ການບໍລິການຂົນສົ່ງດ່ວນຢູ່ແຂວງຄໍາມ່ວນ ມີທ່າອ່ຽງຂະຫຍາຍຕົວ

ການບໍລິການຂົນສົ່ງດ່ວນຢູ່ແຂວງຄໍາມ່ວນ ມີທ່າອ່ຽງຂະຫຍາຍຕົວ
ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງຄໍາມ່ວນ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 18 ມັງກອນ ຜ່ານມາວ່າ: ກ່ຽວກັບການຂົນສົ່ງພັດສະດຸດ່ວນ, ເປັນການ ເຄື່ອນໄຫວຮູບແບບໜຶ່ງທີ່ນອນຢູ່ໃນການບໍລິການຄ້າຍໆໄປສະນີ ຊຶ່ງປະກອບມີ 4 ຮູບແບບຄື: ການຂົນສົ່ງພັດສະດຸດ່ວນທັງພາຍໃນ ແລະ ຕ່າງປະເທດ, ການສົ່ງເຄື່ອງທາງອີເລັກໂຕຣນິກ, ການຜະລິດສະແຕັມທາງດ້ານໄປສະນີ ແລະ ການບໍລິການເງິນຝາກທາງດ້ານໄປສະນີ. ສະນັ້ນ, ການບໍລິການຂົນສົ່ງດ່ວນແມ່ນຈັດຢູ່ໃນຮູບແບບການຂົນສົ່ງໄປສະນີ ຊຶ່ງການບໍລິການໄປສະນີສະເພາະຢູ່ໃນແຂວງຄຳມ່ວນມີພຽງບໍລິສັດດຽວຄືລັດວິສາຫະກິດໄປສະນີລາວ ໃນເມື່ອກ່ອນແມ່ນເປັນລັດວິສາຫະກິດຂອງລັດ ມາຮອດປັດຈຸບັນເອີ້ນວ່າ: ບໍລິສັດ ໄປສະນີຈໍາກັດ. 
ມາຮອດປີ 2015 ຢູ່ແຂວງຄໍາມ່ວນຈະມີບໍລິສັດເອກະຊົນທີ່ຮັບບໍລິການຂົນສົ່ງດ່ວນ ແລະ ຝາກເຄື່ອງທາງໄປສະນີ ຊຶ່ງບໍລິສັດອອກໃບອະນຸຍາດພາຍໃນແຂວງລວມມີກຽງໄກຂົນສົ່ງພັດສະດຸດ່ວນ ຍ້ອນການຂະ ຫຍາຍຕົວຂອງສັງຄົມ ຕົກມາຮອດປີ 2019 ຂົງເຂດວຽກງານດັ່ງກ່າວໄດ້ມີການຂະຫຍາຍຕົວຫຼາຍ. ນອກຈາກບໍລິສັດທີ່ມີພາຍໃນແຂວງແລ້ວ ຍັງມີບໍລິສັດທີ່ດໍາເນີນທຸລະກິດຢູ່ແຂວງອື່ນມາເປີດສາຂາຢູ່ແຂວງຂອງພວກເຮົາ. ປັດຈຸບັນ, ບໍລິສັດທີ່ມາເຄື່ອນໄຫວຢູ່ແຂວງຄໍາມ່ວນມີທັງໝົດ 12 ສາຂາ ທີ່ເຮັດທຸລະກິດຂົນສົ່ງພັດສະດຸດ່ວນ. ແຕ່ລະສາຂາຈະມີປ່ອງບໍລິການຮັບ-ຝາກພັດສະດຸໃນ 10 ຕົວເມືອງ, ຕໍ່າສຸດເມືອງລະ 2 ປ່ອງບໍລິການ. ນອກຈາກປ່ອງບໍລິການແລ້ວ ຍັງມີຮ້ານທີ່ເປັນຕົວແທນຮັບຝາກເຄື່ອງ.
