ຫວຽດນາມເປັນອັນດັບທີ 2 ຢູ່ອາຊີ - ປາຊີຟິກ ໃນການດຶງດູດນັກລົງທຶນອະສັງຫາລິມະຊັບ

ຫວຽດນາມເປັນອັນດັບທີ 2 ຢູ່ອາຊີ - ປາຊີຟິກ ໃນການດຶງດູດນັກລົງທຶນອະສັງຫາລິມະຊັບ
ຂ່າວສານຫວຽດນາມລາຍງານວ່າ: ບໍລິສັດໃຫ້ບໍລິການ ແລະ ການລົງທຶນດ້ານອະສັງຫາລິມະຊັບອາເມຣິກາ (CBRE) ຫາກໍປະກາດຜົນການສຳຫຼວດຄວາມເຊື່ອໝັ້ນ ແລະແຜນການຂອງນັກລົງທຶນ ຢູ່ໃນພາກພື້ນອາຊີ-ປາຊີຟິກໃນປີ 2024.
ຂ່າວລະບຸວ່າ: ຕາມການສຳຫຼວດ, ຫວຽດນາມ ແມ່ນຕະຫຼາດອະສັງຫາລິມະຊັບທີ່ດຶງດູດບັນດານັກລົງທຶນ ເປັນອັນດັບທີ 2ຢູ່ອາຊີ - ປາຊີຟິກ ໃນປີ 2024, ຖັດຈາກຕະຫຼາດອິນເດຍແລະນຳໜ້າໄທ.ຖືວ່າເປັນສັນຍານທີ່ດີ, ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ພວມພັດທະນາຢ່າງຕັ້ງໜ້າຂອງຫວຽດນາມ ກໍຄືທ່າອ່ຽງຂອງຊາວຕ່າງປະເທດທີ່ຕ້ອງການຊື້ເຮືອນຢູ່ຫວຽດນາມ ນັບມື້ນັບເພີ່ມຂື້ນ.CBRE ຢູ່ຫວຽດນາມ ໃຫ້ຮູ້ວ່າ:ປັດຈຸບັນ, ແຫຼ່ງທຶນລົງທຶນເຂົ້າຫວຽດນາມ ສ່ວນຫຼາຍແມ່ນມາຈາກບັນດານັກລົງທຶນອາຊີທີ່ຄຸ້ນເຄີຍເຊັ່ນ: ສິງກະໂປ, ຍີ່ປຸ່ນ, ຮົງກົງ (ຈີນ), ສ ເກົາຫຼີ. ນອກຈາກນັ້ນ, ບັນດານັກການເງິນ-ລົງທຶນສ່ວນບຸກຄົນຈຳນວນຫຼາຍ ກໍເລີ່ມເອົາໃຈໃສ່ເຖິງຕະຫຼາດອະສັງຫາລິມະຊັບຫວຽດນາມ. ຕາມໂຕເລກສະຖິຕິຂອງກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ:ໃນອະນາຄົດຈະມີຜູ້ຕ້ອງການຊື້ເຮືອນຢູ່ ຫວຽດນາມ ປະມານ 4 ລ້ານຄົນ, ໃນນັ້ນມີຊາວຕ່າງປະເທດ ແລະ ຊາວຫວຽດນາມຢູ່ຕ່າງປະເທດ.
ປີ 2024 ຕະຫຼາດອະສັງຫາລິມະຊັບຂອງຫວຽດນາມ ຈະຂະຫຍາຍຕົວຢ່າງຕັ້ງໜ້າ ດ້ວຍການເພີ່ມຂຶ້ນຢ່າງແຂງແຮງຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ຄວາມຕ້ອງການສູງ ແລະ ຄວາມສາມາດບົ່ມຊ້ອນດ້ານການພັດທະນາທີ່ພົ້ນເດັ່ນ ເຮັດໃຫ້ຕະຫຼາດອະສັງຫາລິມະຊັບຫວຽດນາມ ເປັນຈຸດລົງທຶນທີ່ໜ້າສົນໃຈສຳລັບກະແສເງິນສົດ.
ຕາມຜົນການສໍາຫຼວດຂອງ Statista (ຊຶ່ງເປັນແພັລຟອມອອນລາຍຂອງ ເຢຍລະມັນ ທີ່ມີຄວາມຊ່ຽວຊານໃນການເກັບກໍາຂໍ້ມູນສະຖິຕິ ແລະ ການສະແດງຂໍ້ມູນ)ໄດ້ໃຫ້ຮູ້ວ່າ:ຕະຫຼາດອະສັງຫາລິມະຊັບຫວຽດນາມ ມີມູນຄ່າ 4,41 ຕື້ໂດລາໃນປີ 2024. ໃນປີດຽວກັນ, ຕະຫຼາດອະສັງຫາລິມະຊັບໄທມີມູນຄ່າ 2,51 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ນູແວນເຊລັງ ກຽມພ້ອມຮັບມືກັບພະຍາດໄຂ້ຫວັດສັດປີກ ສາຍພັນ H5N1

