ບົດລາຍງານຊີ້ໃຫ້ເຫັນວ່າ: ການສົ່ງອອກຂອງກຳປູເຈຍໄປຍັງອາຊຽນໃນ 7 ເດືອນທຳອິດຂອງປີນີ້ບັນລຸ 3.54 ຕື້ໂດລາ, ເພີ່ມຂຶ້ນ 0.14% ເມື່ອທຽບໃສ່ປີກ່ອນ, ໃນຂະນະທີ່ການນຳເຂົ້າມີມູນຄ່າທັງໝົດ 8.14 ຕື້ໂດລາ, ເພີ່ມຂຶ້ນ 32.6%.
ທັງນີ້, ການຄ້າໃນພາກພື້ນຄິດເປັນ 25.6% ຂອງການຄ້າທົ່ວໂລກທັງໝົດຂອງກໍາປູເຈຍ ຊຶ່ງມີມູນຄ່າ 45.4 ຕື້ໂດລາ ໃນ 7 ເດືອນທຳອິດ. ຄູ່ຄ້າໃນພາກພື້ນ 5 ອັນດັບຕົ້ນໆຂອງກຳປູເຈຍແມ່ນ ຫວຽດນາມ, ສິງກະໂປ, ໄທ, ມາເລເຊຍ ແລະ ອິນໂດເນເຊຍ.
ສິນຄ້າສົ່ງອອກຫຼັກຂອງກຳປູເຈຍປະກອບມີເຄື່ອງນຸ່ງຫົ່ມ, ເກີບ, ສິນຄ້າເພື່ອການເດີນທາງ, ແຜງພະລັງງານແສງຕາເວັນ, ຢາງລົດ, ອຸປະກອນເອເລັກໂຕຣນິກ ແລະ ຜະລິດຕະພັນກະສິກຳເຊັ່ນ: ເຂົ້າ. ໝາກມ່ວງຫິມະພານ, ນ້ຳຢາງພາລາ, ມັນຕົ້ນ, ທຸລຽນ ແລະ ໝາກກ້ວຍ.
ທ່ານ ທອງ ເມງດາວິດ ຮອງຜູ້ອຳນວຍການສູນສຶກສາຈີນ-ອາຊຽນ ມະຫາວິທະຍາໄລເຕັກໂນໂລຊີ ແລະ ວິທະຍາສາດກຳປູເຈຍ ກ່າວວ່າ: ການຄ້າຂອງກຳປູເຈຍກັບອາຊຽນມີທ່າອ່ຽງທີ່ຈະສືບຕໍ່ເຕີບໂຕໃນອັດຕາສອງໂຕເລກ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການໃນພາກພື້ນທີ່ດີຂຶ້ນ, ການລົງທຶນຂ້າມຊາຍແດນທີ່ເພີ່ມຂຶ້ນ ແລະ ການຂະຫຍາຍເຄືອຂ່າຍການຜະລິດໃນພາກພື້ນ.
ຄໍາເຫັນ