ທ່ານ ຫວາດ ອິນຄໍາວົງ ກ່າວຕື່ມວ່າ: ສາເຫດທີ່ການບໍລິການຂົນສົ່ງດ່ວນພາຍໃນແຂວງມີການຂະ ຫຍາຍຕົວໄວກໍຍ້ອນວ່າ ການຄ້າທາງອອນລາຍມີການເຕີບໃຫຍ່ຂະຫຍາຍຕົວຫຼາຍ ຈຶ່ງເຮັດໃຫ້ທຸລະກິດຂົນສົ່ງດ່ວນໄດ້ຮັບອະນິສົງໄປນໍາ ຊຶ່ງທາງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍໄດ້ມີນິຕິກໍາຄຸ້ມຄອງເປັນຕົ້ນແມ່ນກົດໝາຍທາງດ້ານໄປສະນີເປັນຫຼັກ. ນອກຈາກນັ້ນ, ຍັງມີນິຕິກໍາອື່ນໆຄຸ້ມຄອງເຊັ່ນ: ນິຕິກໍາວ່າດ້ວຍມາດຕະຖານການຝາກເຄື່ອງ, ຂໍ້ເກືອດຫ້າມກ່ຽວກັບເຄື່ອງທີ່ຝາກທາງໄປສະນີ ແລະ ລະບຽບສະເພາະຂອງແຕ່ລະບໍລິສັດ ໂດຍແຕ່ລະບໍລິສັດທີ່ມາດໍາເນີນທຸລະກິດຢູ່ພາຍໃນແຂວງ ຕ້ອງມີເອກະສານມາຜ່ານທາງພະ ແນກການກ່ຽວຂ້ອງກ່ອນ. ໂດຍຕິດພັນກັບ 2 ວາລະແຫ່ງຊາດ, ທາງພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງ ໄດ້ມີການເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງໃຫ້ຜູ້ບໍລິການ ໃຫ້ໄດ້ຮັບຮູ້ພ້ອມທັງສົມທົບກັບພາກສ່ວນທີ່ຮັບຜິດຊອບຂອງ ປກສ ແຂວງໃນການລົງຊຸ່ມກວດ ແລະ ຕິດຕາມເບິ່ງລະບົບການຮັບ-ຝາກເຄື່ອງເປັນແຕ່ລະໄລຍະ. ພ້ອມນັ້ນ, ຍັງລວມໄປເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນກັບບັນດາຮ້ານຕົວແທນຈໍາ                                ໜ່າຍ ກໍລະນີຝາກເຄື່ອງຢູ່ຕົ້ນທາງແລ້ວ ແຕ່ປາຍທາງບໍ່ໄດ້ຮັບເຄື່ອງ ແລະ ອື່ນໆ ຊຶ່ງກໍລະນີເຫຼົ່ານັ້ນຜ່ານມາແມ່ນໄດ້ຮັບການປັບປຸງ ແລະ ແກ້ໄຂແລ້ວ. 
ທ່ານ ຫວາດ ອິນຄໍາວົງ ກ່າວເນັ້ນຕື່ມອີກວ່າ: ຄຽງຄູ່ກັບຂໍ້ສະດວກ ກໍຍັງມີຂໍ້ຫຍຸ້ງຍາກເປັນຕົ້ນໃນ ເວລາເປີດສາຂາ ບໍລິສັດບໍ່ໄດ້ມາຂໍໃບອະນຸຍາດນໍາພາກສ່ວນກ່ຽວຂ້ອງ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນເວລາດໍາເນີນທຸລະກິດ, ການນໍາເອົານິຕິກຳໄປເຜີຍແຜ່ໃຫ້ປະຊາຊົນຮັບຮູ້-ເຂົ້າໃຈຍັງເຮັດໄດ້ໜ້ອຍ ຊຶ່ງໃນອະນາຄົດອັນໃກ້ນີ້ ຈະໄດ້ນໍາເອົານິຕິກໍາດັ່ງກ່າວລົງໄປເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າໃຈ ໂດຍການປະສານສົມທົບກັບອໍານາດການປົກຄອງບ້ານໂຄສະນາຜ່ານໂທລະໂຄ່ງ ແລະ ສື່ຕ່າງໆ ເພື່ອໃຫ້ນິຕິກໍາດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ ແລະ ກວ້າງຂວາງ.  
ຂ່າວ-ພາບ: ແດງສະຫວັດ ແສນພານິດ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