ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ

ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ 2026-2030 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ
ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດວ່າ:

 

 

ດ້ານນະໂຍບາຍ ແລະ ມາດຕະການ ແມ່ນພັດທະນາໂຄງລ່າງພື້ນຖານດ້ານໂຍທາທິການ ແລະ ຂົນສົ່ງ ລວມທັງພັດທະນຕົວເມືອງ ແລະ ສິ່ງແວດລ້ອມຕົວເມືອງ, ນໍ້າປະປາ-ສຸຂາພິບານ, ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແລວເສດຖະກິດ (ແລວເສດຖະກິດລາວ-ຈີນ, ແລວເຊື່ອມໂຍງ-ເຊື່ອມຈອດອານຸພາກພື້ນແມ່ນໍ້າຂອງ GMS, ແລວເຊື່ອມຈອດເຂົ້າຫາເຂດການຜະລິດ - ເຂດເສດຖະກິດພິເສດ - ແຫຼ່ງທ່ອງທ່ຽວ - ບັນດາຕົວເມືອງໃຫຍ່); ການພັດທະນາຕ້ອງມີວິທະຍາສາດ ແລະ ຈຸດສຸມ, ຮັບປະກັນຄຸນນະ ພາບ, ໄດ້ມາດຕະຖານພາກພື້ນ-ສາກົນ, ທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ໄປຕາມທິດສີຂຽວ ແລະ ຍືນຍົງ; ຫັນການພັດທະນາຕົວເມືອງໃຫ້ເປັນຕົວເມືອງທີ່ມີການວາງແຜນຮອບດ້ານ, ທັນສະໄໝ ແລະ ຍືນຍົງ; ເພີ່ມທະວີການປົກປັກຮັກສາຕາຝັ່ງ ແລະ ປ້ອງກັນໄພນໍ້າຖ້ວມບັນດາຕົວເມືອງ, ທັງຮັບປະກັນການສະໜອງນໍ້າປະປາ ແລະ ສຸຂາພິບານໃນຕົວເມືອງຂອບເຂດທົ່ວປະເທດ; ປັບປຸງຂອບກົດໝາຍ, ລະບຽບການ ແລະ ມາດຕະຖານເຕັກນິກຕ່າງໆທີ່ຮັບໃຊ້ການຄຸ້ມຄອງ ແລະ ພັດທະນາໂຄງລ່າງພື້ນຖານ; ສ້າງແຜນການຄຸ້ມຄອງ ແລະ ບໍາລຸງຮັກສາໂຄງລ່າງພື້ນຖານ ໂດຍຮັບປະກັນການນໍາໃຊ້ທີ່ປອດໄພ ແລະ ຍືນຍົງ; ຫັນການຂົນສົ່ງໃນ ສປປ ລາວ ສູ່ການຂົນສົ່ງແບບເຊື່ອມສານ ຫຼື ຫຼາຍຮູບແບບ ໂດຍແນໃສ່ການເຊື່ອມໂຍງ - ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສາມາດສະໜອງການຂົນສົ່ງທັງສິນຄ້າ ແລະ ໂດຍສານໄດ້ຢ່າງໂລ່ງລຽນ ສະໜັບສະໜູນໃນການພັດທະນາເສດຖະກິດ-ສັງຄົມຕາມນະໂຍບາຍຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນສູນກາງການບໍລິການດ້ານຄົມມະນາຄົມຂົນສົ່ງຂອງພາກພື້ນ, ສົ່ງເສີມການເຊື່ອມຈອດການຂົນສົ່ງຫຼາຍຮູບແບບໂດຍການປັບປຸງປະສິດທິພາບການບໍລິການ (ທັງດ້ານຂົນສົ່ງສິນຄ້າ ແລະ ໂດຍສານ) ໃຫ້ມີຄຸນນະພາບ, ປອດໄພ, ເປັນທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ປັບປຸງການບໍລິການຮອບດ້ານ ໂດຍສະເພາະການບໍລິການທາງຜ່ານໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ; ປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານດ້ານການຂົນສົ່ງ-ເຂດໂລຈິສຕິກ ແລະ ສິ່ງອໍານວຍຄວາມສະດວກຕາມດ່ານຊາຍແດນສາກົນ ເພື່ອສົ່ງເສີມການຂົນສົ່ງຜ່ານແດນໃຫ້ສະດວກວອງໄວ; ພັດທະນາການບໍລິຫານ-ຄຸ້ມຄອງລັດຂອງຂະແໜງ ຍທຂ (ທັງສູນການ ແລະ ທ້ອງຖິ່ນ) ໃຫ້ເປັນມືອາຊີບ, ຫັນເປັນທັນສະໄໝ, ເປັນເຈົ້າຕົນເອງໃນການບໍ່ສ້າງໜີ້ສິນ, ເຂັ້ມງວດວິໄນແຜນການ-ການເງິນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້; ເພີ່ມທະວີປະສິດທິພາບ-ປະສິດທິຜົນຂອງວຽກງານບໍລິຫານ-ຄຸ້ມຄອງລັດ ໂດຍການຍົກສູງຄຸນນະພາບ ແລະ ເພີ່ມຂີດຄວາມສາມາດຂອງບຸກຄະລາກອນຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຕອບສະ ໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນເງື່ອນໄຂໃໝ່; ພັດທະນາຫຼັກສູດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງພ້ອມກັບຍົກສູງພາລະບົດບາດຂອງສະພາສະຖາປະນິກ ແລະ ວິສະວະກອນໂຍທາລາວ; ປັບປຸງກົນໄກໃນການບໍລິຫານ - ຄຸ້ມຄອງລັດໃຫ້ຄ່ອງຕົວ ແລະ ມີປະສິດທິຜົນ ໂດຍການຫັນເປັນທັນສະ ໄໝ, ວ່ອງໄວ, ໂປ່ງໄສ ແລະ ລວມສູນ; ເອົາໃຈໃສ່ດຸ່ນດ່ຽງທາງດ້ານມະຫາພາກຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການ, ດຸ່ນດ່ຽງການຈັດສັນງົບປະມານເຂົ້າໃນວຽກງານຂະແໜງການພາຍໃນເພື່ອເຮັດໃຫ້ການພັດທະນາມີຄວາມສົມດູນ ແລະ ມີປະສິດທິຜົນສູງສຸດ; ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງມີຈຸດສຸມ - ເລືອກເຟັ້ນ ເພື່ອລະດົມຂົນຂວາຍແຫຼ່ງທຶນເຂົ້າໃນການພັດທະນາໂຄງລ່າງພື້ນຖານໂຍທາທິການ ແລະ ຂົນສົ່ງ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວເປັນວົງກວ້າງ, ໃຫ້ຜົນຕອບແທນສູງໃນໄລຍະສັ້ນ ແລະ ຄຸ້ມຄ່າຕໍ່ການລົງທຶນ; ເພີ່ມທະວີການລະດົມຂົນຂວາຍແຫຼ່ງທຶນຈາກຕ່າງປະເທດໃນຂອບສອງຝ່າຍ, ຫຼາຍຝ່າຍ ແລະ ຂອບການຮ່ວມມືທາງເສດຖະກິດ; ເພີ່ມທະວີບົດບາດຂອງຂະແໜງໂຍທາທິການ ແລະ ຂົນສົ່ງໃນການດຶງດູດການລົງທຶນຂອງພາກເອກະຊົນເຂົ້າໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງແບບຍືນຍົງ; ເອົາໃຈໃສ່ຂຸດຄົ້ນ ແລະ ຄຸ້ມຄອງແຫຼ່ງລາຍຮັບພາຍໃນຢ່າງວິທະຍາສາດ ແລະ ມີຈຸດສຸມເພື່ອນໍາໃຊ້ເຂົ້າໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງໃຫ້ໄດ້ປະສິດທິຜົນສູງ.

