ກໍາລັງຕໍາຫຼວດຈະລາຈອນ 724 ສະຫາຍ ປະຈໍາການຢູ່ 129 ຈຸດເພື່ອອໍານວຍຄວາມສະດວກ ການສັນຈອນງານສະຫຼອງບຸນປີໃໝ່ລາວ

ກໍາລັງຕໍາຫຼວດຈະລາຈອນ 724 ສະຫາຍ ປະຈໍາການຢູ່ 129 ຈຸດເພື່ອອໍານວຍຄວາມສະດວກ ການສັນຈອນງານສະຫຼອງບຸນປີໃໝ່ລາວ
ໂດຍ: ຍຸຸພິນທອງ
ເພື່ອຮັບປະກັນໃຫ້ການສັນຈອນຕາມເສັ້ນທາງໄປມາໃນໄລຍະການສະຫຼອງວັນບຸນປີໃໝ່ລາວ ພ.ສ 2567 ຊຶ່ງຕິດພັນກັບປີທ່ອງທ່ຽວລາວ 2024 ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ມີຄວາມສະດວກແລະປອດໄພ ໃນການສັນຈອນໄປມາ. ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ(ນວ) ໄດ້ຖະແຫຼງຂ່າວ ຫວ່າງບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງ ນວ ວ່າ: ພະແນກຕໍາຫຼວດ ຈະລາຈອນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບກອງຕໍາຫຼວດຈະລາຈອນ ບັນດາເມືອງ ທັງ 9 ຕົວເມືອງ, ວາງແຜນຈັດກໍາລັງຕໍາຫຼວດຈະລາຈອນ ຈໍານວນ 724 ສະຫາຍ ລົງໄປປະຈໍາການ ຢູ່ຕາມຈຸດ ຢູ່ຕາມປ້ອມຍາມ ຢູ່ຕາມຈຸດທີ່ມີການຈັດກິດຈະກໍາ, ຕາມເສັ້ນທາງຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ມີທັງໝົດຈໍານວນ 129 ຈຸດ. 
ໃນນັ້ນ ໄດ້ເນັ້ນໃສ່ ຫ້າໜ້າວຽກຫຼັກຄື:  ໜຶ່ງ, ແມ່ນວຽການໂຄສະນາໂດຍການນໍາໃຊ້ລົດກະບະຕິດເຄື່ອງສຽງ, ລົດຈັກໂມໂຕຕິດຕັ້ງເຄື່ອງສຽງແລະປັກເລີນ້ອຍ ໂດຍຕໍາຫຼວດທີ່ປະຈໍາຕາມຈຸດຕ່າງໆນັ້ນກໍຈະປະຕິບັດໜ້າທີ່ໂຄສະນາເຜີຍແຜຄໍາສັ່ງຂອງອົງການປົກຄອງນະຄອນຫຼວງວຽງຈັນ, ຄໍາແນະນໍາຂອງກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ກົດລະບຽບຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພຕ່າງໆໃຫ້ມວນຊົນໄດ້ຮັບຮູ້ຢ່າງກວ້າງຂວາງ ທີ່ສໍາຄັນທີ່ສຸດອີກອັນໜຶ່ງແມ່ນຮຽກຮ້ອງໃຫ້ນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນຢູ່ໃນນະຄອນຫຼວງວຽງຈັນໃຫ້ພະຍາຍາມໃຫ້ກຽດຄົນຍ່າງ ໂດຍສະເພາະແມ່ນນັກທ່ອງທ່ຽວ ເພາະປີນີ້ກໍເປັນປີທ່ອງທ່ຽວລາວ; ສອງ, ແມ່ນວຽກງານຄວບຄຸມລະບາຍການສັນຈອນເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ; ສາມ, ເນັ້ນວຽກການຈັດລະບຽບສາຍທາງເພື່ອບໍ່ໃຫ້ມີລົດຈອດຜິດທີ່ຜິດທາງ ຈອດກີດຂວາງການສັນຈອນ ເຮັດໃຫ້ການສັນຈອນໄປ-ມາບໍ່ສະດວກ ແລະ ສີ່, ແມ່ນຕັ້ງຈຸດກວດກາການສັນຈອນ ແລະ ການບັງຄັບໃຊ້ກົດໝາຍ ແມ່ນຈະເຂັ້ມງວດເລື່ອງຈັບຄວາມໄວແລະກວດທາດເຫຼົ້າ ເພື່ອຕັດບັນຫາທີ່ຈະກໍ່ໃຫ້ເກີດອຸບັດເຫດ ຖ້າພົບເຫັນລົດຄັນໃດແລ່ນບໍ່ທ່ຽງ ຫຼືວ່າຕ້ອງສົງໄສວ່າລົດຄັນໃດມີການດື່ມແລ້ວຂັບຂີ່ລົດ ຕ້ອງນໍາມາປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫ້າ, ເນັ້ນໃສ່ວຽກງານປະຈໍາການ ຄອຍເຫດຕະຫຼອດ 