ນູແວນເຊລັງ ກຽມພ້ອມຮັບມືກັບພະຍາດໄຂ້ຫວັດສັດປີກ ສາຍພັນ H5N1

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ເມສາ ຜ່ານມາວ່າ: ລັດ​ຖະ​ບານນູແວນເຊລັງ ​ເພີ່ມ​ທະ​ວີ​ການ​ກະ​ກຽມຮັບມືກັບ​ການ​ລະ​ບາດ​ຂອງພະຍາດ​ໄຂ້​ຫວັດ​ສັດ​ປີກ ສາຍພັນ H5N1 ທີ່ອາດເກີດຂຶ້ນ,ໂດຍ​ເນັ້ນ​ໜັກ​ໃສ່​ຄວາມ​ສໍາ​ຄັນ​ຂອງ​ການ​ປະ​ສານ​ງານ​ເພື່ອຈັດການກັບ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຊະນິດຮຸ່ນແຮງ (HPAI​).
ລາຄາເຂົ້າສານ ໃນຍີ່ປຸ່ນເພີ່ມສູງຂຶ້ນ 16 ອາທິດຕິດຕໍ່ກັນ

ລາຄາເຂົ້າສານ ໃນຍີ່ປຸ່ນເພີ່ມສູງຂຶ້ນ 16 ອາທິດຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ເມສາ ນີ້ວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ໄດ້​ເປີດ​ເຜີຍ​​ວ່າ:ລາ​ຄາ​ສະ​ເລ່ຍ​ຂອງ​ເຂົ້າສານ​ທີ່​ຂາຍ​ຢູ່​ຮ້ານ​ສັບ​ພະ​ສິນ​ຄ້າ​​ທົ່ວ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ. ​ເຖິງ​ແມ່ນ​ວ່າ​ລັດຖະບານ​ໄດ້​ລະບາຍ​ເຂົ້າ​ສານອອກ​ຈາກ​ຄັງ​ສຳຮອງ​ເພື່ອ​ສະກັດ​ກັ້ນ​ລາຄາ​ເຂົ້າ​ທີ່​ເພີ່ມ​ຂຶ້ນ​ກໍ​ຕາມ.
ໄຕ​ມາດ​ທຳ​ອິດ​ປີນີ້ ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ດ້ານ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ມູນ​ຄ່າ​ເຖິງ 1,974 ຕື້ 180 ລ້ານຢວນ

ໄຕ​ມາດ​ທຳ​ອິດ​ປີນີ້ ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ດ້ານ​ການ​ບໍ​ລິ​ການ​ຂອງ​ຈີນ​ມີ​ມູນ​ຄ່າ​ເຖິງ 1,974 ຕື້ 180 ລ້ານຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 29 ເມສາ ຜ່ານມາວ່າ: ໄຕ​ມາດ​ທຳ​ອິດ​ປີ 2025, ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້ເຕີບ​ໂຕ​ຢ່າງວ່ອງ​ໄວ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ດ້ານ​ການ​ບໍ​ລິ​ການ​ມີ​ມູນ​ຄ່າເຖິງ 1,974 ຕື້ 180 ລ້ານຢວນ, ເພີ່ມ​ຂຶ້ນ 8.7%
ຫວຽດນາມ ຈັດພິທີການຊ້ອມໃຫຍ່ລະດັບຊາດ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ

ຫວຽດນາມ ຈັດພິທີການຊ້ອມໃຫຍ່ລະດັບຊາດ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 27 ເມສາ ຜ່ານມາ, ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ. ໂດຍພິທີມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ
ໃນເດືອນມີນາຂະແໜງການຜະລິດຂອງສິງກະໂປ ຍັງແຂ່ງແກ່ງ

ໃນເດືອນມີນາຂະແໜງການຜະລິດຂອງສິງກະໂປ ຍັງແຂ່ງແກ່ງ

ຂ່າວຕ່າງປະເທດລາຍງານ; ຄະນະກຳມະການພັດທະນາເສດຖະກິດສິງກະໂປ (EDB) ກ່າວໃນທ້າຍອາທິດຜ່ານມາວ່າ: ຂະແໜງການຜະລິດຂອງສິງກະໂປຍັງຄົງແຂງແກ່ງໃນເດືອນມີນາຜ່ານມາ ເມື່ອທຽບໃສ່ປີກ່ອນ ແຕ່ຍັງຊ້າລົງເມື່ອທຽບໃສ່ເດືອນກຸມພາ, ປັດໃຈຕົ້ນຕໍແມ່ນການຫຼຸດລົງຂອງການຜະລິດໃນກຸ່ມຊີວະການແພດ.
ກຳປູເຈຍ ໃກ້ບັນລຸເປົ້າໝາຍປອດພະຍາດມາເລເລຍ ໃນປີ 2025

