ການຮ່ວມມືດ້ານເສດຖະກິດ-ການລົງທຶນລາວ-ຫວຽດນາມ

ການຮ່ວມມືດ້ານເສດຖະກິດ-ການລົງທຶນລາວ-ຫວຽດນາມດີຂຶ້ນເປັນກ້າວໆ

ການຮ່ວມມືດ້ານເສດຖະກິດ-ການລົງທຶນລາວ-ຫວຽດນາມດີຂຶ້ນເປັນກ້າວໆ
ໂດຍ:ວັນໄຊ ຕະວິນຍານ ຍ້ອນຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ຂອງ ສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ເພິ່ງພາອາໄສກັນໃນ ການແບ່ງປັນບົດຮຽນປະສົບການ, ມາດຕະການຄຸ້ມຄອງ, ການຮັກສາສະຖຽນລະພາບເສດຖະກິດມະຫາພາກ ໃຫ້ມີຄວາມແໜ້ນແຟ້ນ

 ແລະ ມີປະສິດທິຜົນຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ລາວ-ຫວຽດນາມຈຶ່ງເຮັດໃຫ້ການຮ່ວມມື ດ້ານເສດຖະກິດ-ການລົງທຶນ ການເງິນ,ທະນາຄານຂອງສອງປະເທດ ລາວ-ຫວຽດນາມນັບມື້ດີຂຶ້ນ.

ສະເພາະດ້ານການລົງທຶນໃນ ປີ 2024 ຜ່ານມາ,ລາວ-ຫວຽດນາມ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ,ມີບາງໂຄງການຂະຫຍາຍຕົວຂຶ້ນເຊັ່ນ: ໂຄງການໄຟຟ້າ ພະລັງງານລົມ ເຈືອງເຊີນ, ໂຄງການພະລັງງານລົມ ສະຫວັນ 1, ຊຶ່ງເປັນກໍາລັງແຮງໃນການຊຸກຍູ້ບັນດາໂຄງການອື່ນໆ ເຂົ້າມາລົງທຶນຢູ່ລາວ.

ມາຮອດປັດຈຸບັນ,ວິສາຫະກິດຫວຽດນາມມາລົງທຶນຢູ່ລາວ ມີທັງໝົດ 260 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 5.54 ຕື້ໂດລາ; ທຶນນໍາມາຈັດຕັ້ງປະຕິບັດໂຄງການຄິດໄລ່ມາຮອດປັດຈຸບັນ ບັນລຸປະມານ 2.8 ຕື້ໂດລາ ຊຶ່ງໃນນັ້ນ, ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ເຄື່ອນໄຫວຢ່າງມີປະສິດທິຜົນ,ທປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ເພີ່ມລາຍຮັບ ໃຫ້ແກ່ແຮງງານຫຼາຍພັນຄົນ,ສ້າງແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດຂອງລາວ,ເປັນຕົ້ນແມ່ນຂົງເຂດໂທລະຄົມ, ທະນາຄານ,ປູກຝັງ ແລະ ປຸງແຕ່ງຢາງພາລາ,ຜະລິດ-ປຸງແຕ່ງທັນຍາຫານ,ສະບຽງອາຫານ,ນົມ ແລະ ອື່ນໆ.