24 ຊົ່ວໂມງ ຖ້າມີອຸບັດຕິເຫດເກີດຂຶ້ນ ຢູ່ຈຸດໃດແມ່ນຈະຮີບຮ້ອນໄປແກ້ໄຂຢ່າງທັນການ ເພາະໜ່ວຍງານໄດ້ກຽມທີມງານລົດລາກແກ່ໄວ້ ເພື່ອບໍ່ໃຫ້ລົດທີ່ເກີດອຸບັດເຫດແລ້ວຂວາງທາງການສັນຈອນ ພາໃຫ້ເກີດຮູບພາບທີ່ບໍ່ສວຍງາມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ໃນວັນທີ 7 ພຶດສະພານີ້, ຢູ່ທີ່ກອງຮ້ອຍທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ, ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໂດຍສະຫາຍ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ. ກ່າວຮັບໂດຍສະຫາຍ ພັນຕີ ວົງໄຊ ເຮືອງລິດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 158, ມີສະຫາຍ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ, ພ້ອມດ້ວຍຄະນະຕິດຕາມຈາກແຂວງ, ເມືອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ພິທີປະກາດສ້າງຕັ້ງ 5 ຕາແສງຂອງເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 7 ພຶດສະພານີ້, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ, ທ່ານ ຄໍາໜັ້ນ ສໍປະເສີດ ເລຂາຄະນະບໍລິຫານງານພັກເມືອງທ່າແຂກ, ພ້ອມດ້ວຍບັນດາການນໍາແຂວງ, ເມືອງ, ເລຂາພັກບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ພິທີເຊັນສັນຍາ ໂຄງການກໍ່ສ້າງ ເສັ້ນທາງເບຕົງເສີມເຫຼັກ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ພຶດສະພາ 2026 ທີ່ໂຮງແຮມ ສຸພັດຕາ ວຽງຈັນ.
ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ທ່ານ ດາວອນ ວົງລໍຄໍາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫົວພັນ ໄດ້ໃຫ້ສໍາພາດກ່ຽວກັບການປັບປຸງພັດທະນາເສັ້ນທາງພາຍໃນເທດສະບານເມືອງຊໍາເໜືອ ແຂວງຫົວພັນ ໃນໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ພຶດສະພາ ນີ້
ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນໃຫຍ່ເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳ ເພື່ອປົກປ້ອງການໃຊ້ແຮງງານເດັກ, ການສົ່ງຕໍ່ກໍລະນີ ໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ ຫົວໜ່ວຍທຸລະກິດເອກະຊົນ ແລະ ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ຢູ່ເມືອງນ້ຳບາກ, ໂດຍເປັນປະທານ ຂອງ ທ່ານ ອາຄົມ ສັນຕິສຸກ ຮອງປະທານຄະນະກຳມະການປົກຄອງເມືອງນ້ຳບາກ, ມີຜູ້ຕາງໜ້າພະແນກການຂັ້ນແຂວງ, ຫ້ອງການທີ່ກ້ຽວຂ້ອງ, ພະນັກງານ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ແລະ ຫົວໜ່ວຍ ທຸລະກິດ ເອກະຊົນ, ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ເຂົ້າຮ່ວມ.
ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ລາຍງານໃຫ້ຮູ້ໃນວັນທີ 6 ພຶດສະພານີ້ວ່າ: ໃນໄລຍະຜ່ານມາ, ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດເກັບກໍາຂໍ້ມູນດ້ານລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງເຮັດໃຫ້ໃນໄລຍະ 4 ເດືອນຕົ້ນປີ 2026 ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 76.69 ຕື້ກີບ, ທຽບໃສ່ແຜນເທົ່າກັບ 29.75% (ແຜນ 257.81 ຕື້ກີບ) ແລະ ທຽບໃສ່ໄລຍະດຽວປີຜ່ານມາເທົ່າກັບ 135.02%. ການຄຸ້ມຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງມີທັງໝົດ 1,418 ຫົວໜ່ວຍ.
ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

​ໃນວັນທີ 5 ພຶດສະພາຜ່ານມາ, ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງໂພນທາດ ຊຶ່ງເປັນຕາແສງທຳອິດຂອງເມືອງ ແລະ ເປັນຕາແສງທີ 2 ຂອງແຂວງສະຫວັນນະເຂດ ຈາກທັງໝົດ 67 ຕາແສງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຈາກພະແນກການຕ່າງໆ, ປະທານຄະນະກຳມະການປົກຄອງເມືອງ 13 ເມືອງ ແລະ 1 ນະຄອນ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ
ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ໃນວັນທີ 6 ພຶດສະພານີ້, ຄະນະພັກ-ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ນຳເອົາເງິນ 15.000.000 ກີບ ໄປມອບສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ບ້ານຫາດຊາຍຄູນ ເພື່ອຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ໂດຍການເຂົ້າຮ່ວມ ແລະ ມອບຂອງ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍບັນດາທ່ານກຳມະການພັກເມືອງ; ຕາງໜ້າຮັບເງິນໂດຍ ທ່ານ ວັນນາ ອ່ອນຄຳໄພ ນາຍບ້ານຫາດຊາຍຄູນ ພ້ອມດ້ວຍຄະນະຈັດຕັ້ງບ້ານ.
2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ວ່າ: ໃນປີ 2026 ກະຊວງ ຍທຂ ໄດ້ຮັບການອະນຸມັດແຜນການລົງທຶນຂອງລັດ ຕາມເອກະສານແຈ້ງການຂອງກະຊວງການເງິນ ສະບັບເລກທີ 0400/ກງ, ລົງວັນທີ 23 ມັງກອນ 2026 ໃຫ້ຈັດຕັ້ງປະຕິບັດ 205 ໂຄງການ ງົບປະມາພາຍໃນປະຈໍາປີ 2026 ໄດ້ຮັບອະນຸມັດຈຳນວນ 987.33 ຕື້ກີບ (ງົບບ້ວງປົກກະຕິຈໍານວນ 687.33 ຕື້ກີບ ແລະ ບ້ວງກອງທຶນທາງ ຈໍານວນ 300.00 ຕື້ກີບ) ແລະ ທຶນຕ່າງປະເທດ ຈໍານວນ 2,186.73 ຕື້ກີບ ໂດຍແບ່ງອອກເປັນ 5 ປະເພດທຶນ ຊຶ່ງມີລາຍລະອຽດ ດັ່ງລຸ່ມນີ້:
ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຊຶ່ງພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງ ອົງການພຸດທະສາສະໜາສຳພັນລາວ, ເພື່ອໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະຈັດຕັ້ງປະຕິບັດ.
ເພີ່ມເຕີມ