ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ
ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ຂຶ້ນໃນວັນທີ 27 ຕຸລານີ້, ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຕາງໜ້າຄະນະກົມ, ຫ້ອງ ການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ສມປຊ ຖອດຖອນບດຮຽນຜບລຫານຄມຄອງ ໂຮງຮຽນການເມອງ ແລະ ການປກຄອງແຂວງ - image 1
 

ທ່ານ ພູວົງ ອຸ່ນຄຳແສນ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ຕີລາຄາໝາກຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ການບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ (ຮມປຂ), ນະຄອນຫຼວງວຽງຈັນ ໃນສົກຮຽນຜ່ານມາ, ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຮັບຟັງການໂອ້ລົມ ຂອງການນຳຂັ້ນສູງ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ຜ່ານແຜນລາຍງານສະພາບເສດຖະກິດ-ສັງຄົມໂດຍສັງເຂບຂອງແຂວງຈໍາປາສັກ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ໃນໄລຍະ 9 ເດືອນຕົ້ນປີ 2025 ຜ່ານມາ ແຂວງຈຳປາສັກ ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 34,506 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 84.5% ສະເລ່ຍຕໍ່ຫົວຄົນໄດ້ 2,016 ໂດລາຕໍ່ຄົນ ຫຼື ເທົ່າກັບ 43.7 ລ້ານກີບຕໍ່ຄົນ. ໂຄງປະກອບເສດຖະກິດຫຼັກແມ່ນ ຂະແໜງບໍລິການ ກວມ 45.74%, ກະສິກຳ-ປ່າໄມ້ ກວມ 35.13% ແລະ ອຸດສາຫະກຳ ກວມ 19.13% ຂອງ GDP. ສິ່ງທີ່ພົ້ນເດັ່ນແມ່ນອັດຕາເງິນເຟີ້ສະເລ່ຍໃນ 9 ເດືອນຕົ້ນປີ 2025 ຢູ່ໃນລະດັບ 8.34%, ຊຶ່ງຫຼຸດລົງຢ່າງພົ້ນເດັ່ນເຖິງ 28.48% ເມື່ອທຽບໃສ່ 9 ເດືອນປີ 2024 (ຊຶ່ງຢູ່ໃນລະດັບ 36.82%). ນອກນີ້, ການເກັບລາຍຮັບງົບປະມານປະຕິບັດໄດ້ທັງໝົດ 2,856.16 ຕື້ກີບ ເທົ່າກັບ 91.52% ຂອງແຜນປີ. ດ້ານການຄ້າ, ແຂວງມີການເກີນດຸນການຄ້າ 237.85 ລ້ານໂດລາ. ສຳລັບທິດທາງສູ້ຊົນປີ 2026, ແຂວງຈຳປາສັກໄດ້ກຳນົດຄາດໝາຍ: ຈະສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວສະເລ່ຍເພີ້ມຂຶ້ນບໍ່ໃຫ້ຫຼຸດ 6%, ໃຫ້ໄດ້ລວມຍອດຜະລິດຕະພັນພາຍໃນ (GDP) ມູນຄ່າ 58,233 ຕື້ກີບ, GDP ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3,352 ໂດລາ ຫຼື ເທົ່າກັບ 71.86 ລ້ານກີບ, ສຸມໃສ່ລະດົມການລົງທຶນໃສ່ໂຄງການຍຸດທະສາດ ເປັນຕົ້ນ: ໂຄງການໂຮງງານອຸດສາຫະກຳປຸງແຕ່ງກະສິກຳ, ໂຄງການອຸດສາຫະກຳທ່ອງທ່ຽວແບບ ບານາຫຽວ ທີ່ນະຄອນດານັງ ສສ ຫວຽດນາມ.

ທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຫົວໜ້າກົມຄຸ້ມຄອງການຮຽນການສອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ຊຶ່ງບົດສະຫຼຸບໄດ້ຍົກໃຫ້ເຫັນໝາກຜົນທີ່ຍາດມາໄດ້ ໃນສົກ 2024-2025.

ສມປຊ ຖອດຖອນບດຮຽນຜບລຫານຄມຄອງ ໂຮງຮຽນການເມອງ ແລະ ການປກຄອງແຂວງ - image 2
 

ທ່ານ ສຸພາວະດີ ຫຼ້າຄຳສາຍ ໄດ້ເນັ້ນໜັກເຖິງທິດທາງແຜນການທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ ໃນຕໍ່ໜ້າ ຊຶ່ງລວມມີ: 1. ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ນັກສຶກສາ ດ້ວຍການເພີ່ມທະວີຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ຂໍ້ກຳນົດ, ກົດໝາຍຂອງລັດ; 2. ຄົ້ນຄວ້າເຊື່ອມຊຶມຫຼັກສູດການຮຽນ-ການສອນ; 3. ເພີ່ມທະວີການຄຸ້ມຄອງການຮຽນ-ການສອນ ໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບສູງ, ປັບປຸງກົນໄກປະສານງານ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ.

ກອງປະຊຸມ, ໄດ້ມີການປະກອບຄຳເຫັນ, ເຈາະຈີ້ມ, ຖາມ-ຕອບ ໃສ່ບົດສະຫຼຸບ ຈາກຜູ້ແທນກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ຕັ້ງໄວ້. ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນ (27-31 ຕຸລາ 2025).

(ຂ່າວ-ພາບ: ຕາອັອດ ແສນທະວີສຸກ ສມປຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ພິທີມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານຫຼັກສອງ

ວັນທີ 10 ພະຈິກ 2025, ທີ່ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໂຮງຮຽນບ້ານດັ່ງກ່າວ (ການກໍ່ສ້າງ - ສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ) ຈຳນວນ 2 ຫຼັງ, ມູນຄ່າ 282,700,000 ກີບ ໂດຍໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ອາໂອອິສ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ຫຼາຍພາກສ່ວນ ມອບເງິນສະໜັບສະໜູນທີມນັກກິລແລ່ນ-ລານ ນວ

ໃນວັນທີ 10 ພະຈິກ 2025, ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນເຂົ້າຮ່ວມ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນະຄອນຫຼວງວຽງຈັນ (ນວ).
ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ສະແດງຊ້ອມໃຫຍ່ ພິທີເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ ຈັດຂຶ້ນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກຳກິລາຄັ້ງທີ XII, ທ່ານ ສົມພູ ພົງສາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດ, ຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ ພ້ອມດ້ວຍກ້ອນກຳລັງຕ່າງໆ ແລະ ສື່ມວນຊົນເຂົ້າຮ່ວມ.
ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ

ພິທີເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນ ທົ່ວປະເທດ ຄັ້ງທີ VI ຢ່າງເປັນທາງການ ໃນວັນທີ 10 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ "ເຍົາວະຊົນຍຸກໃໝ່ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຫັນສູ່ຄວາມທັນສະໄໝ" ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ເພີ່ມເຕີມ