ກຳປູເຈຍ ເປີດແພລັດຟອມດີຈີຕອນ

ກຳປູເຈຍ ເປີດແພລັດຟອມດີຈີຕອນ ເພື່ອເສດຖະກິດນອກລະບົບ

ກຳປູເຈຍ ເປີດແພລັດຟອມດີຈີຕອນ ເພື່ອເສດຖະກິດນອກລະບົບ
ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ທັນວາ ຜ່ານມາວ່າ: ລັດຖະບານກຳປູເຈຍໄດ້ເປີດ ແພລັດຟອມດີຈີຕອນ ສຳລັບເສດຖະກິດນອກລະບົບ (informal economy)ຢ່າງເປັນທາງການ, ໂດຍ ທ່ານ ຮຸນເນັດ ນາຍົກລັດຖະມົນຕີກຳປູເຈຍ

ກ່າວຄຳເຫັນໃນງານເປີດແພລັດຟອມດັ່ງກ່າວທີ່ນະຄອນຫຼວງພະນົມເປັນ ວ່າ:ແພລັດຟອມນີ້ ຖືວ່າເປັນຂີດໝາຍສຳຄັນໃນການປະຕິບັດຍຸດທະສາດແຫ່ງຊາດ ເພື່ອພັດທະນາເສດຖະກິດນອກລະບົບ ປີ 2023-2028.
ທ່ານ ຮຸນມາເນັດເນັ້ນໜັກເຖິງຄວາມສຳຄັນຂອງແພລັດຟອມດັ່ງກ່າວໃນການຮັບປະກັນ ແລະ ສະໜັບສະໜູນເສດຖະກິດນອກລະບົບ. ໂດຍຊີ້ວ່າ, ການເປີດແພລັດຟອມໃນຄັ້ງນີ້ສະແດງໃຫ້ເຫັນເຖິງຫຼັກໝັ້ນຂອງລັດຖະບານໃນການສະໜັບສະໜູນເສດຖະກິດນອກລະບົບ. ດ້ວຍເປົ້າໝາຍທີ່ຈະສ້າງກາລະໂອກາດ ແລະ ປັບປຸງຊີວິດການເປັນຢູ່ໂດຍລວມ.
ແພລັດຟອມດີຈີຕອນໃໝ່ນີ້ຍັງຈະຊ່ວຍໃຫ້ລັດຖະບານສາມາດມີສ່ວນຮ່ວມໃນການຄຸ້ມຄອງໂດຍກົງ. ໂດຍສະເພາະໃນໄລຍະທີ່ເກີດວິກິດ ແລະເຮັດໃຫ້ຜູ້ທີ່ມີບົດບາດໃນເສດຖະກິດນອກລະບົບສາມາດເຂົ້າເຖິງຜົນປະໂຫຍດຕ່າງໆເຊັ່ນ: ການພັດທະນາທັກສະ, ການຄຸ້ມຄອງທາງສັງຄົມ ແລະການບໍລິການທາງດ້ານການເງິນຢ່າງເປັນທາງການ.
ທ່ານ ເຮມ ແວນດີລັດຖະມົນຕີກະຊວງອຸດສາຫະກຳ ເປີດເຜີຍວ່າ: ແພລັດຟອມດັ່ງກ່າວຈະຊ່ວຍແກ້ໄຂບັນຫາການຂາດແຄນຂໍ້ມູນກ່ຽວກັບເສດຖະກິດນອກລະບົບທີ່ແກ່ຍາວມາດົນນານ. ໂດຍສະເໜີທາງເລືອກທີ່ຫຼາກຫຼາຍໂດຍບໍ່ມີຄ່າໃຊ້ຈ່າຍ ແລະ ໂດຍສະໝັກໃຈ ຊຶ່ງສ່ວນຫຼາຍແມ່ນຈັດຂຶ້ນສຳລັບທຸລະກິດຂະໜາດນ້ອຍ, ພະນັກງານຂອງທຸລະກິດຂະໜາດນ້ອຍ, ຄົນງານທີ່ຖືກຈ້າງຕາມລະດູການ ແລະບຸກຄົນທີ່ປະກອບອາຊີບອິດສະຫຼະ ທີ່ເຮັດວຽກໃນເສດຖະກິດນອກລະບົບ.
ການສຳຫຼວດເປີດເຜີຍວ່າ: ກຳປູເຈຍມີກຳລັງແຮງງານປະມານ 7,9 ລ້ານຄົນ, ໂດຍເຮັດວຽກໃນລະບົບ 1,7 ລ້ານຄົນ ແລະ ນອກລະບົບ ອີກ 6,2 ລ້ານຄົນ ຊຶ່ງກຸ່ມຫຼັງນີ້ມັກບໍ່ສາມາດເຂົ້າເຖິງການບໍລິການທີ່ຈຳເປັນແລະອາດຈະປະເຊີນກັບຄວາມສ່ຽງໃນເວລາທີ່ວິກິດການ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ຂ່າວຕ່າງປະເທດລາຍງານໃນວັນ 