ທ່ານ ວູດ້າຍທັງ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການພັດທະນາຍັງແມ່ນຂະແໜງການບໍລິການ, ໃນນັ້ນ ຂະແໜງກໍ່ສ້າງຍັງແມ່ນຈຸດສຸມ. ນັບແຕ່ປີ 2027 – 2028 ບັນດາຂະແໜງການໃໝ່, ດ້ວຍມູນຄ່າເພີ່ມສູງ, ເຕັກໂນໂລຊີສູງ, ພິເສດແມ່ນບັນດາຂະແໜງມີຄວາມໝາຍດ້ານວັດທະນະທຳ - ສັງຄົມ ຄື: ສາທາລະນະສຸກ, ການສຶກສາ, ພິເສດແມ່ນວັດທະນະທຳ, ທ່ອງທ່ຽວ, ກໍຈະແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອເພີ່ມເຕີມໃຫ້ແກ່ການເຕີບໂຕຂອງນະຄອນຫຼວງຮ່າໂນ້ຍ ເພື່ອບັນລຸເປົ້າໝາຍເຕີບໂຕ 2 ໂຕເລກໃນໄລຍະຈະມາເຖິງ.
ຕາມແຜນການ, ນະຄອນຫຼວງຮ່າໂນ້ຍ ຕ້ອງຜັນຂະຫຍາຍແຜນການສັງລວມນະຄອນຫຼວງມີວິໄສທັດ 100 ປີໂດຍໄວ, ຈັດການສ້າງ ແລະ ຜັນຂະຫຍາຍບັນດາການວາງແຜນເຂດຕົວເມືອງ, ຊົນນະບົດ ຫັນບັນດາຂໍ້ກຳນົດວາງການວາງແຜນສັງລວມນະຄອນຫຼວງ ຕາມຂໍ້ກຳນົດໃຫ້ປະກົດຜົນເປັນຈິງ.
ຄໍາເຫັນ