ໂຄສົກທ່ານນີ້ກ່າວຕື່ມວ່າ: ຮົງກົງປະຕິບັດຕາມຫຼັກການປະເທດດຽວສອງລະບອບ ຊຶ່ງໄດ້ຮັບການຄ້ຳຊູຂອງປະເທດຊາດ ແລະ ເຊື່ອມໂຍງກັບໂລກ, ມີການທະນາຄານ, ການຂົນສົ່ງທາງທະເລ, ການຄ້າ ແລະ ການບໍລິການມືອາຊີບທີ່ເຊື່ອມຕໍ່ກັບມາດຕະຖານສູງສຸດຂອງສາກົນ, ທັງມີໂຄງສ້າງຈັດຕັ້ງອົງການປົກຄອງທີ່ມີປະສິດທິພາບສູງ, ຖັນແຖວລັດຖະກອນທີ່ສຸຈະຫຼິດ ແລະ ເປັນມືອາຊີບ. ນັບແຕ່ປີນີ້ເປັນຕົ້ນມາ, ຮົງກົງໄດ້ສ້າງຜົນງານດີເດັ່ນໃນການລຽງລໍາດັບກຳລັງແຂ່ງຂັນສາກົນຫຼາຍປະການ ຊຶ່ງໄດ້ສະແດງໃຫ້ເຫັນເຖິງທ່າແຮງແກນກາງຂອງຮົງກົງ ແລະ ຄວາມພະຍາຍາມຂອງອົງການປົກຄອງຮົງກົງໃນການຊຸກຍູ້ການພັດທະນາໃນຄຸນນະພາບສູງ ໄດ້ຮັບຄວາມຮັບຮູ້ຢ່າງກວ້າງຂວາງຈາກປະຊາຄົມໂລກ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