ສໍາລັບການຮ່ວມມືດ້ານການຄ້າສອງຝ່າຍລາວ-ຫວຽດນາມ ໃນປີ 2024 ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າສືບຕໍ່ກາຍເປັນ ຈຸດພົ້ນເດັ່ນໃນການພົວພັນຮ່ວມມືສອງປະເທດ.ສະເພາະມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນຕົ້ນປີ 2024 ສາມາດບັນລຸທຽບເທົ່າ 1.7 ຕື້ໂດລາເພີ່ມຂຶ້ນ 25.5% ທຽບໃສ່ໄລຍະດຽວກັນປີ 2023, ໃນນັ້ນ ມູນຄ່າລາວນໍາເຂົ້າສິນຄ້າຈາກຫວຽດນາມ ບັນລຸ 492 ລ້ານໂດລາ,ເພີ່ມຂຶ້ນ 24% ທຽບໃສ່ໄລຍະດຽວກັນປີ 2023; ມູນຄ່າສົ່ງອອກສິນຄ້າຈາກລາວໄປຫວຽດນາມ ບັນລຸ 1 ຕື້ໂດລາ ເພີ່ມຂຶ້ນ 26.2% ທຽບໃສ່ໄລຍະດຽວກັນປີ 2023.ສອງຝ່າຍລົງນາມສັນຍາການຄ້າ ລາວ-ຫວຽດນາມ ສະບັບໃໝ່ໃນເດືອນເມສາ2024, ສືບຕໍ່ສ້າງກອບນິຕິກໍາບຸລິມະສິດການຄ້າສະເພາະ ໃຫ້ແກ່ສິນຄ້ານໍາເຂົ້າ-ສົ່ງອອກ ຂອງສອງປະເທດ. ກະຊວງອຸດສາຫະກໍາ ແລະ ການຄ້າລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໄດ້ສໍາເລັດການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຕ້ານການຄ້າຂາຍເຖື່ອນ ແລະ ລົບໜີພາສີ-ອາກອນຜ່ານດ່ານຊາຍແດນ ລະຫວ່າງ ລາວ-ຫວຽດນາມ ໃນເດືອນເມສາ 2024 ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.

ສ່ວນການຮ່ວມມືດ້ານອຸດສາຫະກໍາ, ພະລັງງານ-ບໍ່ແຮ່ ສອງຝ່າຍ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ ສ້າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ວ່າດ້ວຍການຮ່ວມມືພັດທະນາ ບັນດາເຂື່ອນໄຟຟ້າຢູ່ລາວ,ການເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍໄຟ ລະຫວ່າງ ສອງປະເທດ ທີ່ໄດ້ລົງນາມໃນເດືອນຕຸລາ 2016; ສັນຍາຮ່ວມມືພັດທະນາບັນດາໂຄງການພະລັງງານ,ໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ທີ່ໄດ້ເຊັນໃນເດືອນກຸມພາ 2019.ດ້ານການຄ້າຖ່ານຫີນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບແກ້ໄຂບັນຫາຫຍຸ້ງຍາກຕໍ່ການຄ້າຖ່ານຫີນ. ພິຈາລະນາລົງທຶນປັບປຸງ ແລະ ຍົກລະດັບເສັ້ນທາງຂົນສົ່ງຖ່ານຫີນຫາດ່ານຊາຍແດນ; ສອງຝ່າຍ ສ້າງເງື່ອນໄຂ ໃຫ້ວິສາຫະກິດ,ກຸ່ມບໍລິສັດຂອງສອງຝ່າຍ ຮ່ວມມືກັນສ້າງສາຍພານຂົນສົ່ງຖ່ານຫີນ ຜ່ານດ່ານຊາຍແດນ ແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາການຂົນສົ່ງຖ່ານຫີນ.

ການຮ່ວມມືດ້ານການຄ້າໄຟຟ້າ, ຝ່າຍຫວຽດນາມ ໄດ້ຮັບຮອງຂອບລາຄາໄຟຟ້າ ໄລຍະນັບແຕ່ວັນທີ 31 ທັນວາ 2025 ຫາວັນທີ 31 ທັນວາ 2030. ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ວິສາຫະກິດ ລະຫວ່າງ ສອງປະເທດ ຜັນຂະຫຍາຍການຮ່ວມມື ໃນການຊື້-ຂາຍຖ່ານຫີນ ແລະ ໄຟຟ້າ, ສອງຝ່າຍ ພວມຮ່ວມກັນຄົ້ນຄວ້າສ້າງເນື້ອໃນ, ປຶກສາຫາລືຄວາມເປັນໄປໄດ້ໃນການລົງນາມສັນຍາ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ ກ່ຽວກັບການຊື້-ຂາຍ ຖ່ານຫີນ ແລະ ໄຟຟ້າ.ຕໍ່ກັບການຮ່ວມມືດ້ານການຂົນສົ່ງ ແລະ ກໍ່ສ້າງສອງຝ່າຍ ໄດ້ປະສານສົມທົບສຶກສາຄົ້ນຄວ້າ ແລະ ຊຸກຍູ້ຊອກຫາແຫຼ່ງທຶນ ມາຜັນຂະຫຍາຍບັນດາໂຄງການຈຸດສຸມ ລວມມີ: ເສັ້ນທາງດ່ວນເຊື່ອມຕໍ່ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ເຕີນເອີບ-ຫວຸ້ງອ່າງ ແລະ ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມທີ່ສໍາຄັນອື່ນໆ... ຊຸກຍູ້ການຈັດຕັ້ງຜັນຂະຫຍາຍສັນຍາ,ອະນຸສັນຍາ ແລະ ອະນຸສັນຍາດັດແກ້ເພີ່ມເຕີມບາງມາດຕາຂອງອະນຸສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍການຮ່ວມມືລົງທຶນພັດທະນາ ທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸ້ງອ່າງ.

