ທ່ານ ສີກິດ ກ່າວວ່າ: ໂຮງງານທີ່ວາງແຜນໄວ້ຈະນໍາໃຊ້ວັດສະດຸແມ່ເຫຼັກ neodymium-iron-boron ຊຶ່ງເປັນອົງປະກອບຫຼັກສຳລັບຜະລິດແມ່ເຫຼັກຖາວອນທີ່ໃຊ້ໃນມໍເຕີລົດໄຟຟ້າ.
ທ່ານ ສີກິດ ໄດ້ກ່າວໃນກອງປະຊຸມສຳມະນາວ່າ: ລັດຖະບານມີຈຸດປະສົງພັດທະນາອຸດສາຫະກໍາດັ່ງກ່າວຈາກຂະແໜງການຂຸດຄົ້ນບໍ່ແຮ່ ແລະ ການກັ່ນ, ໄປສູ່ການຜະລິດລົດໄຟຟ້າ. ທ່ານໄດ້ກ່າວວ່າ: Danantara ໄດ້ສ້າງຕັ້ງ ບໍລິສັດ PT Perusahaan Mineral Nasional ແລະ ກຳລັງຮ່ວມມືກັບກະຊວງຕ່າງໆ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ເພື່ອເສີມຂະຫຍາຍຄວາມສາມາດໃນການກັ່ນແຮ່ທາດ.
ອິນໂດເນເຊຍ ມີຊັບພະຍາກອນແຮ່ທາດຫາຍາກທີ່ອຸດົມສົມບູນ, ກຳລັງປ່ຽນຈາກການສົ່ງອອກແຮ່ທາດດິບໄປສູ່ການເພີ່ມມູນຄ່າຜ່ານການປຸງແຕ່ງພາຍໃນປະເທດ ແລະ ການຜະລິດອຸດສາຫະກຳຕໍ່ເນື່ອງ.
ຄໍາເຫັນ