ອິນເດຍ ແລະ ຍີ່ປຸ່ນ ບັນລຸຫຼາຍຂໍ້ຕົກລົງສຳຄັນກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ

ອິນເດຍ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ

ອິນເດຍ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ
ວິທະຍຸະຈາຍສຽງຫວຽດນາມລາຍງານວ່າ: ອິນເດຍ ແລະ ຍີ່ປຸ່ນ ບັນລຸຫຼາຍຂໍ້ຕົກລົງສຳຄັນກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປ້ອງກັນຊາດ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ

 

2+3 ຄັ້ງທີ 3 ທີ່ດຳເນີນໃນວັນທີ 20 ສິງຫາ ຜ່ານມາຢູ່ ນິວເດລີປະເທດອິນເດຍ.

ໃນກອງປະຊຸມ, 2 ປະເທດເຫັນດີສ້າງຂອບເຂດໃໝ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ, ສອດຄ່ອງກັບຄວາມມຸ່ງມາດປາຖະໜາຢາກເປີດກວ້າງການພົວພັນຍຸດທະສາດສັງລວມ. 2 ຝ່າຍຢືນຢັນຄືນໃໝ່ການຕັດສິນໃຈຮ່ວມມືເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນມະຫາສະໝຸດດິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ທ່ານ ໄຈຊານກາ ລັດຖະມົນຕີການຕ່າງປະເທດ ອິນເດຍ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາທິດທາງໃໝ່ໃນການຮ່ວມມືດ້ານເຕັກໂນໂລຊີ, ຄົ້ນຄວ້າ ແລະ ກະສິກຳ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດເຕັກໂນໂລຊີຫາກໍພົ້ນເດັ່ນ, ລວມທັງດ້ານການປ້ອງກັນຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ພໍ່ແມ່ເບິ່ງແຍງເດັກນ້ອຍເວລາໃຊ້ອຸປະກອນເອເລັກໂຕຣນິກ ຊ່ວຍເພີ່ມທັກສະທາງສັງຄົມ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາໂດຍອົງການວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າສິງກະໂປ ຊຶ່ງໄດ້ຕິດຕາມເດັກນ້ອຍອາຍຸ 3-6 ປີ ຈຳນວນ 2,449 ຄົນ ລະຫວ່າງປີ 2018-2019 ແລະ ຕິດຕາມອີກຄັ້ງໃນປີ 2021 ພົບວ່າ: ເດັກທີ່ມີພໍ່ແມ່ ຫຼື ຜູ້ປົກຄອງເບິ່ງແຍງ, ລົມນຳ ແລະ ມີສ່ວນຮ່ວມໃນຂະນະທີ່ໃຊ້ອຸປະກອນເອເລັກໂຕຣນິກ, ມີທັກສະທາງສັງຄົມທີ່ເຂັ້ມແຂງກວ່າເດັກທີ່ໃຊ້ອຸປະກອນເຫຼົ່ານັ້ນຄົນດຽວ.
ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ສາຍການບິນ 18 ແຫ່ງ ທີ່ໃຫ້ບໍລິການໃນກຳປູເຈຍ ເພີ່ມລາຄາປີ້ໂດຍສານ

