ກ່າວຄຳເຫັນໃນກອງປະຊຸມຂັ້ນສູງ, ທ່ານນາງ ຫງວຽນທິຮວ່າງເວິນ ເນັ້ນໜັກວ່າ: ໂດຍແມ່ນປະເທດທີ່ໄດ້ຜ່ານສົງຄາມ, ຫວຽດນາມ ມີຄວາມເຂົ້າໃຈ ແລະ ແບ່ງປັນຄວາມເຈັບປວດ, ຄວາມເສຍຫາຍຢ່າງເລິກເຊິ່ງ ຊຶ່ງບັນດາປະເທດພວມຕ້ອງແບກຫາບຍ້ອນຜົນຕາມມາຈາກລູກລະເບີດກໍ່ຂຶ້ນ. ຄວາມສ່ຽງຈາກລູກລະເບີດ, ວັດຖຸລະເບີດ ປັດຈຸບັນຍັງແມ່ນຮົ້ວກີດຂວາງໃຫຍ່ຕໍ່ວິວັດທະນາການສັນຕິພາບ ແລະ ການພັດທະນາແບບຍືນຍົງບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫຼາຍປະເທດໃນໂລກອີກດ້ວຍ.
ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນຈິດໃຈ ແລະ ເປົ້າໝາຍມະນຸດສະທຳຂອງບັນດາສົນທິສັນຍາສາກົນ ກ່ຽວກັບລະເບີດລູກຫວ່ານ ແລະ ໝາກມິ່ນທຳລາຍບຸກຄົນຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງ ສະໜັບສະໜູນທຸກຄວາມມານະພະຍາຍາມສະກັດກັ້ນການນຳໃຊ້ອາວຸດປະເພດນີ້ແບບຊະຊາຍ ເພື່ອແນໃສ່ປົກປ້ອງຊີວິດຂອງປະຊາຊົນ.
ຄໍາເຫັນ