ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976-12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ໂຮງໝໍສູນກາງ 103 ກອງທັບ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາກົມ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ, ສປ ຈີນ, ສ ກຸຍບາ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າບັນດາໂຮງໝໍສູນກາງ, ສູນ, ສະຖາບັນ, ກະຊວງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ, ໂຮງໝໍ ຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ, ພະນັກງານອາວຸໂສ-ບໍານານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະເຫມສະຫອງ ວນສາງຕງໂຮງໝສນກາງ 103 ກອງທບ ຄບຮອບ 50 ປ - image 1
 

ໃນພິທີ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກສິລະປະສະໝັກຫຼິ້ນ ຂອງໂຮງໝໍສູນກາງ 103 ກອງທັບ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ໄດ້ເລົ່າຄືນມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງໂຮງໝໍສູນກາງ 103 ກອງທັບ ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ໃນຂອບເຂດທົ່ວປະເທດ ແລະ ສາຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ແຕ່ໜ້າທີ່ອັນສໍາຄັນ ແລະ ຫຍຸ້ງຍາກສັບສົນໃນໄລຍະນີ້ແມ່ນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍາລັງການປະຕິວັດ ເຖິ່ງໄດ້ຮັບໄຊຊະນະ ແຕ່ຍັງອ່ອນນ້ອຍ ຢືນຢູ່ໃນສະພາບການ ແລະ ປະເຊີນໜ້າກັບສັດຕູ ທັງພາຍໃນ ແລະ ພາຍນອກ, ພວກມັນຍັງຊອກທຸກກົນອຸບາຍ ເພື່ອທໍາລາຍມ້າງເພການປະຕິວັດ ຂອງພວກເຮົາ, ຕໍ່ໜ້າສະພາບການດັ່ງກ່າວ ກົມການເມືອງ-ສູນກາງພັກ ແລະ ກອງບັນຊາການທະຫານສູງສຸດ ໄດ້ຕົກລົງເອົາສະຖານທີ່ແຫ່ງນີ້ ນໍາໃຊ້ເປັນບ່ອນກວດ ແລະ ປິ່ນປົວພະຍາດ ໃຫ້ແກ່ກຳລັງປະກອບອາວຸດ ກໍຄື ປະຊາຊົນບັນດາເຜົ່າ ຈົນມາຮອດວັນທີ 12 ສິງຫາ 1976 ກອງບັນຊາການທະຫານສູງສຸດ ໄດ້ອອກຂໍ້ຕົກລົງກໍານົດເອົາ ວັນທີ 12 ສິງຫາ ປີ 1976 ເປັນວັນສ້າງຕັ້ງໂຮງໝໍທະຫານ 103 ຢ່າງເປັນທາງການ, ພະນັກງານແພດໝໍ ໃນເບື້ອງຕົ້ນແມ່ນໄດ້ຍ້າຍມາຈາກໂຮງໝໍ 102 ບ້ານນາຫວິດ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງແມ່ນໂຮງໝໍ ຂອງເສນາຮັກ ຫ້ອງພະລາທິການ ກອງບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ແລະ ສົມທົບກັບແພດໝໍ ຂອງໂຮງໝໍສີສະຫວ່າງວົງ ໃນເມື່ອກ່ອນຈໍານວນໜຶ່ງ. ດັ່ງນັ້ນ, ອາດເວົ້າໄດ້ວ່າ ໂຮງໝໍທະຫານ 103 ນີ້ ແມ່ນສືບຕໍ່ເນື່ອງມາຈາກ ໂຮງໝໍ 102 ນາຫວີດ ໃນເມື່ອກ່ອນ ຕະຫຼອດໄລຍະການປະຕິບັດໜ້າທີ່ການເມືອງ ຂອງໂຮງໝໍເປັນໄລຍະເຄິ່ງສະຕະວັດ ໂດຍຜ່ານຜ່າທຸກໆອຸປະສັກ, ຄວາມຫຍຸ້ງຍາກນາໆ ປະການ ໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງຫ້ອງພະລາທິການ ໃນເມືອກ່ອນ ກໍຄືກົມໃຫຍ່ພະລາທິການກອງທັບ ແລະ ກະຊວງປ້ອງກັນປະເທດ ໃນປັດຈຸບັນ.