ຂ່າວຕ່າງປະເທດລາຍງານໃນວັນທີ 31 ມີນາ ຜ່ານມາວ່າ: ທ່ານ ຊິນ ຈັນເສຣຍະວຸດ ໂຄສົກຂອງອົງການການບິນພົນລະເຮືອນກຳປູເຈຍ ໄດ້ເປີດເຜີຍວ່າ: ສາຍການບິນ 18 ແຫ່ງຈາກ 36 ແຫ່ງ ທີ່ໃຫ້ບໍລິການຖ້ຽວບິນໄປ-ກັບໃນກຳປູເຈຍໄດ້ເພີ່ມລາຄາປີ້ໂດຍສານ, ເນື່ອງຈາກລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນຈາກການຂັດແຍ່ງໃນຕາເວັນອອກກາງ. ສາຍການບິນເຫຼົ່ານີ້ໄດ້ເພີ່ມຄ່າທຳນຽມນໍ້າມັນເຊື້ອໄຟໃສ່ຄ່າປີ້ໂດຍສານພື້ນຖານ, ໂດຍຄິດໄລ່ຕາມໄລຍະທາງການບິນ.
ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ພູເຂົາໄຟດູໂຄໂນ ໄດ້ລະເບີດ ແລະ ພົ່ນຂີ້ເຖົ່າສູງເຖິງ 900 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ສູນຫຼຸດຜ່ອນໄພພິບັດທາງພູເຂົາໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍລາຍງານວ່າ: ພູເຂົາໄຟດູໂຄໂນ ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍໄດ້ລະເບີດໃນເວລາ 6:48 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 31 ມີນາ ຜ່ານມາ, ໂດຍໄດ້ພົ່ນຂີ້ເຖົ່າພູເຂົາໄຟສູງເຖິງ 900 ແມັດເໜືອຍອດພູເຂົາໄຟ.
ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາສິນຄ້າອາຫານ-ເຄື່ອງດື່ມ 2,700 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 31 ມີນາ ຜ່ານມາວ່າ: ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ: ສິນຄ້າອາຫານ ແລະ ເຄື່ອງດື່ມ ໃນປະເທດຍີ່ປຸ່ນ ທັງໝົດ 2,798 ລາຍການ ລາຄາຈະເພີ່ມຂຶ້ນໃນເດືອນເມສາ ນີ້ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ ທີ່ຈຳນວນສິນຄ້າເກີນ 2,000 ລາຍການ.
ຈີນ ຈະເປີດນະໂຍບາຍການຂໍຖອນຄືນພາສີສຳລັບນັກທ່ອງທ່ຽວໃນເວລາອອກຈາກຈີນ

ຈີນ ຈະເປີດນະໂຍບາຍການຂໍຖອນຄືນພາສີສຳລັບນັກທ່ອງທ່ຽວໃນເວລາອອກຈາກຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີ​ນາ ຜ່ານມາ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ຈະ​ອອກຫຼາຍມາດ​ຕະ​ການ ເຊັ່ນ: ປັບ​ປຸງ​ການ​ຂໍ​ຖອນ​ຄືນ​ພາ​ສີ​​ສຳ​ລັບ​ນັກ​ທ່ອງ​ທ່ຽວໃນ​ເວ​ລາ​ອອກ​ຈາກ​ຈີນ, ການ​ຍົກ​ລະ​ດັບ ແລະ ເພີ່ມ​ປ​ະ​ເພດ​ສິນ​ຄ້າ​ທີ່​ມີ​ຈຳ​ໜ່າຍ ແລະ ​ອື່ນໆ ເພື່ອ​ຊຸກ​ຍູ້​ໃຫ້​ກິດ​ຈະ​ກຳ “ຊື້​ສິນ​ຄ້າ​ຢູ່​ຈີນ” ​ມີ​ຄວາມ​ຄຶກ​ຄື້ນຫຼາຍ​ຂຶ້ນ.
ຫວຽດນາມ ບໍ່ປະໃຫ້ເກີດສະພາບການຊັກຊ້າໃນການຫັນແຜນນະໂຍບາຍຂອງພັກ

ຫວຽດນາມ ບໍ່ປະໃຫ້ເກີດສະພາບການຊັກຊ້າໃນການຫັນແຜນນະໂຍບາຍຂອງພັກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 31 ມີນາ ຜ່ານມາ ຢູ່ຫໍສະພາແຫ່ງຊາດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຫົວໜ້າຄະນະກວດກາເລກ 10 ຂອງກົມການເມືອງ ໄດ້ເປັນປະທານການເຮັດວຽກຮັບຮອງເອົາຮ່າງບົດລາຍງານຕິດຕາມກວດກກາບັ້ນທີ 1 ແລະ ຜັນຂະຫຍາຍຂໍ້ຕົກລົງກວດກາບັ້ນທີ 2 ຂອງກົມການເມືອງ ຕໍ່ຄະນະປະຈຳຄະນະພັກສະພາແຫ່ງຊາດ.
ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝຂອງຈີນເປັ່ງປະກາຍລັດສະໝີໃໝ່ໃນດ້ານການອຸປະໂພກ-ບໍລິໂພກ

ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝຂອງຈີນເປັ່ງປະກາຍລັດສະໝີໃໝ່ໃນດ້ານການອຸປະໂພກ-ບໍລິໂພກ

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມປະຈໍາປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸນ, ໄດ້ມີການນໍາສະເໜີສະພາບການທີ່ປັນຍາປະດິດເພີ່ມປະສິດທິພາບໃຫ້ແກ່ຂະແໜງ ການຕ່າງໆ ຊຶ່ງເປັນພາບທີ່ມີຊີວິດຊີວາ, ເຮັດໃຫ້ເກີດຄວາມສົນໃຈຢ່າງກວ້າງຂວາງ. ທ່ານ ຊາບັສ ຄານ ເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຫຼື ອຸຍແນັສໂກ (UNESCO) ກ່າວວ່າ: ເວທີປຶກສາຫາລືຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ: ວິທະຍາສາດເຕັກໂນໂລຊີໄດ້ປະກອບສ່ວນເຂົ້າໃນການພັດທະນາທີ່ມີຄຸນນະພາບສູງຄືແນວໃດ.
ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງການ GX Foundation

ວາລະສານ The Lancet ໄດ້ຕີພິມຜົນການສຶກສາຫຼ້າສຸດຂອງໂຄງການ GX Foundation

ວາລະສານ The Lancet ໄດ້​ຕີ​ພິມ​ຜົນ​ການ​ສຶກສາ​ຫຼ້າສຸດຂອງໂຄງ ການ GX Foundation ຢືນຢັນ​ເຖິງ​ປະສິດທິ​ພາບ​ຂອງ “ການແກ້ໄຂຕາມ ແນວທາງຂອງ ສປ ​ຈີນ” ໃນ​ການ​ນຳ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ພາຫະ​ນຳ​ພະຍາດ​ທາງ​ກາ​ຍຍະ​ພາບ ເພື່ອ​ປ້ອງ​ກັນ​ພະຍາດ​ໄຂ້ເລືອດອອກ​ທີ່​ກຳລັງ​ເປັນ​ໄພ​ຄຸກ​ຄາມ​ທົ່ວ​ໂລກ.
ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ມີນາ ຜ່ານມາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ ນາບິລ ຟາມີ ອະດີດລັດຖະມົນຕີກະຊວງການຕ່າງປະເທດເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ການສະເໜີທ່ານ ນາບິລ ຟາມີ ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ ອາເໝັດ ອາບລູ ເກດ, ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາໃນວາລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165.
ໂຣກຕຸ້ຍ ແລະ ການດື່ມເຫຼົ້າ ເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມ

ໂຣກຕຸ້ຍ ແລະ ການດື່ມເຫຼົ້າ ເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຶກສາທີ່ນຳພາໂດຍມະຫາວິທະຍາໄລຊິດນີຂອງອົສຕຣາລີ ແລະ ເຜີຍແຜ່ຜ່ານເວັບໄຊສູນວິທະຍາສາດສື່ມວນຊົນອົສຕຣາລີ ໃນວັນທີ 30 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ໂຣກຕຸ້ຍ ແລະ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມຄວາມສ່ຽງຂອງການເປັນມະເຮັງເຕົ້ານົມໃນແມ່ຍິງຢ່າງຫຼວງຫຼາຍເມື່ອມີອາຍຸຫຼາຍຂຶ້ນ.
ເພີ່ມເຕີມ