ກຳປູເຈຍເລີ່ມຂຸດຄົ້ນຄຳຢູ່ບໍ່ຄຳ

ກຳປູເຈຍ ຜະລິດຄຳແທ່ງບໍລິສຸດ 90% ເກືອບ 13 ໂຕນ

ກຳປູເຈຍ ຜະລິດຄຳແທ່ງບໍລິສຸດ 90% ເກືອບ 13 ໂຕນ
ຂ່າວຕ່າງປະເທດລາຍງານໃນວັນທີ 6 ພະຈິກ ຜ່ານມາ, ເຈົ້າໜ້າທີ່ຂັ້ນສູງຂອງກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍຜະລິດຄຳແທ່ງບໍລິສຸດ90% ເກືອບ

 13 ໂຕນ ນັບຕັ້ງແຕ່ເປີດດຳເນີນການບໍ່ແຮ່ໃນຮູບແບບການຄ້າໃນເດືອນມິຖຸນາປີ 2021.

ທ່ານ ອີ່ງ ຕິໂປລາ ຫົວໜ້າກົມຊັບພະຍາກອນບໍ່ແຮ່ ກະຊວງບໍ່ແຮ່ ແລະພະລັງງານຂອງກຳປູເຈຍ ລາຍງານວ່າ: ປັດຈຸບັນ ມີບໍລິສັດຂຸດຄົ້ນຄໍາ 10 ແຫ່ງ ໃນແຂວງມົນທົນຄີລີ, ຣັດຕະນະຄີຣີ, ກຣະແຈະ, ກຳປົງທົມ, ພຣະວິຫານ ແລະ ພຣະຕະບອງ ໂດຍ ບໍຣິສັດ Renaissance Minerals (ກໍາປູເຈຍ) ຈໍາກັດ ຢູ່ແຂວງມົນທົນຄີຣີ ມີຜົນຜະລິດສູງສຸດ ປະມານ 12,536 ກິໂລກຣາມ,ຂະນະທີ່ບໍລິສັດອື່ນໆມີຜົນຜົນຜະລິດໜ້ອຍກວ່າ.

ກຳປູເຈຍເລີ່ມຂຸດຄົ້ນຄຳຢູ່ບໍ່ຄຳໃນເຂດແກ້ວເສມາ ແຂວງມົນທົນຄີຣີ ໃນເດືອນມິຖຸນາ 2021 ໂດຍບໍລິສັດ Renaissance Minerals ຊຶ່ງເປັນບໍລິສັດຍ່ອຍ ຂອງ Emerald Resources NL ທີ່ຈົດທະບຽນໃນອົສຕຣາລີເປັນຜູ້ພັດທະນາຂຸດຄົ້ນບໍ່ແຮ່ດັ່ງກ່າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຍ້ອນ​ຫຍັງ ຈີນ ຈຶ່ງ​ສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.
ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ຂ່າວຕ່າງປະເທດລາຍງານວ່າ: ຄະ​ນະ​ກຳ​ມະ​ການ​ໂອແ​ລັມ​ປິກ ຂອງ​ກາ​ຕາ​ ເປີດເຜີຍໃນວັນ​ທີ 22 ກໍ​ລະ​ກົດ ຜ່ານມາ​ວ່າ, ກາ​ຕາ ​ໄດ້​ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຂໍເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ແລັມ​ປິກ​ ແລະ​ ພາ​ຣາ​ລິມ​ປິກ​ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ສະຫະລັດ ອາເມຣິກາ ປະກາດຈະຖອນຕົວອອກຈາກອົງການ UNESCO

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມານີ້, ທ່ານນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກຖະແຫຼງການວ່າ: ສະຫະລັດ ອາເມຣິກາ ໄດ້ແຈ້ງຂໍ້ຕົກລົງກ່ຽວກັບ ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະປະຊາຊາດ ຫຼື UNESCO ຕໍ່ທ່ານນາງ ອໍເດຣ ອາຊູເລ ຜູ້ອຳນວຍການໃຫຍ່ອົງການ UNESCO. ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ສະຫະລັດ ອາເມຣິກາ ຈະຖອນຕົວອອກຈາກອົງການ UNESCO ຢ່າງເປັນທາງການໃນວັນທີ 31 ທັນວາປີ 2026.
WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

