ຍ້ອນຄວາມຮຽກຮ້ອງຕ້ອງການ ແລະ ເພື່ອຕອບສະໜອງກັບແນວທາງຂອງລັດຖະບານດີຈີຕອນ, ເສດຖະ ກິດດີຈີຕອນ ແລະ ສັງຄົມດີຈີຕອນ ເພື່ອໃຫ້ງ່າຍຕໍ່ການຢັ້ງຢືນຕົວຕົນຂອງພົນລະເມືອງ. ດັ່ງນັ້ນ, ກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍແຈ້ງໃຫ້ບັນດາທ່ານພະນັກງານ-ລັດຖະ ກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ມາເຮັດບັດປະຈຳຕົວດີຈີຕອນຢູ່ຕາມຈຸດບໍລິການຄື: ຂັ້ນສູນກາງ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖາກ, ຂັ້ນທ້ອງຖິ່ນຢູ່ກອງບັນຊາການ ປກສ ນະຄອນຫຼວງ, ບັນດາກອງບັນຊາການ ປກສ ແຂວງ, ບັນດາກອງບັນຊາການ ປກສ ເມືອງ-ນະຄອນບ່ອນທີ່ຕົນເອງໄດ້ຈົດທະບຽນສຳມະໂນຄົວ ນັບຕັ້ງແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ. ເຊິ່ງປັດຈຸບັນ ພວກເຮົາໄດ້ກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການໃນຂອບທົ່ວປະເທດ. ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ສົ່ງກຳລັງໄປຊ່ວຍເຫຼືອບັນດາ ປກສ ຂັ້ນແຂວງ, ປກສ ຂັ້ນເມືອງ-ນະຄອນ ໃນການຈັດຕັ້ງປະຕິບັດວຽກງານນີ້, ເພື່ອເກັບກຳຂໍ້ມູນສຳມະໂນຄົວ ແລະ ອອກບັດປະຈຳຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວາເປັນຕົ້ນໄປ
ການປະກອບເອກະສານ ຂໍອອກບັດປະຈໍາຕົວຂອງພົນລະເມືອງ ແມ່ນກະກຽມຄື: ປຶ້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ກັອບປີ້ພັດສະປອດ (ຖ້າມີ) ເປັນເອກະສານຢັ້ງຢືນຕົວຕົນ, ການນຸ່ງຖືແມ່ນນຸ່ງເສື້ອສຸພາບມີຄໍ (ຍົກເວັ້ນເສື້ອສີຂາວ) ເພາະຈະເຮັດໃຫ້ຮູບຖ່າຍເຂົ້າໃນບັດປະຈຳຕົວບໍ່ງາມ. ກົມສື່ມວນຊົນ ປກສ
ຄໍາເຫັນ