ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ການຮ່ວມມືພະລັງງານສະອາດຈີນ - ລາວ ຊຸກຍູ້ຍຸດທະສາດປະເທດເຊື່ອມໂຍງທາງບົກຂອງລາວ

ໂດຍປະຕິບັດຕາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ສະບັບປີ 2024-2028 (ໃນຂົງເຂດເສດຖະກິດ) ໄດ້ລະບຸວ່າ: ເພີ່ມທະວີການປະສານສົມທົບທາງດ້ານຍຸດທະສາດ ໂດຍຖືເອົາແລວທາງເສດຖະກິດ ຈີນ-ລາວ ເປັນແກ່ນຫຼັກ,ຖືເອົາເສັ້ນທາງລົດໄຟ ຈີນ-ລາວ, ຕາຂ່າຍໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ ເປັນກໍາລັງສໍາຄັນ ໃນການລົງເລິກ ການຮ່ວມືທີ່ເປັນຮູບປະທໍາ ໃນທຸກຂົງເຂດຢ່າງຮອບດ້ານ ພາຍໃຕ້ຫຼັກການຕ່າງຝາຍຕ່າງມີຜົນປະໂຫຍດເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ຈີນ-ລາວ.

ເວົ້າສະເພາະການຮ່ວມມືດ້ານພະລັງງານແສງຕາເວັນຈີນ ແລະ ລາວ ເພື່ອຊ່ວຍເຫຼືອລາວສ້າງວິໄສທັດ “ແບັດເຕີຣີອາຊີຕາເວັນອອກສ່ຽງໃຕ້”

ພາຍໃຕ້ການນໍາພາຂອງລັດຖະບານສອງປະເທດຈີນ-ລາວ, ສອງຝ່າຍຈີນ-ລາວ ໄດ້ຂຽນໜ້າປະຫວັດສາດໃໝ່ຂອງການຮ່ວມມືດ້ານພະລັງງານແສງຕາເວັນຈີນ-ລາວ. ເດືອນ 9 ປີ 2023, ກຸ່ມບໍລິສັດ ພາວເວີ ຊາຍນາ ໄດ້ຮ່ວມມືກັບແຂວງເຊກອງ ສປປ ລາວ ກໍ່ສ້າງໂຄງການພະລັງງານແສງຕາເວັນເທິງບົກຂະໜາດ 609 ເມກາວັດ. ໂຄງການນີ້ສາມາດຜະລິດໄຟຟ້າໄດ້ປະມານ 820 ລ້ານກິໂລວັດໂມງຕໍ່ປີ, ຫຼັງຈາກເລີ່ມດຳເນີນການແລ້ວ ຄາດວ່າຈະສາມາດຫຼຸດຜ່ອນການປ່ອຍກາກບອນໄດ້ປະມານໜຶ່ງລ້ານໂຕນຕໍ່ປີ. ການເລີ່ມກໍ່ສ້າງໂຄງການນີ້ຈະຊ່ວຍຍົກລະດັບພື້ນຖານໂຄງລ່າງໃນເຂດພູດອຍພາກໃຕ້ຂອງລາວ, ຊຸກຍູ້ການພັດທະນາອຸດສາຫະກຳທີ່ກ່ຽວຂ້ອງກັບພະລັງງານແສງຕາເວັນຂອງລາວ, ໂດຍໄຟຟ້າສ່ວນໃຫຍ່ຈະສົ່ງໄປຫວຽດນາມ. ພາຍ ຫຼັງໂຄງການກໍ່ສ້າງສຳເລັດ ບໍ່ພຽງແຕ່ຈະຊ່ວຍຫຼຸດຜ່ອນສະພາບການຂາດແຄນໄຟຟ້າໃນລະດູແລ້ງຂອງລາວ, ຍັງຈະສະໜອງພະລັງງານສະອາດໃຫ້ແກ່ແຫຼມອິນດູຈີນຫຼາຍຂຶ້ນ,ຊ່ວຍເຫຼືອລາວໃນການບັນລຸວິໄສທັດ “ແບັດເຕີຣີອາຊີຕາເວັນອອກສ່ຽງໃຕ້” ໃຫ້ກ້າວໜ້າໄປອີກຂັ້ນໜຶ່ງ.

