ບັນດາວິສາຫະກິດທີ່ບັນລຸໄດ້ການຮັບຮອງເປັນຄູ່ຮ່ວມມື ທົ່ວໂລກຂອງ OpenAI ແມ່ນບໍລິສັດເຕັກໂນໂລຊີ, ປະມວນລະບົບ ຫຼື ທີ່ປຶກສາຄຸ້ມຄອງແຖວໜ້າ ທີ່ OpenAI ເລືອກເຟັ້ນໂດຍກົງ; ມີຄວາມສາມາດດ້ານວິຊາສະເພາະສູງໃນການສ້າງ, ຂາຍ, ຜັນຂະຫຍາຍ ແລະ ສະໜອງບັນດາມາດຕະການພູມປັນຍາປະດິດ (AI), ຮູບແບບ GPT, API ແລະ ການບໍລິການຄຸ້ມຄອງບໍລິຫານການເຄື່ອນໄຫວ AI.
ມາຮອດປັດຈຸບັນ, ຢູ່ ຫວຽດນາມ ມີພຽງວິສາຫະກິດ 2 ແຫ່ງທີ່ບັນລຸໄດ້ມາດຖານເປັນຄູ່ຮ່ວມມືທົ່ວໂລກຂອງອົງການພັດທະນາ ChatGPT ນັ້ນແມ່ນ ກຸ່ມບໍລິສັດ FPT ແລະ EON Tech. ເຫດການດັ່ງກ່າວເກີດຂຶ້ນກົງກັບໄລຍະເວລາທີ່ກະແສການໝູນໃຊ້ AI ຢູ່ບັນດາອົງການຄຸ້ມຄອງຂອງລັດ ແລະ ປະຊາຄົມ ວິສາຫະກິດ ຫວຽດນາມ ພວມເພີ່ມຄວາມໄວຢ່າງແຮງ.
ຄໍາເຫັນ