ສະເຫມສະຫອງ ວນສາງຕງໂຮງໝສນກາງ 103 ກອງທບ ຄບຮອບ 50 ປ - image 2
 

ຄະນະພັກ-ຄະນະບັນຊາ ແຕ່ລະໄລຍະໄດ້ມີຄວາມສະມັກຄີເປັນປຶກແຜ່ນແກ່ນສານ, ເອົາໃຈໃສ່ປັບປຸງກົມກອງ, ປັບປຸງລະບອບແບບແຜນວິທີເຮັດວຽກ ໃຫ້ກ້າວໜ້າທັນສະໄໝ, ເອົາໃຈໃສ່ຍົກສູງ ແລະ ພັດທະນາເຕັກນິກວິຊາການ, ສຸມໃສ່ສ້າງພະນັກງານວິຊາການ, ພະນັກງານສືບທອດປ່ຽນແທນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີວິຊາສະເພາະເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ໃຫ້ໂຮງໝໍສູນກາງ 103 ກອງທັບ ໃນນີ້, ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ໂຮງໝໍສູນກາງ 103 ກອງທັບ, ຊັ້ນ II ໃຫ້ 5 ກົມກອງ, ຊັ້ນ III ໃຫ້ 12 ກົມກອງ ແລະ ມອບໃບຍ້ອງຍໍໃຫ້ 13 ກົມກອງ.

