ທ່ານ ໂມຮັມເໝັດ ຍາສຊິນ ຮັສຊັນ ຜູ້ອໍານວຍການທົ່ວໄປຂອງບໍລິສັດດັ່ງກາວ ລະບຸວ່າ: ການຄົ້ນພົບຄັ້ງໃໝ່ນີ້ຄາດວ່າຈະເພີ່ມປະລິມານນ້ຳມັນສຳຮອງຂອງອີຣັກ ຫຼາຍກວ່າ 2 ຕື້ບາເຣລ ແລະ ມີຄວາມສຳຄັນຍຸດທະສາດ ເນື່ອງຈາກຈະຊ່ວຍເພີ່ມປະລິມານນໍ້າມັນສຳຮອງ ແລະ ທ່າແຮງການຜະລິດນ້ຳມັນຂອງອີຣັກ, ໂດຍການທົດສອບເບື້ອງຕົ້ນພົບວ່າ: ອັດຕາການຜະລິດນໍ້າດິບຕໍ່ມື້ແມ່ນສູງເຖິງ 5,000 ບາເຣລ.
ອີຣັກ ຊຶ່ງເປັນປະເທດສະມາຊິກຂອງອົງການກຸ່ມປະເທດສົ່ງອອກນ້ຳມັນ (OPEC) ມີປະລິມານນໍ້າມັນສຳຮອງທີ່ໄດ້ພິສູດແລ້ວຫຼາຍກວ່າ 145 ຕື້ບາເຣລ. ໂດຍເສດຖະກິດຂອງອີຣັກແມ່ນອີງໃສ່ການສົ່ງອອກນ້ໍາມັນດິບຢ່າງຫຼວງຫຼາຍ ຊຶ່ງກວມເອົາຫຼາຍກວ່າ 90% ຂອງລາຍຮັບທັງໝົດຂອງປະເທດ.
ຄໍາເຫັນ