ຊຶ່ງເປັນອົງການທີ່ຖືຫຸ້ນສູງສຸດທີ່ຈະຄຸ້ມຄອງວິສາຫະກິດຂອງອິນໂດເນເຊຍແລະເພີ່ມປະສິດທິພາບເງິນປັນຜົນແລະປະສິດທິພາບການລົງທຶນ.
ທ່ານ ພຣາໂບໂວ ກ່າວວ່າ: ການເປີດໜ່ວຍງານDanantaraຖືເປັນເລື່ອງສຳຄັນ. ເນື່ອງຈາກວ່າອົງການນີ້ບໍ່ພຽງແຕ່ເປັນຫ້ອງການຄຸ້ມຄອງການລົງທຶນເທົ່ານັ້ນ ແຕ່ຍັງເປັນເຄື່ອງມືພັດທະນາປະເທດ.
ພິທີເປີດຫ້ອງການດັ່ງກ່າວໄດ້ຈັດຂຶ້ນທີ່ທຳນຽບປະທານາທິບໍດີໃນນະຄອນຈາກາຕາ ຊຶ່ງມີເຈົ້າໜ້າທີ່ລະດັບສູງຫຼາຍຄົນເຂົ້າຮ່ວມ ເຊັ່ນ: ທ່ານ ໂຈໂກ ວີໂດໂດ ແລະ ທ່ານ ຊູຊິໂລ ບຳບັງ ຍຸດໂດໂຍໂນອະດີດປະທານາທິບໍດີອິນໂດເນເຊຍ.
ກ່ອນໜ້ານີ້, ທ່ານ ພຣາໂບໂວ ເຄີຍກ່າວວ່າ:Danantaraຈະກາຍເປັນສະຖາບັນຄຸ້ມຄອງການລົງທຶນລາຍໃຫຍ່ໃນປະເທດອິນໂດເນເຊຍ. ໂດຍຄາດວ່າຈະຄຸ້ມຄອງຊັບສິນທີ່ມີມູນຄ່າປະມານ 900 ຕື້ໂດລາ ແລະດໍາເນີນການໃນລັກສະນະທີ່ຄ້າຍຄືກັນກັບບໍລິສັດ Temasek Holdings ຂອງສິງກະໂປ.
ທ່ານ ພຣາໂບໂວ ກ່າວຕື່ມວ່າ: ສິ່ງທີ່ພວກເຮົາເປີດໃນມື້ນີ້ແມ່ນເຄື່ອງມືພັດທະນາປະເທດທີ່ຈະປ່ຽນແປງວິທີການຄຸ້ມຄອງຄວາມໝັ້ນຄົງຂອງຊາດເພື່ອຜົນປະໂຫຍດຂອງປະຊາຊົນອິນໂດເນເຊຍທັງ ໝົດ.
ຄໍາເຫັນ