ການຮ່ວມມືດ້ານການເງິນ-ທະນາຄານ ກະຊວງການເງິນຂອງສອງປະເທດ ໄດ້ດໍາເນີນການຜັນຂະຫຍາຍວຽກງານຮ່ວມມືຕາມບົດບັນທຶກການຮ່ວມມືໄລຍະ 2021-2025, ການເຄື່ອນໄຫວວຽກງານຮ່ວມມືທີ່ຈັດຕັ້ງປະຕິບັດໃນປີ 2024 ໄດ້ປະກອບສ່ວນເພີ່ມຄວາມເຂັ້ມແຂງດ້ານລະບຽບການ ແລະ ນະໂຍບາຍໃນວຽກງານການຄຸ້ມຄອງການເງິນພາກລັດ;ບໍາລຸງຍົກສູງຄວາມອາດສາມາດໃຫ້ແກ່ພະນັກງານຂະແໜງການເງິນ.ທະນາຄານກາງຂອງສອງປະເທດ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈໍາ (MOU) ທີ່ໄດ້ລົງນາມຮ່ວມກັນ ໂດຍສະເພາະແມ່ນ MOU ວ່າດ້ວຍດ້ວຍການຊຸກຍູ້ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງ ແລະ MOU ຮ່ວມມືດ້ານນະວັດຕະກໍາທາງການເງິນ ແລະ ລະບົບຊໍາລະ ລວມທັງການປະຕິບັດແຜນການຊ່ວຍເຫຼືອໃຫ້ຄໍາແນະນໍາດ້ານນະໂຍບາຍ,ການແລກປ່ຽນພົບປະການນໍາຂັ້ນສູງ, ແລກປ່ຽນບົດຮຽນ ແລະ ປະສົບການດ້ານເຕັກນິກຢູ່ລາວ ແລະ ຫວຽດນາມ.