5 ສິງຫາ ຜ່ານມາວ່າ: ທະນາຄານແຫ່ງອິນໂດເນເຊຍ, ທະນາຄານກາງມາເລເຊຍ ແລະ ທະນາຄານແຫ່ງປະເທດໄທ ໄດ້ເພີ່ມທະນາຄານທີ່ເຂົ້າຮ່ວມໃນໂຄງການຕົວແທນບໍລິການແລກປ່ຽນເງິນຕາຂ້າມສະກຸນ (Cross-Currency Counterparty; ACCD) ເພື່ອແນໃສ່ຂະຫຍາຍການບໍລິການການເຮັດທຸລະກໍາທະວິພາຄີດ້ວຍສະກຸນເງິນທ້ອງຖິ່ນລະຫວ່າງສາມປະເທດ.
ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ຂ່າວຕ່າງປະເທດລາຍງານວ່າ: Leaders Index ບໍລິສັດຕິດຕາມຂໍ້ມູນຂອງອົງການຈັດຕັ້ງ ເປີດເຜີຍໃນວັນທີ 5 ສິງຫາ ຜ່ານມາວ່າ: ບໍລິສັດຊັ້ນນໍາຂອງ ສ ເກົາຫຼີ ມີພະນັກງານປະຈຳ ອາຍຸ 20 ປີ ໜ້ອຍກວ່າຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຊຶ່ງສະທ້ອນໃຫ້ເຫັນເຖິງການຫຼຸດລົງຂອງການຈ້າງງານໄວໜຸ່ມ ທ່າມກາງສະພາບເສດຖະກິດທີ່ຊ້າລົງ.
ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: ຄະ​ນະ​ກຳມະການທີ່​ປຶກ​ສາ​ກະ​ຊວງ​ແຮງ​ງານ ຂອງ​ຍີ່​ປຸ່ນ​ ໄດ້​ມີມະຕິ​ໃນ​ວັນ​ທີ 4 ສິງ​ຫາ ຜ່ານມາ​ ປັບ​ຂຶ້ນ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ຊົ່ວ​ໂມງ​ໂດຍສະ​ເລ່ຍ​ທົ່ວ​ປະ​ເທດ​ 63 ເຢນ ຫຼື 6% ສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 1,118 ເຢນ (7.6 ໂດ​ລາ) ສຳລັບ​ປີ​ງົບ​ປະ​ມານ 2025, ທ່າມກາງ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ.
6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: 6 ເດືອນຕົ້ນປີນີ້, ການ​ຄ້າການບໍລິການຂອງຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການບັນລຸ 3,887 ຕື້ 260 ລ້ານຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກມີເຖິງ 1,688 ຕື້ 300 ລ້ານຢວນ, ເພີ່ມຂຶ້ນ 15%; ການນໍາເຂົ້າມີເຖິງ 2,198 ຕື້ 960 ລ້ານຢວນ, ເພີ່ມຂຶ້ນ 3.2%. ມູນຄ່າການຄ້າການບໍລິການຂາດດຸນ 510 ຕື້ 660 ລ້ານຢວນ, ຫຼຸດລົງ 152 ຕື້ 210 ລ້ານຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຫວຽດນາມ ​ສົ່ງ​ອອກ​ເກີນ​ດຸນ​​ຜະ​ລິດ​ຕະ​ພັນກະ​ເສດ ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ​ບັນ​ລຸ 11 ຕື້ກວ່າໂດລາ

