ຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆ ຕະຫຼອດຮອດພໍ່ແມ່ນປະຊາຊົນໃນຂອບເຂດທົ່ວແຂວງ

ການເກັບລາຍໄດ້ ແມ່ນໜຶ່ງຜົນງານພົ້ນເດັ່ນ ໃນການປະຕິບັດແຜນການປີຂອງແຂວງວຽງຈັນ

ການເກັບລາຍໄດ້ ແມ່ນໜຶ່ງຜົນງານພົ້ນເດັ່ນ ໃນການປະຕິບັດແຜນການປີຂອງແຂວງວຽງຈັນ
ໂດຍ: ສ.ບຸດປະຊາ ດ້ວຍການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆ ຕະຫຼອດຮອດພໍ່ແມ່ນປະຊາຊົນໃນຂອບເຂດທົ່ວແຂວງ ໃຫ້ພ້ອມກັນເອົາໃຈໃສ່ເຮັດການຜະລິດ ຫຼື ບໍລິການຫຼາຍຂຶ້ນ,

 

ພ້ອມທັງນໍາໃຊ້ທ່າແຮງທີ່ມີ ການຮ່ວມມືກັນທຸກພາກສ່ວນ ຈັດງານເທດສະການການທ່ອງທ່ຽວ ແລະ ບຸນຮີດຄອງປະເພນີຂອງແຕ່ລະເມືອງ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ເພື່ອກະຕຸ້ນເສດຖະກິດ ແລະ ສັງຄົມຂອງແຂວງໃນແຕ່ລະດ້ານ ໃນນີ້ດ້ານການເກັບລາຍຮັບມີອັນພົ້ນເດັ່ນ ໃນ 6 ເດືອນຕົ້ນປີ ເກັບລາຍຮັບໄດ້ 65,34% ຂອງແຜນການ ຊຶ່ງແມ່ນໜຶ່ງໃນຜົນງານພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນໄລຍະດັ່ງກ່າວ.

ບົດລາຍງານຫຍໍ້ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະ ມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີIIທີ່ຈັດຂຶ້ນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 6ເດືອນຕົ້ນປີນີ້, ສາມາດເກັບລາຍຮັບໄດ້ 218,19 ຕື້ກີບ ເທົ່າກັບ 65,34% ຂອງແຜນການ (ແຜນ 333,93 ຕື້ກີບ) ສາມາດປະຕິບັດອະນຸມັດເບີກຈ່າຍງົບປະມານໄດ້ 400,85 ຕື້ກີບ ເທົ່າກັບ 56,38% ຂອງແຜນການ (ລວມຈ່າຍເງິນລົງທຶນລັດ 120,99 ຕື້ກີບ), ໄດ້ຮັບດຸ່ນດ່ຽງຈາກສູນກາງ 344,89 ຕື້ກີບ ເທົ່າກັບ 76,12% ຂອງແຜນການ. ຂະນະດຽວກັນ, ກໍສາມາດລະດົມເງິນຝາກຍອດລວມໄດ້ 5.907,39 ຕື້ກີບ ລື່ນແຜນ 2.000 ກວ່າຕື້ກີບ (ແຜນ 3.000 ຕື້ກີບ) ແລະ ສາມາດສະໜອງສິນເຊື່ອໃຫ້ແກ່ຫົວໜ່ວຍການຄ້າ-ການບໍລິການ, ອຸດສາຫະກຳ ແລະ ກະສິກຳໄດ້ 922,35 ຕື້ກີບ ລື່ນແຜນການ 15% (ແຜນ 800 ຕື້ກີບ).

ໃນ 6 ເດືອນທ້າຍປີ 2024, ແຂວງຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ຕາມຄາດໝາຍຂອງແຜນ ຊຶ່ງຈະເກັບໃຫ້ໄດ້ຕື່ມອີກ 177,29 ຕື້ກີບ ແລະ ໝົດປີຈະໄດ້ 381,68 ຕື້ກີບ ລື່ນແຜນ 14,30% (ແຜນ 333,93 ຕື້ກີບ) ແລະ ປະຕິບັດລາຍຈ່າຍໃຫ້ໄດ້ໃນລະດັບທີ່ສະພາໄດ້ຮັບຮອງ, ຄາດຄະເນລາຍຈ່າຍທົ່ວແຂວງຮອດທ້າຍປີ ປະມານ 483,49 ຕື້ກີບ ລວມໝົດປີ 835,74 ຕື້ກີບ ລື່ນແຜນ 17,56%; ລື່ນແຜນຍ້ອນວ່າ ຈະໄດ້ສະເໜີກະຊວງການເງິນພິຈາລະນາຂໍດັດແກ້ງົບປະມານລາຍຈ່າຍບາງພາກ, ບາງຮ່ວງ ເປັນຕົ້ນ: ດັດແກ້ເພີ່ມເງິນເດືອນ, ເງິນອຸດໜູນຕື່ມອີກ 28,75 ຕື້ກີບ, ຄ່າຄອງຊີບພະນັກງານ-ລັດຖະກອນ, ຈ່າຍບໍລິຫານປົກກະຕິ, ກະແສໄຟຟ້າ ແລະ ລາຍຈ່າຍອື່ນໆ; ພ້ອມນັ້ນ, ຈະໄດ້ດັດແກ້ລາຍຈ່າຍບ່ວງບໍາເນັດເກັບລາຍຮັບເກີນແຜນປີ 2023 ຕື່ມອີກ 95,56 ຕື້ກີບ.

ສະນັ້ນ, ເພື່ອຈະສູ້ຊົນໃຫ້ບັນລຸຕາມຄາດໝາຍຂອງແຜນ ໃນ 6 ເດືອນທ້າຍປີ ແຂວງໄດ້ປະຕິບັດບາງວຽກຈຸດສຸມ ເປັນຕົ້ນແມ່ນການສົ່ງເສີມການຜະລິດສະບຽງອາຫານ ສະໜອງໃຫ້ແກ່ພາຍໃນ ແລະ ສົ່ງອອກ ເພື່ອທົດແທນການນໍາເຂົ້າໃຫ້ຂຶ້ນຫຼາຍ; ສົ່ງເສີມຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມແຂງກວ່າເກົ່າໂດຍນໍາໃຊ້ນະໂຍບາຍສິນເຊື່ອທີ່ລັດຖະບານສົ່ງເສີມ; ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດຕົວຈິງ; ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸຍາດໄປແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອສ້າງລາຍຮັບງົບປະມານໃຫ້ແກ່ລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