ກຳປູເຈຍ ໃກ້ບັນລຸເປົ້າໝາຍປອດພະຍາດມາເລເລຍ ໃນປີ 2025

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ຮຸນມາເນັດນາຍົກລັດຖະມົນຕີກໍາປູເຈຍ ກ່າວປາໄສເນື່ອງໃນໂອກາດວັນມາເລເລຍແຫ່ງຊາດຂອງກຳປູເຈຍວ່າ:ກຳປູເຈຍ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ໃນການກ້າວໄປສູ່ເປົ້າໝາຍການເປັນປະເທດປອດພະຍາດມາເລເລຍໃນທ້າຍປີ 2025, ໂດຍກຳປູເຈຍມີລາຍງານຄົນເຈັບພະຍາດມາເລເລຍ 355 ຄົນ ໃນປີ 2024ຊຶ່ງຫຼຸດລົງເຖິງ75% ເມື່ອທຽບໃສ່ປີ 2023.
ອິນໂດເນເຊຍ ວາງເປົ້າໝາຍຈຳໜ່າຍລົດ EV 100,000 ຄັນ ໃນປີ 2025

ອິນໂດເນເຊຍ ວາງເປົ້າໝາຍຈຳໜ່າຍລົດ EV 100,000 ຄັນ ໃນປີ 2025

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຈຳໜ່າຍ​ລົດຍົນ​ໄຟຟ້າ (EV) 100.000 ຄັນ​ໃນ​ທ້າຍ​ປີ 2025,ໃນຂະນະທີ່​​ການ​ນຳ​ໃຊ້ລົດEV ​ໃນ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ.
ລາຄາເຂົ້າໃນນະຄອນຫຼວງໂຕກຽວ ໃນເດືອນເມສາເພີ່ມຂຶ້ນ ຫຼາຍກວ່າ 90%

ລາຄາເຂົ້າໃນນະຄອນຫຼວງໂຕກຽວ ໃນເດືອນເມສາເພີ່ມຂຶ້ນ ຫຼາຍກວ່າ 90%

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຂໍ້​ມູນ​ລາຄາ​ຜູ້​ບໍລິ​ໂພ​ກຂອງ​ຍີ່ປຸ່ນ​ສະ​ແດງ​ໃຫ້​ເຫັນ​ວ່າລາຄາ​ເຂົ້າ​ໃນນະຄອນຫຼວງ​ໂຕ​ກຽວ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 90% ​ໃນ​ເດືອນ​ເມສາ​ນີ້ ​ເມື່ອ​ທຽບ​ໃສ່​ກັບ​ປີ​ກາຍ​, ​ເຖິງ​ແມ່ນ​ວ່າ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ລັດຖະບານຈະລະບາຍເຂົ້າສານທີ່​ເກັບ​ໄວ້ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ອາຫານ​ຫຼັກຊະນິດ​ນີ້.
ຈີນ​ສົ່ງ​ດາວ​ທຽມ​ທ່ຽນ​ລ້ຽນ 2-05 ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ

ຈີນ​ສົ່ງ​ດາວ​ທຽມ​ທ່ຽນ​ລ້ຽນ 2-05 ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 28 ເມສາ ນີ້ວ່າ: ເວ​ລາ 23 ໂມງ 54 ນາ​ທີ​ຂອງວັນ​ທີ 27 ເມ​ສາ ຜ່ານມາ, ຈີນ​ໄດ້​ສົ່ງ​ດາວ​ທຽມ​ທ່ຽນ​ລ້ຽນ 2-05 ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ອະ​ວະ​ກາດ​ຊາງ​ເຈິ່ງ 3B ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງທີ່​ຕັ້ງ​ຢູ່ແຂວງ​ເສ​ສວນ​ຈີນ, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ຢ່າງ​ສະ​ດວກ, ເຮັດ​ໃຫ້ພາ​ລະ​ກິດ​ຍິງ​ສົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
“ປະ​ເທດ ຫວຽດ​ນາມ ແມ່ນ​ໜຶ່ງ, ຊາດ ຫວຽດ​ນາມ​ ແມ່ນ​ໜຶ່ງ”

“ປະ​ເທດ ຫວຽດ​ນາມ ແມ່ນ​ໜຶ່ງ, ຊາດ ຫວຽດ​ນາມ​ ແມ່ນ​ໜຶ່ງ”

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 28 ເມສາ ນີ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ມີບົດຂຽນ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມແມ່ນໜຶ່ງ”.
ເພີ່ມເຕີມ