ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ຕົ້ນຕໍແມ່ນກວດກາສະຖານທີ່ ຊຶ່ງຈະໃຊ້ໃນການບິນໂດຣນ 500 ລໍາ ແລະ ຈູດພຸ (ໄຟດອກ) ດ້ວຍແສງສີສຽງ ເພື່ອລະນຶືກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.
ໂອກາດນີ້, ທ່ານ ນາງ ສົມເລັດ ໂພສາລາດ ປະທານບໍລິສັດ ຍິ່ງໂຊກໄຊ ກໍໄດ້ລາຍງານການກະກຽມຄວາມພ້ອມດ່ານຕ່າງໆ ຕົ້ນຕໍແມ່ນສະຖານທີ່ໃຊ້ໃນມື້ເປີດງານ, ການຈັດສັນຕະຫຼາດຢ້ອນຍຸກ ຕິດພັນກັບການນຸ່ງຖືທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ ຊຶ່ງຈະໃຫ້ປະຊາຊົນບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍຄ່າເຊົ່າ, ການຈັດສັນຕະຫຼາດວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມ, ສະຖານທີ່ຈອດ, ການກະກຽມກໍາລັງໃນການຮັກສາອະນາໄມ ໃນໄລຍະຈັດງານບຸນ ເພື່ອເຮັດໃຫ້ງານນະມັດສະການຜາສາຫີນວັດພູປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດສວຍງາມ, ສາມາດສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ແຂກ ກໍຄືນັກທ່ອງທ່ຽວທີ່ມາຮ່ວມງານ.
ງານບຸນນະມັດສະການຜາສາດຫີນວັດພູປີນີ້, ຈະມີການສະແດງບົດຟ້ອນ, ສິລະປະພື້ນເມືອງ, ການສະແດງສິລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກໍາເນີດຂອງວັດພູຈຳປາສັກ, ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ. ໃນງານຈະມີການບິນໂດນຈໍານວນ 500 ລໍາ, ຈູດພຸ 300 ລູກ ທີ່ປະກອບດ້ວຍແສງ ສີ ສຽງ ຊຶ່ງເປັນຈຸດເດັ່ນ ຂອງງານນະມັດສະການຜາສາດຫີນວັດພູ ປະຈໍາປີ 2025.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