ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.

ຢູ່ອາເມຣິກາໃຕ້, ປະເທດເປຣູ ແລະ ໂກໂລມບີ ພວມປະເຊີນກັບເຫດແຜ່ນດິນໄຫວ ໃນສະພາບການວຽກງານກູ້ໄພກູ້ຊີບສາກົນພວມດຳເນີນ ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຂອງເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 10 ສິງຫາ ແລະ ປະເທດເປຣູ ພວມຢູ່ໃນສະພາບເຝົ້າລະວັງ ພາຍຫຼັງຮັບຮູ້ແຮງສັ່ນສະເທືອນຢ່າງຕໍ່ເນື່ອງໃນວັນທີ 14 – 15 ສິງຫາ ຢູ່ຫຼາຍເຂດຂອງປະເທດ. ໃນຂະນະນັ້ນ, ໄພພິບັດແຜ່ນດິນໄຫວໃນວັນທີ 10 ສິງຫາ ຢູ່ ໂກໂລມບີ ເຮັດໃຫ້ມີຜູ້ເສຍຊີວິດ 294 ຄົນ, 300 ກວ່າຄົນຖືກຫາຍສາບສູນ ແລະ ນັບພັນໆຄົນຖືກບາດເຈັບ.

ສ່ວນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ປະເທດອິນໂດເນເຊຍ ຕ້ອງປະເຊີນກັບແຜ່ນດິນໄຫວ 3 ຄັ້ງມີຄວາມແຮງແຕ່ 6.2 – 7.7 ຣິກເຕີ ຢູ່ເກາະສຸມາຕຣາ, ເກາະຊູລາເວສີກາງ ແລະ ແຂວງນູຊາ ເຕງກາຣາ ຕາເວັນອອກ. ເຫດແຜ່ນດິນໄຫວຢູ່ແຂວງນູຊາ ເຕງກາຣາ ຕາເວັນອອກ ໄດ້ເຮັດໃຫ້ມີຢ່າງໜ້ອຍສຸດ 53 ຄົນເສຍຊີວິດ, 130 ກວ່າຄົນຖືກບາດເຈັບ ແລະ ປະມານ 5,000 ຄົນ ໄດ້ອົບພະຍົບ ຍ້ອນແຜ່ນດິນໄຫວ ເຮັດໃຫ້ດິນເຊາະເຈື່ອນ, ເຮືຶອນຊານເປ່ເພ ແລະ ເສັ້ນທາງຖືກຕັດຂາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລາ​ ຜ່ານມາ, ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ສະ​ບັບ​ປັບ​ປຸງ​ໃໝ່, ໂດຍ​ໄດ້​ປັບ​ການ​ຄາ​ດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ດັ່ງ​ກ່າວ​ຂຶ້ນ​ເປັນ 4.5%, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ປະ​ກາດ​ໃນ​ເດືອນ​ເມ​ສາ​ ຜ່ານມາ.
IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.
ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລ​າ​ ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ​ປະຈຳ​ປີ 2026”. ຮົງກົງ​​ ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​ອີກ​​ຄັ້ງໜຶ່ງ. ໃນ​ມື້​ດຽວ​ກັນ, ​ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງກ່າວ ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ທ່າ​ແຮງ​ດ້ານ​ຕະຫຼາດ​ເສ​ລີ​ ລວມ​ທັງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປີດ​ປະ​ຕູ, ມີ​ປະ​ສິດ​ທິ​ຜົນ​ສູງ ແລະ ຍຸ​ຕິ​ທຳຂອງ​ຮົງ​ກົງ​ອີກ​ຄັ້ງ​ໜຶ່ງ.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ໃນ 9 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ 9 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ 12.3%. ກຳ​ລັ​ງ​ໜູນການ​ເຕີບ​ໂຕແມ່ນ​ໝາກ​ຜົນ​ທີ່​ຕັ້ງ​ໜ້າຂອງ​ການ​ເຄື່ອນ​ໄຫວ​ປູກ​ລ້ຽງ, ປຸງ​ແຕ່ງ ແລະ ຄວາມ​ຕ້ອງ​ການຂອງ​ຕະຫຼາດ. ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສູງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ວົງ​ເງິນ​ ແລະ ປັບ​ປຸງ​​ດຸນ​ການ​ຄ້າຂອງຂົງເຂດ​ກະ​ສິ​ກຳ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເພີ່ມເຕີມ