ສະຖາບັນດັ່ງກ່າວລະບຸວ່າ: ທ່ານ ປີເຕີ ເຮເກມານ ແລະ ທ່ານ ຈອດ ເນເກລ ໄດ້ຄົ້ນພົບໂປຣຕີນພິເສດຄື: channelrhodopsin ໃນສາຫຼ່າຍຈຸລັງດຽວ, ໃນຂະນະທີ່ ທ່ານ ຄາລ ໄດເຊີຣອດ ໄດ້ພັດທະນາໂປຣຕີນນີ້ໃຫ້ເປັນສະວິດທີ່ຄວບຄຸມຈຸລັງປະສາດດ້ວຍແສງ ຊຶ່ງຜົນງານຂອງຜູ້ທີ່ໄດ້ຮັບລາງວັນທັງ 3 ທ່ານນີ້ໄດ້ວາງພື້ນຖານທີ່ສຳຄັນສຳລັບຍຸກໃໝ່ໃນວົງການວິທະຍາສາດປະສາດ.
ທ່ານ ຄາລ ໄດເຊີຣອດ ເກີດໃນ ສະຫະລັດ ອາເມຣິກາ, ເປັນອາຈານສອນຢູ່ສະຖາບັນການແພດ Howard Hughes ແລະ ມະຫາວິທະຍາໄລ Stanford, ສ່ວນ ທ່ານ ປີເຕີ ເຮເກມານ ແລະ ທ່ານ ຈອດ ເນເກລ ເກີດຢູ່ເຢຍລະມັນ, ເປັນອາຈານສອນຢູ່ມະຫາວິທະຍາໄລ Humboldt ໃນເບີລິນ ແລະ ມະຫາວິທະຍາໄລ Würzburg ຕາມລຳດັບ.
ນອກຈາກນັ້ນ, ຜູ້ໄດ້ຮັບລາງວັນທັງ 3 ທ່ານ ຈະໄດ້ຮັບເງິນຮັບລາງວັນລວມກັນຈຳນວນ 12 ລ້ານໂຄຣນາຊູແອັດ.
ຄໍາເຫັນ