ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີສະຫຼຸບ ແລະ ມອບລາງວັນໂຄງການນະວັດຕະກຳ ກ່ຽວກັບພລາສຕິກ ປີ 2025 ໄດ້ຈັດຂຶ້ນຫວ່າງມໍ່ໆມາມານີ້ ທີ່ນະຄອນຫຼວງຢູ່ຮ່າໂນ້ຍ, ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ. ຕາມໂຕເລກຄາດຄະເນຂອງທະນາຄານໂລກ (WB) ທີ່ໄດ້ຍົກຂຶ້ນມາໃນພິທີ, ແຕ່ລະປີຫວຽດນາມ ມີຂີ້ເຫຍື້ອພລາສຕິກປະມານ 3.9 ລ້ານໂຕນ, ໃນນັ້ນມີ 0.28 – 0.73 ລ້ານໂຕນອອກສູ່ສິ່ງແວດລ້ອມທາງນ້ຳ ແລະ ມະຫາສະໝຸດ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງຕໍ່ບັນດາການກະທຳລະອຽດລະດັບຊາດ ແລະ ສາກົນ. ໃນນັ້ນ, ນະວັດຕະກຳຖືວ່າແມ່ນໄມ້ງັດສຳຄັນເພື່ອຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ຜ່ານການຊອກບັນດາມາດຕະການໃໝ່, ເຕັກໂນໂລຊີໃໝ່ ແລະ ຮູບແບບດຳເນີນທຸລະກິດແບບຍືນຍົງ.
ໂຄງການນະວັດຕະກຳກ່ຽວກັບພລາສຕິກປີ 2025 ຖືວ່າແມ່ນຂໍ້ລິເລີ່ມດີເດັ່ນໃນຄວາມພະຍາຍາມ. ພຽງແຕ່ 4 ເດືອນຜັນຂະຫຍາຍ, ໂຄງການໄດ້ຮັບຂໍ້ລິເລີ່ມ 116 ຂໍ້ຈາກທົ່ວປະເທດ, 25 ຂໍ້ລິເລີ່ມດີເດັ່ນໄດ້ຮັບການຄັດເລືອກເຂົ້າຮອບກ້າເບ້ຍແລະ 12 ຂໍ້ລິເລີ່ມດີເດັ່ນໄດ້ຮັບການຍ້ອງຍໍໃນພິທີ.
ຄໍາເຫັນ