ເດືອນ 12 ປີ 2024, ໂຄງການຖານພະລັງງານສະອາດເຊື່ອມໂຍງພາກເໜືອຂອງລາວ ໄລຍະທີ 1 ຂະໜາດ 1000 ເມກາວັດ ຂອງກຸ່ມບໍລິສັດ ຊາຍນາ ເຈນເນີລໍ ນິວເຄລຍ ພາວເວີ (CGN) ໄດ້ເລີ່ມລົງມືກໍ່ສ້າງ. ເດືອນ 2 ປີ 2025, ຈີນ ແລະ ລາວ ໄດ້ເລີ່ມໂຄງການເຊື່ອມຈອດຕາຂ່າຍ 500 ກິໂລໂວນ. ໂຄງການນີ້ສ່ວນທີ່ຢູ່ໃນລາວ ແມ່ນພັດທະນາໂດຍລັດວິສາຫະກິດໄຟຟ້າລາວ (EDL-T), ສ່ວນທີ່ຢູ່ໃນຈີນແມ່ນບໍລິຫານໂດຍບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG). ເນື້ອໃນຂອງໂຄງການລວມມີການກໍ່ສ້າງສະຖານີໄຟຟ້າຍ່ອຍ 500 ກິໂລໂວນໃໝ່ໜຶ່ງແຫ່ງໃນລາວ,ສາຍສົ່ງໄຟຟ້າຂ້າມແດນຍາວ 183.5 ກິໂລແມັດ ເຊື່ອມຕໍ່ລະຫວ່າງເມືອງນາໝໍ້ ແຂວງອຸດົມໄຊ ສປປ ລາວ ແລະ ເຂດປົກຄອງຕົນເອງຊົນເຜົ່າໄຕລື້ ສິບສອງພັນນາ ແຂວງຢຸນນານ ປະເທດຈີນ, ພ້ອມດ້ວຍສາຍສົ່ງ 230 ກິໂລໂວນ ສອງເສັ້ນ ເຊື່ອມຕໍ່ກັບຕາຂ່າຍໄຟຟ້າພາກເໜືອຂອງລາວ. ພາຍຫຼັງໂຄງການເລີ່ມດຳເນີນການ, ຄາດວ່າ ຈະເຮັດໃຫ້ລາວກາຍເປັນສູນກາງການເຊື່ອມໂຍງພະລັງງານສະອາດລະດັບພາກພື້ນຂອງເຂດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຍົກສູງສະຖຽນລະພາບ ແລະ ຄວາມເຊື່ອຖືໄດ້ຂອງການສະໜອງໄຟຟ້າຂອງລາວຢ່າງເຫັນໄດ້ຊັດເຈນ, ຊຸກຍູ້ການເຊື່ອມໂຍງໄຟຟ້າລະຫວ່າງສອງປະເທດຈີນ ແລະ ລາວ ໃຫ້ມີລະດັບສູງຂຶ້ນ ແລະ ຍືນຍົງກວ່າເກົ່າ. ການຮ່ວມມືດ້ານພະລັງງານແສງຕາເວັນຈີນ ແລະ ລາວ ແມ່ນການປະຕິບັດຕົວຈິງທີ່ສຳຄັນຂອງສອງປະເທດໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳ. “ແຜນປະຕິບັດງານການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ” ໄດ້ລະບຸຢ່າງຈະແຈ້ງວ່າ “ເພີ່ມທະວີການຮ່ວມມືດ້ານພະລັງງານ, ຊຸກຍູ້ການພັດທະນາພະລັງງານສະອາດ”, ໂດຍຈັດໃຫ້ພະລັງງານແສງຕາເວັນ ແລະ ພະລັງງານທົດແທນອື່ນໆ ເປັນຂົງເຂດການຮ່ວມມືທີ່ເປັນຈຸດສຸມ. ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານສອງຝ່າຍຈີນ ແລະ ລາວ, ການຮ່ວມມືດ້ານພະລັງງານແສງຕາເວັນຈີນ-ລາວ ໄດ້ຮັບ ໝາກຜົນຢ່າງຫຼວງຫຼາຍ. ປີ 2013, ຈີນ-ລາວ ໄດ້ຮ່ວມກັນສ້າງຕັ້ງຫ້ອງທົດລອງຮ່ວມການພັດທະນາ ແລະ ນຳໃຊ້ພະລັງງານທົດແທນ. ຫ້ອງທົດລອງດັ່ງກ່າວ ສ້າງຕັ້ງຂຶ້ນໂດຍມະຫາວິທະຍາໄລຄູຢຸນນານ ແລະ ສະຖາບັນຄົ້ນຄວ້າພະລັງງານທົດແທນ ແລະ ວັດສະດຸໃໝ່ ສັງກັດກະຊວງເຕັກໂນໂລຊີ ແລະ ການສື່ສານລາວ. “ພາຍຫຼັງການພັດທະນາຫຼາຍປີ, ການຮ່ວມມືຈີນ-ລາວ ໄດ້ສ້າງຕັ້ງຫ້ອງທົດລອງລະບົບພະລັງງານແສງຕາເວັນ, ສູນກວດກາຄຸນນະພາບການນຳໃຊ້ຜະລິດຕະພັນພະລັງງານແສງຕາເວັນ ແລະ ອື່ນໆ ໃນລາວ, ພ້ອມທັງສ້າງເຂດສາທິດສຸມໃສ່ພະລັງງານທົດແທນຫຼາຍກວ່າ 20 ແຫ່ງ ເຊັ່ນ: ຢູ່ໂຮງໝໍແມ່ ແລະ ເດັກລາວ, ໂຮງຮຽນເດັກກຳພ້າແຂວງວຽງຈັນ”. ໃນໄລຍະ 12 ປີຜ່ານມາ, ຫ້ອງທົດລອງໄດ້ກໍ່ສ້າງບຸກຄະລາກອນວິຊາການສະເພາະທີ່ມີຄວາມຮູ້ຄວາມສາມາດ, ມີເຕັກນິກທັນສະໄໝ ແລະ ມີຄວາມຊຳນານສູງໃນຂົງເຂດພະລັງງານສະອາດໃຫ້ແກ່ສອງປະເທດຈີນ-ລາວ. ອີງຕາມລາຍງານສະຖິຕິ, ຫ້ອງທົດລອງໄດ້ກໍ່ສ້າງນັກສຶກສາປະລິນຍາໂທ ແລະ ປະລິນຍາເອກ ຈຳນວນ 24 ຄົນ, ຝຶກອົບຮົມພະນັກງານເຕັກນິກທີ່ກ່ຽວຂ້ອງຫຼາຍກວ່າ 60 ຄົນ, ພະນັກງານເຕັກນິກເຫຼົ່ານີ້, ມີບົດບາດສຳຄັນໃນການຊຸກຍູ້ການນໍາໃຊ້ ແລະ ພັດທະນາເຕັກໂນໂລຊີດອກໄຟເຍືອງທາງພະລັງງານແສງຕາເວັນ, ເຕັກໂນໂລຊີການອົບແຫ້ງດ້ວຍພະລັງງານແສງຕາເວັນ, ເຕັກໂນໂລຊີຫ້ອງເຢັນພະລັງງານແສງຕາເວັນຂອງລາວ.

