ຖະແຫຼງການລະບຸວ່າ: ທ່ານນາຍົກລັດຖະມົນຕີໄດ້ເຂົ້າຮ່ວມພິທີເຜີຍແຜ່ "ວິໄສທັດອີຣັກ 2050 ເພື່ອການພັດທະນາແລະອະນາຄົດ", ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ, ນັກການທູດແລະ ຜູ້ຕາງໜ້າພາກເອກະຊົນ.
ວິໄສທັດດັ່ງກ່າວແມ່ນເນັ້ນສ້າງຄວາມຫຼາກຫຼາຍທາງເສດຖະກິດ, ຫຼຸດການເພິ່ງພານ້ຳມັນ ແລະຍົກລະດັບການມີສ່ວນຮ່ວມຂອງພາກເອກະຊົນໂດຍຜ່ານການປະຕິຮູບໂຄງສ້າງ.
ຕົວຢ່າງໂຄງການສຳຄັນລວມມີການຊຸກຍູ້ໃຫ້ອີຣັກກາຍເປັນໃຈກາງການຄົມມະນາຄົມ, ເພື່ອຮອງຮັບ 20% ຂອງການຄ້າລະຫວ່າງອາຊີແລະເອີຣົບບຜ່ານທ່າກຳປັ່ນ Al-Faw Grand, ລວມເຖິງໂຄງການພັດທະນາພື້ນຖານໂຄງລ່າງ "Development Road" ຊຶ່ງຄາດວ່າຈະສ້າງວຽກເຮັດງານທຳໄດ້ເຖິງ 1.5 ລ້ານຕຳແໜ່ງ.
ວິໄສທັດໃໝ່ຍັງໄດ້ສຸມໃສ່ໂຄງການດ້ານຄວາມຍືນຍົງ ແລະ ສິ່ງແວດລ້ອມ, ເພື່ອເພິ່ງພາຕົນເອງດ້ານອາຫານ, ນ້ຳ ແລະ ພະລັງງານໃຫ້ໄດ້ 70%. ຫຼັງຈາກນີ້ຈະມີການເຮັດແຜນແມ່ບົດວ່າດ້ວຍການພັດທະນາ ແລະ ສະເໜີໃຫ້ຄະນະລັດຖະບານພິຈາລະນາ ແລະ ຮັບຮອງເອົາຕື່ມອີກ.
ນາຍົກລັດຖະມົນຕີ ອີຣັກ ກ່າວວ່າ: ການຫັນເປັນເຕັກໂນໂລຊີ ແລະ ປັນຍາປະດິດ ກຳລັງເຂົ້າມາຫັນປ່ຽນເສດຖະກິດໂລກແລະ “ອີຣັກ ປາຖະໜາຢາກເປັນເອກະລາດຈາກການເພິ່ງພານ້ຳມັນໃນອະນາຄົດ, ດ້ວຍເສດຖະກິດທີ່ໝັ້ນຄົງ ແລະ ມີຄວາມຫຼາກຫຼາຍຂຶ້ນອີກ”.
ທ່ານກ່າວວ່າ, “ວິໄສທັດອີຣັກ 2050 ແມ່ນວິໄສທັດແຫ່ງຊາດເພື່ອແນໃສ່ສ້າງຄວາມສາມັກຄີ, ໂດຍເປີດໂອກາດໃຫ້ທຸກພາກສ່ວນມີສ່ວນຮ່ວມ, ທັງບັນດາອົງການຂອງລັດຖະບານ, ພາກເອກະຊົນ, ມະຫາວິທະຍາໄລ, ຕະຫຼອດຮອດຊາວໜຸ່ມ.
ຄໍາເຫັນ