ທ່ານໄດ້ລາຍງານຕື່ມວ່າ: ສຳລັບກົນໄກໃນການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2026-2030) ທຸກພາກສ່ວນຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ, ຕິດຕາມຄວາມຄືບໜ້າແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນວຽກຈຸດສຸມຂອງຕົນພ້ອມທັງລາຍງານຕໍ່ການນໍາກະຊວງຢ່າງເປັນປົກກະຕິ ແລະ ເປັນລະບົບ, ກໍລະນີມີບັນຫາໃດໃໝ່ເກີດຂຶ້ນໃນລະຫວ່າງຈັດຕັ້ງປະຕິບັດຕ້ອງສະເໜີປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບການໃໝ່ດັ່ງກ່າວ, ຕໍ່ກັບການຄຸ້ມຄອງລະບົບຕິດຕາມ ແລະ ປະເມີນຜົນ, ຕ້ອງມີການຕິດຕາມ ແລະ ດັດປັບຕົວຊີ້ບອກ, ຂໍ້ມູນປີຖານ ແລະ ຄາດໝາຍຂອງແຜນການ 5 ປີເປັນປະຈໍາແຕ່ລະໄລຍະຕາມສະພາບການຕົວຈິງ ຫຼື ອີງໃສ່ຜົນຂອງການປະເມີນຄວາມຄືບໜ້າແຕ່ລະໄລຍະ; ລະບົບຕິດຕາມ ແລະ ການປະເມີນຜົນດັ່ງກ່າວຕ້ອງໃຫ້ແທດເໝາະກັບສະພາບການຕົວຈິງ, ມີຂໍ້ມູນປີຖານ ແລະ ຄາດໝາຍທີ່ຖືກຕ້ອງຕາມຕົວຈິງ, ມີແຫຼ່ງຂໍ້ມູນທີ່ສາມາດກວດສອບໄດ້; ມອບໃຫ້ຄະນະກວດກາຂັ້ນກະຊວງ, ກົມກວດກາ, ພະແນກກວດກາຂອງກົມກອງ, ຂະແໜງກວດກາຂອງພະແນກໂຍທາທິການ ແລະ ຂົນສົ່ງປະຈຳແຂວງ, ນະຄອນຫຼວງ, ໜ່ວຍງານກວດກາຂອງບັນດາບໍລິສັດລັດວິສາຫະກິດ ແລະ ວິສາຫະກິດ ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການ 5 ປີຂອງພາກສ່ວນຕົນເປັນແຕ່ໄລຍະຕາມພາລະບົດບາດຢ່າງຕັ້ງໜ້າແລະ ທັນການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