![]() |
ໃນກອງປະຊຸມໄດ້ມີການນຳສະເໜີ ວຽກຂອງໂຄງການ ວ່າ: ໂຄງການອານຸລັກໄມ້ປ່ອງ ເປັນທຶນຊ່ວຍເຫຼືອຂະໜາດນ້ອຍ ສໍາລັບອະດີດນັກສຶກສາລາວ-ອົດສະຕຣາລີ (AIG), ຜ່ານການອານຸມັດຈາກ ລັດຖະບານອົດສະຕຣາລີ, ໂດຍຜ່ານ ສະຖາບັນລາວ-ອົດສະຕຣາລີ (LAI) ໄດ້ສະໜອງເລີ້ມແຕ່ປີ 2020. ເປັນໂຄງການສະໜອງທຶນຂະໜາດນ້ອຍ ທີ່ສາມາດນຳໃຊ້ເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ກັບຊຸມຊົນໃນການຈັດການໄມ້ປ່ອງແບບຍືນຍົງ ໂດຍຮັບປະກັນການອະນຸລັກສິ່ງແວດລ້ອມ, ການສ້າງລາຍໄດ້ ແລະ ການອະນຸລັກຮັກສາວັດທະນະທໍາ, ພ້ອມທັງເປັນໂຄງການແບບຢ່າງໃຫ້ແກ່ຊຸມຊົນອື່ນ ໃນອະນາຄົດ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ກ່ຽວກັບບັນດາແຜນກິດຈະກຳ ຂອງໂຄງການທີ່ກຳນົດໄວ້, ເພື່ອໃຫ້ເກີດຜົນປະໂຫຍດລວມຂອງບ້ານ ແລະ ປະຊາຊົນບັນດາເຜົ່າ, ເພື່ອສິ່ງແວດລ້ອມທີ່ສວຍສົດງົດງາມຂຽວສະອາດງາມຕາ. ຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານເປົ້າໝາຍ ຕ້ອງໄດ້ສຶກສາອົບຮົມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ມີຄວາມເຂົ້າໃຈຈຸດປະສົງ-ເປົ້າໝາຍຂອງໂຄງການ, ປະກອບສ່ວນການອານຸລັກຮັກສາປ່າໄມ້, ເຫັນໄດ້ຄວາມສໍາຄັນ ແລະຜົນປະໂຫຍດຂອງໄມ້ປ່ອງ, ພ້ອມນັ້ນ ຕ້ອງໄດ້ມີກົດລະບຽບຄຸ້ມຄອງ, ນໍາໃຊ້ທີ່ເໝາະສົມ ເປັນຕົ້ນ ຕໍ່ກັບຜູ້ລະເມີດ ໄປບຸກລຸກ, ທໍາລາຍ, ມີການແຕ່ງຕັ້ງຄະນະຮັບຜິດຊອບແບ່ງການ, ແບ່ງງານກັນລະອຽດ ເພື່ອຕິດຕາມກວດກາ, ມີການສະຫຼຸບລາຍງານ ແຕ່ລະໄລຍະເປັນປົກກະຕິ, ສີ່ງສຳຄັນ ຕອງມີການປຸກລະດົມການປົກປັກຮັກສາ ແລະ ຂະຫຍາຍພື້ນທີ່ ໃຫ້ກວ້າງຂວາງ.
(ຂ່າວ ບຸນມີ ໄຊຍະກຸມມານ)

ຄໍາເຫັນ