ກ່ຽວກັບ ການຮ່ວມມືດ້ານພະລັງງານລົມຈີນ ແລະ ລາວ ເປີດເສັ້ນທາງໃໝ່ໃຫ້ແກ່ການພັດທະນາພະລັງງານສະອາດຂອງລາວ. ການຊຸກຍູ້ການຮ່ວມມືໂຄງການພະລັງງານລົມຂອງຈີນ ແລະ ລາວ, ເປັນທັງຄວາມຕ້ອງການທົດແທນກັນທາງດ້ານຍຸດທະສາດພະລັງງານຂອງສອງປະເທດ ແລະ ເປັນທາງເລືອກຮ່ວມກັນຂອງການພັດທະນາສີຂຽວໃນພາກພື້ນ. ພາຍໃຕ້ກອບການຮ່ວມມືຍຸດທະສາດຂອງສອງປະເທດ, ຈີນ ແລະ ລາວ ຮ່ວມມືກັນຊ່ວຍເຫຼືອກັນໃນການຫັນປ່ຽນ ແລະ ຍົກລະດັບອຸດສາຫະກຳພະລັງງານຂອງສອງຝ່າຍ. ຕາມຂໍ້ມູນຂອງກະຊວງພະລັງງານ ແລະ ບໍ່ແຮ່ລາວ,ມາຮອດທ້າຍປີ 2023, ລາວມີໂຮງງານໄຟຟ້າ ທັງໝົດ 94 ແຫ່ງ, ມີກຳລັງຕິດຕັ້ງທັງໝົດຫຼາຍກວ່າ 11,600 ເມກາວັດ,ໃນນັ້ນ 81 ແຫ່ງແມ່ນໂຮງງານໄຟຟ້ານໍ້າຕົກ”. ເພື່ອຫຼຸດຜ່ອນບັນຫາການຜະລິດໄຟຟ້າພະລັງງານນ້ຳບໍ່ພຽງພໍໃນລະດູແລ້ງຂອງລາວ, ແກ້ໄຂຈຸດອ່ອນຂອງພະລັງງານນ້ຳ, ສ້າງລະບົບ “ທົດແທນພະລັງງານນ້ຳ ແລະ ລົມ”, ສອງຝ່າຍຈີນ-ລາວ ໄດ້ຄົ້ນຄວ້າໂຄງການພະລັງງານລົມມໍລະສຸມຢ່າງຕັ້ງໜ້າ, ເພື່ອເປີດເສັ້ນທາງໃໝ່ໃຫ້ແກ່ການພັດທະນາພະລັງງານລົມຂອງລາວ, ຊ່ວຍເຫຼືອການພັດທະນາເສດຖະກິດ ແລະ ໄຟຟ້າຂອງລາວ. ເດືອນ 2 ປີ 2025, ໂຄງການພະລັງງານລົມໃນລາວ ຂອງກຸ່ມບໍລິສັດ ພາວເວີ ຊາຍນາ ໄດ້ເລີ່ມສົ່ງໄຟຟ້າຢ່າງສຳເລັດຜົນ. ໂຄງການນີ້ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດ ພາວເວີ ຊາຍນາ, “ໂຄງການນີ້ລວມມີສະຖານີໄຟຟ້າຍ່ອຍຍົກລະດັບ 500 ກິໂລໂວນ ໜຶ່ງແຫ່ງ, ສາຍສົ່ງໄຟຟ້າ 500 ກິໂລໂວນ ຍາວ 27 ກິໂລແມັດ, ສະຖານີໄຟຟ້າຍ່ອຍ 115 ກິໂລໂວນ ສີ່ແຫ່ງ ແລະ ສາຍສົ່ງໄຟຟ້າ 115 ກິໂລໂວນ ຍາວ 34 ກິໂລແມັດ, ເປັນໂຄງການພະລັງງານລົມແຫ່ງທຳອິດຂອງລາວ ແລະ ເປັນໂຄງການພະລັງງານລົມດ່ຽວທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ທັງເປັນໂຄງການສົ່ງອອກພະລັງງານໃໝ່ຂ້າມແດນ (ຫວຽດນາມ-ລາວ) ແຫ່ງທຳອິດຂອງອາຊີ”. ໂຄງການນີ້ຈະເຮັດໃຫ້ໂຄງການພະລັງງານລົມລາວ ກາຍເປັນເກນມາດຖານໂຄງການພະລັງງານໃໝ່ຕົວຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນປັນຍາຄວາມຮູ້ ແລະ ກຳລັງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