ການປ່ຽນແປງທາງເຄມີພຽງແຕ່ຈຸດດຽວທີ່ເກີດຂຶ້ນກັບທາດໂປຣຕີນ

ການກາຍພັນຂອງທາດໂປຣຕີນ ເຮັດໃຫ້ໄຂ້ຫວັດສັດປີກແຜ່ເຊື້ອໃນມະນຸດໄດ້ງ່າຍຂຶ້ນ

ການກາຍພັນຂອງທາດໂປຣຕີນ ເຮັດໃຫ້ໄຂ້ຫວັດສັດປີກແຜ່ເຊື້ອໃນມະນຸດໄດ້ງ່າຍຂຶ້ນ
ຂ່າວຕ່າງປະເທດລາຍງານ, ຜົນການສຶກສາລ້າສຸດ ຊຶ່ງໄດ້ເຜີຍແຜ່ຫວ່າງບໍ່ດົນມານີ້ ລະບຸວ່າ: ການປ່ຽນແປງທາງເຄມີພຽງແຕ່ຈຸດດຽວທີ່ເກີດຂຶ້ນກັບທາດໂປຣຕີນທີ່ພົບເຫັນໃນພື້ນຜີວຂອງໄວຣັດໄຂ້ຫວັດສັດປີກສາຍພັນກໍ່ໂຣກຮຸ່ນແຮງ (HPAI) ສາຍພັນຍ່ອຍH5N1

ຊຶ່ງກຳລັງລະບາດໃນຟາມງົວນົມຂອງສະຫະລັດ ອາເມຣິກາ ໃນປັດຈຸບັນສາມາດເຮັດໃຫ້ເຊື້ອໄວລັດຊະນິດນີ້ແຜ່ເຊື້ອໃນມະນຸດໄດ້ງ່າຍຂຶ້ນ.

ປັດຈຸບັນຍັງບໍ່ພົບວ່າເຊື້ອໄວຣັດໄຂ້ຫວັດສັດປີກ H5N1 ທີ່ພົບເຫັນໃນງົວນົມສາມາດແຜ່ເຊື້ອຈາກຄົນສູ່ຄົນໄດ້. ແນວໃດກໍຕາມ, ພົບລາຍງານການຕິດເຊື້ອໃນຜູ້ທີ່ສຳຜັດກັບນົກປ່າ, ສັດປີກ, ງົວນົມ ແລະ ສັດລ້ຽງລູກດ້ວຍນົມອື່ນໆ ທີ່ຕິດເຊື້ອໄວຣັດດັ່ງກ່າວ.

ໄວຣັດໄຂ້ຫວັດໃຫຍ່ຊະນິດຕ່າງໆຈັບຕົວກັບແຊນຜ່ານທາດໂປຣຕີນທີ່ຢູ່ໃນພື້ນຜີວຂອງໄວຣັດທີ່ເອີ້ນວ່າ: ຮີແມກກລູຕິນິນ (HA) ໂດຍທີມຄົ້ນຄວ້າຈາກສະຖາບັນສະຄຣິບ (Scripps Research) ຊຶ່ງເປັນສູນຄົ້ນຄວ້າທາງການແພດທີ່ມີຊື່ສຽງໃນສະຫະລັດ ອາເມຣິກາ ໄດ້ນຳໄວຣັດໄຂ້ຫວັດສັດປີກ ສາຍພັນ H5N1 ທີ່ແຍກເຊື້ອໄດ້ຈາກຄົນເຈັບທີ່ຕິດເຊື້ອໄວຣັດ H5N1 ສາຍພັນ (clade) 2.3.4.4b ຜູ້ທຳຜິດຂອງສະຫະລັດ ອາເມຣິກາ ມາກວດສອບວ່າການກາຍພັນໃນລະດັບຢີນຂອງ ຮີແມກກລູຕິນິນນັ້ນຈະສົ່ງຜົນຕໍ່ການຈັບຕົວກັນຂອງທາດໂປຣຕີນກັບຕົວຮັບ (receptors) ທີ່ເປັນຊະນິດສັດປີກ ແລະ ຕົວຮັບຊະນິດມະນຸດແບບໃດແດ່?.