ສະເຫມສະຫອງ ວນສາງຕງໂຮງໝສນກາງ 103 ກອງທບ ຄບຮອບ 50 ປ - image 3
 

ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມ ຕໍ່ຜົນງານການເຄື່ອນໄຫວວຽກງານ ຕະຫຼອດໄລຍະ 50 ປີ ຂອງໂຮງໝໍສູນກາງ 103 ກອງທັບ ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງພ້ອມກັນຮັກສານາມມະຍົດ “ນັກຮົບເສື້ອຂາວ” ເພື່ອສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຖານນັບມື້ນັບສູງຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນສະພາບການໃໝ່ ຂອງກອງທັບ, ກຽມພ້ອມຮັບມືກັບສິ່ງທ້າທາຍໃໝ່ທີ່ອາດຈະເກີດຂຶ້ນ, ນັກວິທະຍາດສາດການແພດ ຕ້ອງຄົ້ນຄວ້າບໍ່ໃຫ້ຕົກຂ່າວ, ແພດ, ໝໍ, ພະຍາບານ ຕ້ອງເປັນຜູ້ສະດຸ້ງໄວ, ຮຽນຮູ້ສິ່ງໃໝ່ໆຢູ່ທຸກເວລາ, ຕິດຕາມສະພາບການ ແລະ ນໍາທັນສະຖານະການດ້ານການປ້ອງກັນພະຍາດ ແລະ ປິ່ນປົວພະຍາດ ໃຫ້ໄດ້ດີ ແລະ ທັນການ, ສືບຕໍ່ປັບປຸງໂຮງໝໍສູນກາງ 103 ກອງທັບ ແລະ ບັນດາໂຮງໝໍບໍລິເວນ, ໂຮງໝໍຂອງບັນດາກົມກອງ ໃນທົ່ວກອງທັບ ໃຫ້ຮັບປະກັນທາງດ້ານຄຸນນະພາບ, ຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ, ທັງດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ ແລະ ປະກອບບຸກຄະລາກອນທີ່ເກັ່ງ, ຊຳນິຊຳນານ ແລະ ມີມາດຕະຖານນັບມື້ນັບສູງຂຶ້ນ, ລວມທັງລະບົບການບໍລິການຈັດການຂອງໂຮງໝໍ ກໍຕ້ອງຫັນໄປສູ່ແບບແຜນ “ວ່ອງໄວ, ທັນໃຈ ແລະ ທັນສະໄໝ”, ຫັນໄປສູ່ລະບົບດີຈິຕ້ອນ ໃຫ້ໄດ້ໄວເທົ່າໃດຍິ່ງດີ, ສ້າງໂຮງໝໍຂອງກອງທັບໃຫ້ກາຍເປັນໂຮງໝໍ 5 ດີ 1 ພໍໃຈໃຫ້ໄດ້, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ມີຈິດໃຈແພດປະຕິວັດ, ແພດທະຫານ, ມີຈິດໃຈອົດທົນຜ່ານຄວາມຫຍຸ້ງຍາກ, ມີຄວາມກະຕືລືລົ້ນ ໃນການປະຕິບັດໜ້າທີ່, ຮັກອາຊີບ ແລະ ເຮັດໜ້າທີ່ອາຊີບແພດ ດ້ວຍຄວາມຫ້າວຫັນ, ຈິງໃຈ, ຫຼີກເວັ້ນແນວຄິດສວຍໃຊ້ໜ້າທີ່ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ເລືອກປະຕິບັດກັບຜູ້ບາດເຈັບ, ເຈັບປ່ວຍ ໃຫ້ສົມກັບຄໍາສັນລະເສີນໃນບົດເພງ “ແພດປະຕິວັດ” ທີ່ວ່າ “ຍາມເຮົາເຈັບເປັນ ເໝືອນໄດ້ມີແມ່ມາຄຽງຂ້າງອົບອຸ່ນດວງໃຈ". “ວາດເວົ້າສຽງຫົວນີ້ມນວນເໝືອນ ດັ່ງສຽງເພງ”, ສຸມໃສ່ສ້າງພັກ-ພະນັກງານ ໃຫ້ມີຄຸນນະພາບ ແລະ ບັນລຸໄດ້ຕາມຄາດໝາຍທີ່ ຄະນະພັກກະ ຊວງ ໄດ້ວາງໄວ້, ເອົາໃຈໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນຂະບວນການ ຢ່າງແຂງແຮງ, ສ້າງໃຫ້ມີພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ ໃຫ້ມີຄຸນນະພາບ ແລະ ໜຸ່ມແໜ້ນ, ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາກອງທັບປະເທດເພື່ອນມິດຍຸດທະສາດ ເພື່ອສ້າງທັນແຖວແພດໝໍ ໃຫ້ມີຄວາມຮູ້-ຄວາມສາມາດ, ມີຖັນແຖວແພດໝໍທີ່ຊຳນານງານ ນັບມື້ນັບ ຫຼາຍຂຶ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາທຸກຂັ້ນ ໃຫ້ມີວິທະຍາສາດ, ປະຕິບັດຫຼັກການນໍາພາຂອງພັກຢ່າງເຂັ້ມງວດ “ຫຼັກການລວມສູນ, ປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຂາດຕົວ", ຫຼີກເວັ້ນພະຍາດອາດຍາສິດ, ພັກພວກ, ກຸ່ມກ້ອນ, ຈຸ້ມເຈື້ອ, ເຊື້ອສາຍ ແລະ ຫ່າງເຫີນ ຈາກຂະບວນການວຽກງານຕົວຈິງ,ຕັ້ງໜ້າປະຕິບັດໃຫ້ໄດ້ທິດທາງການສ້າງເສດຖະກິດເອກະ

ລາດ ເປັນເຈົ້າຕົນເອງ (ສອຈ), ສ້າງການຫັນປ່ຽນໃໝ່ໃນການກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານພະລາທິການ ໂດຍການນໍາໃຊ້ທ່າແຮງກັບທີ່ຂອງກົມກອງ ໃຫ້ມີປະສິດທິຜົນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ. ພ້ອມນັ້ນ, ຕ້ອງເອົາໃຈໃສ່ຕິດຕາມກວດກາ, ຄຸ້ມຄອງ, ປົກປັກຮັກສາ, ບົວລະບັດບັນດາອຸປະກອນ, ເຄື່ອງປະກອບ ໃຫ້ຮັບປະກັນໃນການປິ່ນປົວ ແລະ ນໍາໃຊ້ໄດ້ຍາວນານ.ຂ່າວ: ຈອນນີ້

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນະພາບ ວ່ອງໄວ ແລະ ຫັນສະ ໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