ຂ່າວຕ່າງປະເທດລາຍງານໂດຍອີງຕາມຂ້ໍມູນໃນວັນທີ 3 ມັງກອນ 2024ຈາກສະພາພັດທະນາກຳປູເຈຍໃຫ້ຮູ້ວ່າ: ກຳປູເຈຍສາມາດດຶງດູດການລົງທຶນດ້ານຊັບສິນຖາວອນໃນປີ 2023 ເຖິງ 4,92 ຕື້ໂດລາ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີກ່ອນທີ່ໄດ້ 4,03 ຕື້ໂດລາ.
ກຳປູເຈຍໄດ້ອະນຸມັດໂຄງການລົງທຶນໃນປີຜ່ານມາ 268 ໂຄງການ,ສາມາດສ້າງວຽກເຮັດງານທຳໄດ້ປະມານ 307.000 ຄົນ, ສະພາດັ່ງກ່າວໄດ້ກ່າວເພີ່ມຕື່ມວ່າ: ໂຄງການສຳຄັນເຫລົ່ານີ້ຕົ້ນຕໍໄດ້ສຸມໃສ່ ພາກອຸດສາຫະກຳ, ໂຄງລ່າງພື້ນຖານ, ກະສິກຳ, ອຸດສາຫະກຳ-ກະສິກຳ ແລະ ການທ່ອງທ່ຽວ.
ນັກລົງທຶນຕ່າງປະເທດທີ່ລົງທຶນຫລາຍສຸດສາມອັນດັບໄດ້ແກ່ ຈີນ,ສິງກະໂປ ແລະ ມາເລເຊຍ. ໃນນັ້ນການລົງທຶນຈາກຈີນກວມເອົາ 66% ຂອງການລົງທຶນທັງໝົດ. ທ່ານ ເພັນ ໂສວິຈິດ ໂຄສົກກະຊວງການຄ້າກຳປູເຈຍໃຫ້ຮູ້ວ່າ: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ ຫລື RCEP ,ສັນຍາການຄ້າເສລີກຳປູເຈຍ-ຈີນ, ກົດໝາຍວ່າດ້ວຍການລົງທຶນສະບັບໃໝ່ຂອງກຳປູເຈຍລ້ວນແຕ່ແມ່ນປັດໄຈສຳຄັນເພື່ິອດຶງດູດການລົງທຶນໂດຍກົງຈາກຕ່າງປເະເທດໃຫ້ໄຫລເຂົ້າມາສູ່ກຳປູເຈຍ.
ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງກໍແມ່ນປັດໄຈສຳຄັນເພື່ອດຶງດູດນັກລົງທຶນຈີນໃຫ້ເຂົ້າມາລົງທຶນຫລາຍຂຶ້ນ, ການລົງທຶນໃໝ່ເຫລົ່ານີ້ຈະນຳເອົາເງິນທຶນ,ເທັກໂນໂລຊີ, ໂອກາດການມີວຽກເຮັດງານທຳ ມາສູ່ປະຊາຊົນກຳປູເຈຍ.
ນາຍົກລັດຖະມົນຕີ ຫວຽດນາມ ພົບປະເຈລະຈາກັບນາຍົກລັດຖະມົນຕີ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ຄໍາເຫັນ