AMRO ໄດ້ເປີດເຜີຍການປະເມີນດັ່ງກ່າວໃນບົດລາຍງານຄວາມຄືບໜ້າປະຈຳໄຕມາດ, ໂດຍບໍ່ໄດ້ລະບຸລາຍລະອຽດເພີ່ມເຕີມກ່ຽວກັບເຫດຜົນຂອງການປັບໂຕເລກການຄາດຄະເນຈາກເດືອນກໍລະກົດ.
ກ່ຽວກັບອັດຕາເງິນເຟີ້, AMRO ຄາດຄະເນວ່າ: ລາຄາຜູ້ບໍລິໂພກຈະເພີ່ມຂຶ້ນ 2.7% ເມື່ອທຽບກັບປີກ່ອນ ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກການຄາດຄະເນກ່ອນໜ້ານີ້ທີ່ 2.6%. ໃນຂະນະທີ່ການຄາດຄະເນອັດຕາເງິນເຟີ້ສຳລັບປີ 2027 ໄດ້ຖືກປັບຫຼຸດລົງເປັນ 2.3% ຈາກ 2.4%.
AMRO ລະບຸວ່າ: ຄວາມຕ້ອງການທີ່ຊ້າລົງທີ່ກ່ຽວຂ້ອງກັບປັນຍາປະດິດ (AI) ອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນ, ໃນຂະນະທີ່ພະລັງງານ, ການຂົນສົ່ງ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນ ທີ່ເກີດຈາກວິກິດການຕາເວັນອອກກາງອາດຈະເພີ່ມຄວາມກົດດັນດ້ານອັດຕາເງິນເຟີ້.
ໃນຂະນະດຽວກັນ, ການປ່ຽນແປງຂອງດິນຟ້າອາກາດອາດຈະເຮັດໃຫ້ລາຄາອາຫານເພີ່ມຂຶ້ນ.
ບົດລາຍງານຍັງເນັ້ນໃສ່ສິ່ງທ້າທາຍດ້ານໂຄງສ້າງໃນໄລຍະຍາວທີ່ພາກພື້ນອາຊີກຳລັງປະເຊີນ ຊຶ່ງລວມທັງການແບ່ງແຍກທາງເສດຖະກິດ ແລະ ການເຂົ້າສູ່ສັງຄົມຜູ້ອາຍຸສູງ.
ຄໍາເຫັນ