອເພີ່ມ​ການຊື້​ພະລັງງານ ​ແລະ ຜະລິດ​ຕະພັນ​ກະສິກຳ ​ຂອງ​ ສະຫະລັດ ອາ​ເມ​ລິ​ກາ ​ເພື່ອ​ຫຼີກ​ເວັ້ນຜົນກະທົບຈາກການປະກາດ​ເກັບ​ພາສີນຳເຂົ້າ 32% ຂອງ​ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ.
ເພີ່ມເຕີມ