ການຮ່ວມມືດ້ານກະສິກໍາ,ປ່າໄມ້ ແລະ ພັດທະນາຊົນນະບົດ ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ,ຊ່ຽວຊານ ວິຊາການເຕັກນິກຢ່າງເປັນປົກກະຕິ ແນໃສ່ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂົງເຂດກະສິກໍາ, ປ່າໄມ້, ຊົນລະປະທານ,ສົ່ງເສີມກະສິກໍາ,ຄວາມປອດໄພທາງດ້ານສະບຽງອາຫານ ແລະ ຊອກຫາຄູ່ຮ່ວມມືລົງທຶນເຂົ້າມາລາວ. ຝ່າຍຫວຽດນາມ ໄດ້ໃຫ້ການສະໜັບສະໜູນຝ່າຍລາວໃນການຈັດຕັ້ງຜັນຂະຫຍາຍໂຄງການແບ່ງເຂດກະສິກໍາ.ໃນນັ້ນ, ໃຫ້ການສະໜັບສະໜູນສ້າງຕົວແບບການຜະລິດກະສິກໍາ ຢູ່ແຂວງໄຊສົມບູນ;ປັບປຸງບັນດາເອກະສານທີ່ກ່ຽວຂ້ອງ ຂອງໂຄງການກໍ່ສ້າງສູນບໍລິການເຕັກນິກກະສິກໍາ ແຂວງໄຊສົມບູນ ເພື່ອສະເໜີສອງລັດຖະບານ ພິຈາລະນາອະນຸມັດຈັດຕັ້ງຜັນຂະຫຍາຍ; ປີ 2024, ຫວຽດນາມ ຝຶກອົບຮົມຍົກລະດັບຄວາມອາດສາມາດໃຫ້ພະນັກງານສູນບໍລິການເຕັກນິກກະສິກໍາຂອງ 3 ແຂວງ ຈໍານວນ 15 ທ່ານ: ແຂວງຫົວພັນ, ຊຽງຂວາງ ແລະ ແຂວງໄຊສົມບູນ ຢູ່ມະຫາວິທະຍາໄລປ່າໄມ້,ນະຄອນຫຼວງຮ່າໂນ້ຍ;ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາໂຄງການຊົນລະປະທານ ທີ່ລັດຖະບານຫວຽດນາມ ຊ່ວຍສ້າງຢ່າງມີປະສິດທິຜົນ ແລະ ສໍາເລັດຜົນຄື: ໂຄງການກໍ່ສ້າງລະບົບຊົນລະປະທານ ຂະໜາດນ້ອຍ 4 ແຫ່ງ ຢູ່ແຂວງໄຊສົມບູນ;ກໍ່ສ້າງສໍາເລັດບໍລິມາດວຽກ ໂຄງການກໍ່ສ້າງລະບົບຊົນລະປະທານເມືອງໜອງບົກ, ແຂວງຄໍາມ່ວນ ຕາມສັນຍາ ແລະ ກໍາລັງລາຍງານຂໍການອະນຸມັດດ້ານຫຼັກການ ຈາກສອງລັດຖະບານ ກ່ຽວກັບບັນດາວຽກເພີ່ມເຕີມ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ (ໂຄງການອໍານາດການປົກຄອງແຂວງຮ່າຕິ້ງ ເປັນເຈົ້າຂອງໂຄງການ ສົມທົບກັບ ແຂວງຄໍາມ່ວນ); ວຽກງານປ່າໄມ້,ສອງຝ່າຍ ໄດ້ເພີ່ມທະວີການຮ່ວມມືດ້ານວິຊາການ.ໄດ້ສໍາເລັດການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ໃນວຽກງານປ່າໄມ້ (ຂັ້ນກະຊວງ) ຂອງສອງປະເທດ.ແລກປ່ຽນບົດຮຽນ, ປະສົບການໃນວຽກງານປ່າໄມ້ ແລະ ປົກປັກຮັກສາປ່າ,ໃນປີ 2024 ຝ່າຍຫວຽດນາມ ໄດ້ຕ້ອນຮັບຄະນະວິຊາການ ຝ່າຍລາວ 2 ຄະນະ ທີ່ໄປແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບການຈ່າຍຄ່າບໍລິການສິ່ງແວດລ້ອມປ່າໄມ້ ແລະ ການອອກໃບຢັ້ງຢືນການມອບທີ່ດິນ ແລະ ປ່າໄມ້.

ຕໍ່ກັບການປະມົງ,ສອງຝ່າຍ ໄດ້ສໍາເລັດຮຽບຮຽງເນື້ອໃນ ແລະ ຂັ້ນຕອນເອກະສານພາຍໃນຂອງແຕ່ລະປະເທດ ທີ່ລະບຸໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານການປະມົງ (ຂັ້ນກົມ) ລະຫວ່າງ ລາວ- ຫວຽດນາມ; ຄາດວ່າຈະລົງນາມບົດບັນທຶກສະບັບດັ່ງກ່າວໃນມໍ່ໆນີ້.

ໃນດ້ານການລ້ຽງສັດ ແລະ ສັດຕະວະແພດ, ສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈໍາ ກ່ຽວກັບສະພາບພະຍາດສັດ, ມາດຕະການຄວບຄຸມພະຍາດ ແລະ ຄຸ້ມຄອງການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ລະຫວ່າງ ສອງປະເທດ ແລະ ພວມດໍາເນີນການປຶກສາຫາລື ແລະ ຂໍຄໍາເຫັນຈາກແຕ່ລະຝ່າຍ ກ່ຽວກັບຄວາມເປັນໄປໄດ້ ໃນການສ້າງຕັ້ງສູນຮ່ວມມືດ້ານກະສິກໍາ-ປ່າໄມ້ ລາວ-ຫວຽດນາມ.