ຜົນການຄົ້ນຄວ້າພົບວ່າ: ການກາຍພັນຂອງ ກລູຕາມີນ ພຽງຕົວດຽວໄປເປັນລິວຊີນ (ກຣົດອະມິໂນຊະນິດໜຶ່ງ) ທີ່ຢູ່ຕຳແໜ່ງ226 ຂອງຮີແມກກລູຕິນິນຂອງໄວຣັດກໍພຽງພໍທີ່ຈະເຮັດໃຫ້ເກີດການປ່ຽນແປງຄວາມຈໍາເພາະຈາກນົກໄປເປັນມະນຸດໄດ້.

ສະຖາບັນສຸຂະພາບແຫ່ງຊາດສະຫະລັດ ອາເມຣິກາ (NIH) ຊຶ່ງເປັນຜູ້ໃຫ້ທຶນສະໜັບສະໜູນການຄົ້ນຄວ້າດັ່ງກ່າວ ລະບຸວ່າ: ຜົນການສຶກສານີ້ ຊຶ່ງໄດ້ເຜີຍແຜ່ໃນວາລະສານໄຊແອນ (Science) ໃນວັນທີ 6 ທັນວາ ຜ່ານມາ ຕອກຢໍ້າເຖິງຄວາມຈຳເປັນໃນການເຝົ້າລະວັງ ແລະ ຕິດຕາມໄວຣັດໄຂ້ຫວັດສັດປີກສາຍພັນກໍ່ໂຣກຮຸ່ນແຮງ ສາຍພັນຍ່ອຍສາຍພັນ H5N1 ຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ ເພື່ອກວດຈັບການປ່ຽນແປງທາງພັນທຸກຳທີ່ອາດເຮັດໃຫ້ໄວຣັດຊະນິດນີ້ແຜ່ລາມໃນມະນຸດໄດ້ງ່າຍຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ທີມນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາລະບົບບຳບັດນ້ຳຝົນທີ່ສາມາດປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງໄດ້ໂດຍອັດຕະໂນມັດ, ຊ່ວຍປັບປຸງຄວາມສາມາດໃນການກຳຈັດມົນລະພິດທີ່ເປັນອັນຕະລາຍກ່ອນທີ່ພວກມັນຈະຖືກປ່ອຍອອກສູ່ທຳມະຊາດຢ່າງຫຼວງຫຼາຍ.
ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາຜ່ານມາວ່າ: ກະຊວງໄຟຟ້າ ແລະ ພະລັງງານ ຂອງມຽນມາໄດ້ປະກາດມາດຕະການຫຼຸດອັດຕາຄ່າໄຟຟ້າໃນຕອນກາງຄືນສຳລັບອຸດສາຫະກຳຂະໜາດໃຫຍ່ທີ່ຕ້ອງການການໃຊ້ໄຟຟ້າຢ່າງຫຼວງຫຼາຍ.
ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ສິງຫາຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ລາຍງານວ່າ, ຈຳນວນຜູ້ຕິດພະຍາດອີໂບລາທີ່ໄດ້ຮັບການຢືນຢັນແລ້ວໄດ້ເກີນ 5,000 ຄົນ ຊຶ່ງລວມທັງຜູ້ເສຍຊີວິດຫຼາຍກວ່າ 2,320 ຄົນ, ໃນ 6 ແຂວງຄື: ອີຕູຣີ, ກີວູເໜືອ, ກີວູໃຕ້, ຮາວ - ອູເອເລ, ບາສ-ຮູເອເລ ແລະ ໂຊໂປ.
ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາ 7 ໂມງ 35 ນາທີຂອງວັນທີ 19 ສິງຫາ ຜ່ານມາ ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານຈູ່ເຊ້-3-Y2 ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ເຂດທົດລອງປະດິດສ້າງການບິນອະວະກາດການຄ້າຕົ່ງເຟີ່ງ, ການບິນທັງໝົດຂອງຈະຫຼວດແມ່ນເປັນປົກກະຕິ.
ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 18 ສິງ​ຫາ​ ຜ່ານມາ, ຕະ​ຫຼາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້​ຮັບ​ຮູ້​ຂີດ​ໝາຍ​ໃໝ່​, ເມື່ອ startup ເຕັກ​ໂນ​ໂລ​ຊີ Viet EON Tech ກາຍ​ເປັນ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແຫ່ງ​ທີ​ສອງ ທີ່ບັນ​ລຸ​ມາດ​ຖານ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຂອງ​ອົງ​ການ​ພັດ​ທະ​ນາ ChatGPT (OpenAI).
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ເພີ່ມເຕີມ