ເມື່ອທຽບກັນໃນແຕ່ລະເດືອນ, ຍອດຂາຍຍ່ອຍຂອງສິງກະໂປຫຼຸດລົງ 1% ໃນເດືອນສິງຫາ ຫຼັງຈາກການປັບຕົວຕາມລະດູການ, ສ່ວນໃຫຍ່ແມ່ນຍ້ອນຍອດຂາຍຍານພາຫະນະ, ອາໄຫຼ່ລົດ ແລະ ອຸປະກອນເສີມ ທີ່ຫຼຸດລົງ.
ບົດລາຍງານຊີ້ໃຫ້ເຫັນວ່າ: ອຸດສາຫະກຳເກືອບທຸກຂະແໜງມີຍອດຂາຍເຕີບໂຕເມື່ອທຽບກັບປີກ່ອນ, ໂດຍເຄື່ອງສຳອາງ, ຜະລິດຕະພັນເຄື່ອງໃຊ້ສ່ວນຕົວ ແລະ ອຸປະກອນການແພດມີການເພີ່ມຂຶ້ນຫຼາຍທີ່ສຸດ 11.2%, ຕາມດ້ວຍອຸປະກອນຄອມພິວເຕີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 10.7%.
ໃນທາງກັບກັນ, ຂະແໜງລົດຍົນ, ອາໄຫຼ່ລົດ ແລະ ອຸປະກອນເສີມມີຍອດຂາຍຫຼຸດລົງຫຼາຍທີ່ສຸດເມື່ອທຽບກັບປີກ່ອນ, ໂດຍຫຼຸດລົງ 4.6%.
ຍອດຂາຍໃນຂະແໜງອາຫານ ແລະ ເຄື່ອງດື່ມຫຼຸດລົງ 1.6% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຫຼັງຈາກຫຼຸດລົງ 1.9% ໃນເດືອນກໍລະກົດ. ຢ່າງໃດກໍຕາມ, ເມື່ອທຽບໃສ່ເດືອນກ່ອນ, ຍອດຂາຍໃນທຸລະກິດອາຫານ ແລະ ເຄື່ອງດື່ມເພີ່ມຂຶ້ນ 1.5% ໃນເດືອນສິງຫາ.
ຄໍາເຫັນ