ການສົ່ງອອກຢາງພາລາທຳມະຊາດ

ກຳປູເຈຍ ສ້າງລາຍຮັບຈາກການສົ່ງອອກຢາງພາລາ 394 ລ້ານໂດລາ

ກຳປູເຈຍ ສ້າງລາຍຮັບຈາກການສົ່ງອອກຢາງພາລາ 394 ລ້ານໂດລາ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ກົມຢາງພາລາຂອງກໍາປູເຈຍ ລາຍງານວ່າ: ກຳປູເຈຍສ້າງລາຍຮັບ

ຈາກການສົ່ງອອກຢາງພາລາທຳມະຊາດລວມທັງໝົດ 394 ລ້ານໂດລາ ໃນໄລຍະເກົ້າເດືອນທຳອິດ ຂອງປີ 2024ເພີ່ມຂຶ້ນ18% ຈາກ 332.6 ລ້ານໂດລາ ໃນໄລຍະດຽວກັນຂອງປີ 2023.

ບົດລາຍງານລະບຸວ່າ: ກຳປູເຈຍ ສົ່ງອອກຢາງພາລາທຳມະຊາດ 248,535ໂຕນ ໃນໄລຍະເວລາດັ່ງກ່າວ ເພີ່ມຂຶ້ນ2.4% ຈາກ 242,654ໂຕນໃນໄລຍະດຽວກັນຂອງປີ 2023.

ທ່ານ ກຸນ ກາກາດາຮັກສາການອະທິບໍດີ ກົມຢາງພາລາຂອງກຳປູເຈຍ ລະບຸວ່າ: ລາຄາຈໍາໜ່າຍນ້ຳຢາງພາລາຕໍ່ໂຕນໃນໄລຍະ9 ເດືອນທຳອິດສະເລ່ຍຢູ່ທີ່ 1,586ໂດລາ ສູງຂຶ້ນປະມານ 215 ໂດລາ ຈາກປີກ່ອນ ໂດຍກຳປູເຈຍສົ່ງອອກຜະລິດຕະພັນຢາງພາລາທຳມະຊາດໄປຍັງປະເທດມາເລເຊຍ, ຫວຽດນາມ, ສິງກະໂປ ແລະຈີນ.

ປັດຈຸບັນ, ກໍາປູເຈຍ ມີເນື້ອທີ່ປູກຢາງພາລາ ທັງໝົດ407,172 ເຮັກຕາ, ໂດຍຕົ້ນຢາງພາລາ78.6% ແກ່ພໍຂີດເອົານໍ້າຢາງໄດ້ແລ້ວ.

ຄໍາເຫັນ

ຂ່າວຕ່າງປະເທດ

ການສູດດົມໄມໂຄຣພາສຕິກ ເຮັດໃຫ້ເກີດການອັກສອບ ແລະ ທຳລາຍປອດ

ການສູດດົມໄມໂຄຣພາສຕິກ ເຮັດໃຫ້ເກີດການອັກສອບ ແລະ ທຳລາຍປອດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ກຸມພາ ຜ່ານມາວ່າ: ການຄົ້ນຄວ້າສະບັບໃໝ່ຈາກມະຫາວິທະຍາໄລເຕັກໂນໂລຊີຊິດນີ ຂອງອົສຕຣາລີ ຊີ້ໃຫ້ເຫັນວ່າ, ການສູດດົມເອົາໄມໂຄຣພລາສຕິກ ອາດຈະເຮັດໃຫ້ເກີດການອັກເສບ ແລະ ທຳລາຍປອດ ໄດ້. ສິ່ງນີ້ອາດຈະເພີ່ມຄວາມສ່ຽງຂອງພະຍາດທາງເດີນຫາຍໃຈເຊັ່ນ: ພະຍາດຫືດ, ພະຍາດປອດອຸດຕັນຊໍາເຮື້ອ, ພະຍາດເນື້ອເຍື່ອໃນປອດ ແລະ ມະເຮັງປອດ.
ທະນາຄານກາງນູແວນເຊລັງ ຮັກສາອັດຕາດອກນະໂຍບາຍໄວ້ທີ່ 2.25%

ທະນາຄານກາງນູແວນເຊລັງ ຮັກສາອັດຕາດອກນະໂຍບາຍໄວ້ທີ່ 2.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງນູແວນເຊລັງ (RBNZ) ໄດ້ຮັກສາອັດຕາດອກເບ້ຍນະໂຍບາຍຂອງຕົນໄວ້ທີ່ 2.25% ໃນກອງປະຊຸມວັນທີ 18 ກຸມພາ ຜ່ານມາ ຕາມທີ່ຕະຫຼາດຄາດຄະເນໄວ້. RBNZ ລະບຸວ່າ:ນະໂຍບາຍການເງິນຈຳເປັນຕ້ອງຮັກສາໄວ້ໃນລະດັບຜ່ອນຜັນຕໍ່ໄປອີກໄລຍະໜຶ່ງ ເພື່ອສະໜັບສະໜູນການຟື້ນຕົວຂອງເສດຖະກິດ ແລະ ໄດ້ປັບປຸງການຄາດຄະເນສຳລັບການຂຶ້ນອັດຕາດອກເບ້ຍຄັ້ງທຳອິດໄປຈົນຮອດທ້າຍປີນີ້ ຫຼື ຕົ້ນປີໜ້າ.
ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່

ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 18 ກຸມພາ ຜ່ານມານີ້, ໃນການປ່ອນບັດຮອບທີສອງຂອງການເລືອກຕັ້ງສະເໜີຊື່ນາຍົກລັດຖະມົນຕີຂອງສະພາສູງຍີ່ປຸ່ນ, ທ່ານນາງ ທານາເອະ ທາຄາອິຈິ ປະທານພັກເສລີປະຊາທິປະໄຕຍີ່ປຸ່ນໄດ້ຮັບບັດຫຼາຍກວ່າເຄິ່ງໜຶ່ງ. ສະນັ້ນ, ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່.
ເສັ້ນ​ທາ​ງ​ລົດ​ໄຟ​​ຄວາມ​ໄວ​ສູງຈີນ-ໄທ​ ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030

ເສັ້ນ​ທາ​ງ​ລົດ​ໄຟ​​ຄວາມ​ໄວ​ສູງຈີນ-ໄທ​ ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອະນັນ ໂພນິ່ມແດງ ຜູ້​ວ່າ​ການ​ແທນ​ກົມ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ, ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ຈີນ-ໄທ​ໄລ​ຍະ​ທີ​ໜຶ່ງ​ໄດ້​ສຳ​ເລັດ​ໄປ​ແລ້ວ 51.74%, ເປົ້າ​ໝາຍ​ທາງ​ການ​ແມ່ນ​ສ້​​າງສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030.
ຫວຽດ​ນາມ ແລະ ອາ​ເມ​ຣິ​ກາ ​ເຊັນ​​ຂໍ້​ຕົກ​ລົງ​ຮ່ວມ​ມື​ມູນ​ຄ່າ 37 ຕື້ກວ່າໂດລາ

ຫວຽດ​ນາມ ແລະ ອາ​ເມ​ຣິ​ກາ ​ເຊັນ​​ຂໍ້​ຕົກ​ລົງ​ຮ່ວມ​ມື​ມູນ​ຄ່າ 37 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນແລງວັນທີ 18 ກຸມພາ ຜ່ານມາ, ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງວໍຊິງຕັນ ດີຊີ (ສະຫະລັດ ອາເມຣິກາ), ບັນດາຄູ່ຮ່ວມມື ຫວຽດນາມ ແລະ ສະຫະລັດ ອາເມຣິກາ ໄດ້ເຊັນສັນຍາ, ຂໍ້ຕົກລົງຮ່ວມມືສະບັບຕ່າງໆໃນບັນດາຂົງເຂດຈຸດສຸມ ລວມມູນຄ່າທັງໝົດ 37.2 ຕື້ໂດລາ. ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ການນຳສອງປະເທດຫຼາຍທ່ານ.
ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ສຳນັກງານສະຖິຕິແຫ່ງຊາດມົງໂກລີໄດ້ເປີດເຜີຍວ່າ, ສະພາບອາກາດໜາວຮຸນແຮງ ຫຼື "dzud" ໃນປະເທດມົງໂກລີ ໄດ້ເຮັດໃຫ້ສັດລ້ຽງ ຈຳນວນ 26,300 ກວ່າໂຕເສຍຊີວິດ ໃນເດືອນມັງກອນ ຜ່ານມາ ໃນແຂວງພາກຕາເວັນຕົກເຊັ່ນ: ອຸຟ, ບາຍັນ-ເອີລກີ ແລະ ຊັຟຄານ ລວມເຖິງແຂວງເອເວີຮັງໄກ ໃນພາກກາງ.
Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Microsoft ໄດ້ປະກາດໃນວັນທີ 18 ກຸມພາ ຜ່ານມາວ່າ, ບໍລິສັດມີແຜນທີ່ຈະລົງທຶນ 50 ຕື້ໂດລາ ພາຍໃນທ້າຍທົດສະວັດນີ້ ເພື່ອຂະຫຍາຍຄວາມສາມາດດ້ານປັນຍາປະດິດ (AI) ຂອງຕົນໃນບັນດາປະເທດກຳລັງພັດທະນາພາຍໃນກຸ່ມ Global South.
UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ປະກາດ 19 ໂຄງການໃໝ່ດ້ວຍມູນຄ່າ 6.9 ລ້ານໂດລາ ເພື່ອແນໃສ່ສະໜັບສະໜູນການຮັບມືກັບບັນດາກໍລະນີສຸກເສີນໃນທົ່ວໂລກ ດ້ວຍແຫຼ່ງເງິນປະກອບເພີ່ມເຕີມຈາກລັດຖະບານຍີ່ປຸ່ນ.
ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ ຢູ່ນະຄອນມຸມບາຍ ປະເທດອິນເດຍ, ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 18 ກຸມພາ ຜ່ານມາວ່າ: ພາຍຫຼັງງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸ-ໂທລະພາບສູນກາງຈີນປີ 2026 ອອກອາກາດແລ້ວ, ຫຸ່ນຍົນມະນຸດບົນເວທີສະແດງຂອງງານໄດ້ຮັບຄວາມສົນໃຈຫຼາຍຈາກສື່ມວນຊົນສາກົນ.
ເພີ່ມເຕີມ