ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ ໄດ້ເຕືອນວ່າ: ການລະບາດໃນ DR Congo ອາດຈະກາຍເປັນການລະບາດຂອງອີໂບລາທີ່ຮ້າຍແຮງທີ່ສຸດໃນໂລກ ຖ້າຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດບໍ່ຫຼຸດລົງຢ່າງຮີບດ່ວນ. ການລະບາດຂອງອີໂບລາສາຍພັນ Bundibuyo ໃນໄລຍະ 3 ເດືອນຜ່ານມາ ຮ້າຍແຮງກວ່າທີ່ຄາດໄວ້ຫຼາຍ.
ການລະບາດໃນ DR Congo ກາຍເປັນການລະບາດຂອງອີໂບລາທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງ DR Congo ແລ້ວ ແລະ ເປັນການລະບາດທີ່ແຜ່ລາມໄວທີ່ສຸດເທົ່າທີ່ເຄີຍມີມາ, ໂດຍມີອັດຕາການເສຍຊີວິດໃກ້ຈະຮອດ 50% ແລະ ມີຜູ້ເສຍຊີວິດປະມານ 1 ຄົນໃນທຸກໆ 30 ນາທີ.
ສູນດັ່ງກ່າວໄດ້ອ້າງອີງເຖິງປະເທດໃກ້ເຮືອນຄຽງຄື ອູກັນດາ ຊຶ່ງໄດ້ປະກາດການລະບາດຂອງອີໂບລາ ສາຍພັນ Bundibuyo ສິ້ນສຸດລົງໃນວັນທີ 28 ກໍລະກົດ ຜ່ານມາ, ໂດຍປະສົບການຂອງອູກັນດາສະແດງໃຫ້ເຫັນວ່າ ພະຍາດຊະນິດນີ້ສາມາດຄວບຄຸມໄດ້ ຖ້າຫາກມາດຕະການສາທາລະນະສຸກຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຮອບດ້ານ, ໂດຍມີຊຸມຊົນເປັນສູນກາງການຮັບມື.
DR Congo ໄດ້ປະກາດຢ່າງເປັນທາງການກ່ຽວກັບການລະບາດຂອງພະຍາດອີໂບລາ ໃນວັນທີ 15 ພຶດສະພາ ຜ່ານມາ.
ຄໍາເຫັນ