ຫວຽດນາມ ຢັ້ງຢືນບົດບາດໃນຕະຫຼາດ LNG ທົ່ວໂລກ

ຫວຽດນາມ ຢັ້ງຢືນບົດບາດໃນຕະຫຼາດ LNG ທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວັບໄຊ nasdaq.com ຂອງ ອາເມຣິກາ ໄດ້ລົງຂ່າວວ່າ: ຫວຽດນາມ ພວມມີບົດບາດທີ່ໃຫຍ່ຫຼວງໃນຕະຫຼາດ ອາຍແກັສ ທຳມະຊາດ (LNG) ທົ່ວໂລກ. ຂໍ້ສັງເກດນີ້ໄດ້ເລີ່ມມາຈາກການວາງແຜນຜັງພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 - 2030, ວິໄສທັດຮອດປີ 2050 (ການວາງແຜນຜັງໄຟຟ້າ VIII) ຂອງ ຫວຽດນາມ. ໃນນັ້ນ, ໄດ້ວາງອອກບັນດາເປົ້າໝາຍທີ່ເຕັມໄປດ້ວຍຄວາມມຸ່ງຫວັງ ເພື່ອແນໃສ່ເພີ່ມທະວີພະລັງງານ ແລະ ອາຍແກັສ.
ໃນຂະນະທີ່, ສຳນັກຂ່າວສານ Reuters (ອັງກິດ) ໄດ້ໃຫ້ຂໍ້ສັງເກດວ່າ: ການວາງແຜນຜັງໄຟຟ້າ VIII ຈະຕ້ອງມີແຫຼ່ງເງິນທຶນ ມູນຄ່າ 134,7 ຕື້ໂດລາ, ສ່ວນໜຶ່ງໃນຈຳນວນນັ້ນຄາດວ່າຈະມາຈາກແຫຼ່ງລົງທຶນຕ່າງປະເທດ, ລວມມີຄຳໝັ້ນສັນຍາທີ່ມີມູນຄ່າ 15,5 ຕື້ໂດລາ ຈາກບັນດາປະເທດອຸດສາຫະກຳພັດທະນາ (G7). ໃນການຫັນປ່ຽນຍຸດທະສາດໄປສູ່ພະລັງງານສະອາດ ໄດ້ເນັ້ນໜັກເຖິງບົດບາດໃໝ່ຂອງ ຫວຽດນາມ ໃນຖານະເປັນຜູ້ນຳເຂົ້າ LNG ໃໝ່.
ກ່ຽວກັບຄວາມຫວັງໄລຍະກາງ, ຮອດປີ 2030, ພະລັງງານທົດແທນ ຄື: ແຮງລົງ ແລະ ແສງຕາເວັນ ຄາດວ່າຈະຕອບສະໜອງເກືອບ 31% ຄວາມຕ້ອງການດ້ານພະລັງງານຂອງ ຫວຽດນາມ ແລະ LNG ຍັງກວມເອົາ 24,8% ຍອດສະມັດຖະພາບ ພະລັງງານ. ຫວຽດນາມ ວາງເປົ້າໝາຍຮອດປີ 2050 ຈະຫຼຸດການປ່ອຍທາດກາກບອນລົງລະດັບ 0 ແລະ LNG ໄດ້ຮັບການຄາດຫວັງວ່າຈະແມ່ນແຫຼ່ງວັດຖຸດິບທົດແທນຖ່ານຫີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ມາເລເຊຍ ເລັ່ງວາງມາດຕະການຮັບມືກັບ AI ທີ່ມີຄວາມສ່ຽງສູງ

ມາເລເຊຍ ເລັ່ງວາງມາດຕະການຮັບມືກັບ AI ທີ່ມີຄວາມສ່ຽງສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ທ່ານ ໂກບິນ ສິງ ເດໂອ ລັດຖະມົນຕີກະຊວງດີຈີຕອນຂອງມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍ ກໍາລັງພັດທະນາແນວທາງຮັບມືກັບວິກິດການ ແລະ ກົນໄກການຕອບສະໜອງພາກບັງຄັບ ເພື່ອຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງຜູ້ໃຊ້ເຕັກໂນໂລຊີປັນຍາປະດິດ (AI), ໂດຍສະເພາະໃນດ້ານທີ່ມີຄວາມສ່ຽງສູງ.
ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ພະ​ຈິກ ຜ່ານມາ, ສ​ະ​ຫະ​ພັນ​ບານ​ເຕະ​ໂລກ ຫຼື FIFA ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ປະ​ເທດ​ເຈົ້າ​ພາບ​​ຈັດການ​ແຂ່ງ​ຂັນ​ບານ​ເຕະ​ຍິງ​​ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ເພີ່ມເຕີມ