ຫວຽດນາມ ​ສົ່ງ​ອອກ​ເກີນ​ດຸນ​​ຜະ​ລິດ​ຕະ​ພັນກະ​ເສດ ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ​ບັນ​ລຸ 11 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ຊຶ່ງກວມເອົາ 42.6% ຂອງມູນຄ່າທັງໝົດ.
ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ຂ່າວສານຊີອາໄອລາຍງານວ່າ: ເມື່ອວັນທີ 30 ກໍລະກົດ ຜ່ານມາ, ການແຂ່ງຂັນການປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ–ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍມີຫົວຂໍ້ວ່າ: “ຄວາມຮ່ວມມືດ້ານຄວາມຄິດຄົ້ນ ເພື່ອສ້າງຝັນໃຫ້ເປັນຈິງ” ຊຶ່ງໄດ້ດຶງດູດໂຄງການ ເຂົ້າຮ່ວມຈາກ 23 ປະເທດ ແລະ ພື້ນທີ່ ລວມທັງ ສປ ຈີນ (ຮວມທັງແຜ່ນດິນໃຫຍ່, ມາເກົ້າ ແລະ ໄຕ້ຫວັນ), ປະເທດອາຊຽນ 10 ປະເທດ, ສີລັງກາ, ບັງກະລາເທດ, ການາດາ, ສະຫະລັດ ອາເມຣິກາ, ອັງກິດ, ປາກິດສະຖານ, ອັຟການິສຖານ, ອຸສເບກິສຖານ, ເຟຈິ ແລະ ໂຮນລັງ ລວມທັງໝົດ 329 ໂຄງການ.
​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ຂ່າວສານຊີອາໄອລາຍງານ ຫວ່າງ​ມໍ່ໆ​ມາ​ນີ້ວ່າ: ທ່ານ ​ເຊີ​ເກ ບັ​ສ​ໂກ ຮອງ​ສາ​ສະ​ດາ​ຈານ​​ດ້ານເສດ​ຖະ​ສາດ​​ ມະ​ຫາ​ວິ​ທະ​ຍາ​ໄລ​ບາ​ເຊ​ໂລ​ນາ ​ປະ​ເທດ​ແອັ​ດ​ສະ​ປາຍ ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໜ້ອຍ​ທີ່​ສຸດ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ ກັບ ສະຫະລັດ ​ອາ​ເມ​ຣິ​ກາ, ສ່ວນ​ເຢຍ​ລະ​ມັນ​ອາດ​ຈະ​ເປັນ​ປະ​ເທດ​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.
ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນຂອງການສໍາຫຼວດລ້າສຸດ ຊຶ່ງພົບວ່າໄລຍະເວລາການນອນຫຼັບຂອງຊາວ ສ ເກົາຫຼີ ຫຼຸດລົງເປັນຄັ້ງທໍາອິດໃນປີ 2024. ໂດຍໄລຍະເວລາການນອນຫຼັບສະເລ່ຍປະຈຳວັນຂອງຜູ້ທີ່ມີອາຍຸ 10 ປີຂຶ້ນໄປ ຢູ່ທີ່ 8 ຊົ່ວໂມງ 4 ນາທີ ໃນປີຜ່ານມາ ຊຶ່ງຫຼຸດລົງຈາກ 8 ຊົ່ວໂມງ 12 ນາທີໃນປີ 2019 ແລະ ຫຼຸດລົງຄັ້ງທໍາອິດນັບຕັ້ງແຕ່ເລີ່ມເກັບກໍາຂໍ້ມູນທຸກໆ 5 ປີໃນ 1999.
ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ ໄດ້ປັບປຸງແຜນເພີ່ມກຳລັງການຜະລິດລົດທົ່ວໂລກ ສຳລັບປີ 2025 ຂຶ້ນເປັນປະມານ 10 ລ້ານຄັນ ຊຶ່ງຖືເປັນຄັ້ງທໍາອິດໃນຮອບ 2 ປີທີ່ໂຕໂຍຕ້າຜະລິດລົດລື່ນກາຍ 10 ລ້ານຄັນ.
ຟີລິບປິນ ມີແຜນຈະໂຈະການນຳເຂົ້າເຂົ້າເປັນການຊົ່ວຄາວ

ຟີລິບປິນ ມີແຜນຈະໂຈະການນຳເຂົ້າເຂົ້າເປັນການຊົ່ວຄາວ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ລັດຖະບານ​ຟີ​ລິບ​ປິນ​ອາດ​ຈະ​ພິຈາລະນາ​ຢຸດຕິ​ການ​ນຳ​ເຂົ້າ​ເຂົ້າ​ເປັນ​ການ​ຊົ່ວຄາວ ​ເພື່ອ​ປົກ​ປ້ອງ​ຊາວ​ກະສິກອນ​ພາຍ​ໃນ​ປະ​ເທດ. ໂດຍກະຊວງ​ກະ​ສິກຳ​ໄດ້​ສະ​ເໜີ​ແຜນການດັ່ງກ່າວ ​ແລະ ຮຽກຮ້ອງ​ໃຫ້​ເພີ່ມ​ອັດຕາ​ພາສີ​ນຳ​ເຂົ້າ​ເຂົ້າ, ​ແຕ່​ຍັງ​ບໍ່​ທັນ​ໄດ້​ກຳນົດ​ເວລາ ແລະ ເງື່ອນ​ໄຂ.
ເພີ່ມເຕີມ