WHO ​ເຕືອນ ​ໄວ​ຣັດ Chikungunya ​ມີ​ຄວາ​ມ​ສ່ຽງແຜ່​ລາມລະ​ດັບ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ມີການດຳເນີນງານໂດຍດ່ວນເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດຊີຄຸນກຸນຢາ (Chikungunya) ຊຶ່ງເປັນພະຍາດທີ່ຕິດເຊື້ອໂດຍຍຸງ ໄດ້ເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດອາຟຣິກາ ແລະ ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.
ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ອິນເດຍ ສູນເສຍເງິນໃຫ້ມິດສາຊີບອອນລາຍ 2.64 ຕື້ໂດລາ ໃນປີ 2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ຜ່ານມາວ່າ: ອີງຕາມຂໍ້ມູນຈາກເວັບໄຊ ລາຍງານອາຊະຍາກຳໄຊເບີ ແລະ ລະບົບການຄຸ້ມຄອງກໍລະນີສໍ້ໂກງທາງດ້ານການເງິນຂອງພົນລະເມືອງອິນເດຍ ເປີດເຜີຍວ່າ, ພົນລະເມືອງອິນເດຍ ສູນເສຍເງິນຫຼາຍກວ່າ 2.64 ຕື້ໂດລາ ຈາກການສໍ້ໂກງທາງອອນລາຍໃນປີ 2024, ເພີ່ມຂຶ້ນຈາກ 863.8 ລ້ານໂດລາ ໃນປີ 2023.
ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມານີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ປະກາດບົດລາຍງານ “ການຄາດຄະເນການພັດທະນາອາຊີ ປີ 2025 (ສະບັບເດືອນກໍລະກົດ)”, ໂດຍໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ ລົງເຫຼືອ 4.7% ແລະ 4.6% ໃນປີ 2026.
ຈີນ​ ຖື​ເອົາ​ກາ​ນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພິ​ການ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ

ຈີນ​ ຖື​ເອົາ​ກາ​ນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ພິ​ການ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ພາຍ​ໃຕ້ຫົວ​ຂໍ້ “​ການສຳ​ເລັດແຜນພັດທະນາເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 14 ຢ່າງ​ມີ​ຄຸນ​ນະ​ພາບ​ສູງ”. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ພັນ​ຄົນ​ພິ​ການ​ຈີນ​ໄດ້​​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 14” (ປີ 2021-2025), ເປົ້າ​ໝາຍ​ຕົ້ນ​ຕໍ​ດ້ານ​ການ​ຮັບ​ປ​ະ​ກັນ ແລະ​ ພັດ​ທະ​ນາ​ຄົນ​ພິ​ການ​ໄດ້​ສຳ​ເລັດ​ຕາມ​ທີ່​ຄາດ​ໝາຍ​ໄວ້.
ນາຍົກຫວຽດນາມ ຮຽກຮ້ອງກວດກາຄືນການປັບປຸງ ເພີ່ມເຕີມກົດໝາຍສະບັບຕ່າງໆ

ນາຍົກຫວຽດນາມ ຮຽກຮ້ອງກວດກາຄືນການປັບປຸງ ເພີ່ມເຕີມກົດໝາຍສະບັບຕ່າງໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກ່ຽວກັບການສ້າງກົດໝາຍ ເດືອນກໍລະກົດ ປີ 2025 ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ 8 ເນື້ອໃນສ້າງກົດໝາຍ, ໃນນັ້ນ ມີຮ່າງກົດໝາຍ 7 ສະບັບ ແລະ ໂຄງການສ້າງກົດໝາຍຂອງລັດຖະບານປີ 2026.
ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ທ່ານ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ແຂວງອານ​ຢາງ ແລະ ດົ່ງ​ທາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງອານຢາງ ແລະ ຕາແສງໝີຮຽບ ແຂວງດົ່ງທາບ.
ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຣັດເຊຍ ຈະລົງທຶນ 180 ຕື້ຣຸບ ຍົກລະດັບດ່ານຊາຍແດນ

ຂ່າວຕ່າງປະເທດລາຍ; ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານຣັດເຊຍ ຈະຈັດສັນງົບປະມານເກືອບ 180 ຕື້ຣຸບ ໃນໄລຍະ 3 ປີຂ້າງໜ້າ ເພື່ອປັບປຸງດ່ານຊາຍແດນທົ່ວປະເທດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອພັດທະນາໂລຈິສຕິກຂ້າມແດນ.
ເພີ່ມເຕີມ