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສບາໂລ (Melanie Louise Barlow) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ແລະ ພົບປະຄະນະຜູ້ແທນສານສູງສຸດແຫ່ງປະເທດມາເລເຊຍ ຊຶ່ງນຳໂດຍທ່ານນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ (Tun Tengku Maimun Binti Tuan Mat) ປະທານສານສູງສຸດແຫ່ງປະເທດມາເລເຊຍ ພ້ອມດ້ວຍຄະນະໃນວັນທີ 4 ມິຖຸນາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ກອງປະຊຸມເຈລະຈາ ຮ່າງສັນຍາການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)

ໃນລະຫວ່າງວັນທີ 3-5 ມິຖຸນານີ້ ທີ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໄດ້ຈັດກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕ່ນ-ບໍ່ຫານ) ໂດຍການເປັນປະທານຮ່ວມ, ຝ່າຍລາວນຳໂດຍ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ; ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ ກະຊວງການຕ່າງປະເທດ ສປ ຈີນ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ຍົກສູງຄວາມສາມາດໃນການບົ່ງມະຕິ ແລະ ປິ່ນປົວເດັກຂັ້ນພື້ນຖານ

ໃນລະຫວ່າງວັນທີ 1-12 ມິຖຸນານີ້, ທ່ານ ກອນສະໜຸກ ສິງພວງເພັດ ຮອງຫົວໜ້າຂະແໜງສົ່ງເສີມສຸຂະພາບເດັກ ສູນແມ່ ແລະ ເດັກ ສປປ ລາວ ພ້ອມດ້ວຍຕາງໜ້າໂຮງໝໍ 14 ແຂວງຂອງ ສປປ ລາວ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ຍົກລະດັບຄວາມສາມາດໃນການບົ່ງມະຕິ ແລະ ການປິ່ນປົວເດັກຂັ້ນພື້ນຖານທີ່ນະຄອນສາງຊາ ແຂວງຫູໜານ ສປ ຈີນ ໂດຍການເປັນປະທານກ່າວເປີດ ຂອງທ່ານ Zhou Jiuhu ຮອງຫົວໜ້າຫ້ອງການ ພະແນກການຄ້າ ແຂວງຫູໜານ, ທ່ານນາງ XIAO Zhenghui ຜູ້ອໍານວຍການໂຮງໜໍເດັກແຂວງຫູໜານ, ມີຕາງໜ້າໂຮງໝໍແຂວງ 14 ແຂວງ ຈຳນວນ 30 ທ່ານເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ທູດເອຢິບ ເຂົ້າຢ້ຽມອໍາລາ

ໃນວັນທີ 3 ມິຖຸນາ ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ຄາເບີ ເອວມໍຊີ ຊາລາມາ (Amal Abdel Kader ElmorsiSalama) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັັບ ທູດຫວຽດນາມ ເຂົ້າຢ້ຽມພົບປະ

ວັນທີ 6 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ພົບປະ ຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.
ແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ

ເມື່ອ​ບໍ່​ດົນ​ມາ​ນີ້, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ຮ່ວມກັບ ມູນນິທິໄຊພັດທະນາ, ສຳນັກງານເພື່ອປະສານງານໂຄງການອັນເນື່ອງມາຈາກພະຣາຊະດຳຣິ (ກປຣ),
ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນຕອນເຊົ້າຂອງວັນທີ2 ມິຖຸນານີ້ທີ່ສະໜາມບິນສາກົນປາກເຊນະຄອນປາກເຊແຂວງຈໍາປາສັກໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຄັ້ງທີ 4ປະຈໍາສົກປີ2024-2025 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ.
ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມເຄື່ອງປັ້ນຈືຊ່າ ຊຶ່ງເປັນກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ ຂຶ້ນໃນວັນທີ 1 ມິຖຸນາຜ່ານມາໂດຍການເຂົ້າຮ່ວມຂອງທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ,ມີແຂກຖືກເຊີນ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ແຕ່ວັນທີ 28/5-4/6 2025.
ເພີ່ມເຕີມ