ທ່ານ ບາຣລິລ ຢືນຢັນວ່າ: ປັດຈຸບັນ, ລັດຖະບານອິນໂດເນເຊຍກຳລັງທົດລອງການນໍາໃຊ້ນໍ້າມັນເຊື້ອໄຟ B-50 ໄລຍະທີ 4 ຊຶ່ງເປັນໄລຍະສຸດທ້າຍ ແລະ ຄາດວ່າຈະສຳເລັດພາຍໃນ 6-8 ເດືອນ. ໂດຍມີການທົດລອງກັບເຄື່ອງຈັກເຮືອ, ລົດໄຟ, ເຄື່ອງຈັກໜັກ ແລະ ອຸປະກອນອື່ນໆ.
ທັງນີ້, ໂຄງການນ້ຳມັນເຊື້ອໄຟ B-50 ຊຶ່ງເປັນການປະສົມນ້ຳມັນກາຊວນທຳມະດາ 50% ກັບນ້ຳມັນປາມດິບ 50% ຖືເປັນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວຂອງອິນໂດເນເຊຍ ເພື່ອເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ແລະ ຫຼຸດຜ່ອນການເພິ່ງພາອາໄສນ້ຳມັນເຊື້ອໄຟ.
ນອກຈາກນັ້ນ, ໂຄງການນ້ຳມັນເຊື້ອໄຟ B-50 ແມ່ນສອດຄ່ອງກັບປະລິມານການນຳໃຊ້ນໍ້າມັນເຊື້ອໄຟ B-40 ໃນປັດຈຸບັນ ຊຶ່ງມີການໃຊ້ບັນລຸ 10 ລ້ານກິໂລລິດ, ກວມເອົາ 64.7% ຂອງເປົ້າໝາຍປີ 2025 ທີ່ກຳນົດໄວ້ 15.6 ລ້ານກິໂລລິດ.
ກະຊວງດັ່ງກ່າວລະບຸຕື່ມວ່າ: ການນຳໃຊ້ນ້ຳມັນເຊື້ອໄຟ B-40 ໃນທົ່ວປະເທດອິນໂດເນເຊຍ ໄດ້ຊ່ວຍປະເທດປະຢັດເງິນຕາຕ່າງປະເທດປະມານ 9,3 ຕື້ໂດລາ.
ຄໍາເຫັນ