ການຄ້າລະຫວ່າງກຳປູເຈຍ ແລະ ປະເທດອາຊຽນ ເພີ່ມຂຶ້ນ 4.6%

ການຄ້າລະຫວ່າງກຳປູເຈຍ ແລະ ປະເທດອາຊຽນ ເພີ່ມຂຶ້ນ 4.6%

ການຄ້າລະຫວ່າງກຳປູເຈຍ ແລະ ປະເທດອາຊຽນ ເພີ່ມຂຶ້ນ 4.6%
ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາ; ກົມ​​ພາສີ ​ແລະ ອາກອນ ​ຂອງ​ກຳປູ​ເຈຍ​ລາຍ​ງານ​ວ່າ: ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກຳປູ​ເຈຍ​ ແລະ ປະ​ເທດ​ສະມາຊິກ​ອາ​ຊຽນ ​ຢູ່ທີ່ 5,9 ຕື້​ໂດ​ລາ​ ​ໃນ 4 ​ເດືອນ​ຕົ້ນປີ (ມັງກອນ-​ເມສາ) ຂອງ​ປີ 2025, ​ເພີ່ມ​ຂຶ້ນ 4.6% ຈາກ 5.64 ຕື້ໂດລາ.

 

ບົດລາຍງານລະບຸວ່າ: ກຳປູເຈຍສົ່ງອອກສິນຄ້າໃນມູນຄ່າ 2.35 ຕື້ໂດລາ ໄປຍັງປະເທດສະມາຊິກອາຊຽນໃນໄລຍະປີ 2025, ເພີ່ມຂຶ້ນ 7.3% ຈາກ 2.19 ຕື້ໂດລາ ໃນໄລຍະດຽວກັນຂອງປີ 2024.

ໃນຂະນະດຽວກັນ, ກຳປູເຈຍນຳເຂົ້າສິນຄ້າຈາກປະເທດສະມາຊິກອາຊຽນ ມູນຄ່າ 3.55 ຕື້ໂດລາ, ເພີ່ມຂຶ້ນ 2.9% ຈາກ 3.45 ຕື້ໂດລາ.

ການຄ້າລະຫວ່າງກຳປູເຈຍກັບອາຊຽນໃນໄລຍະດັ່ງກ່າວກວມເອົາ 29.9% ຂອງມູນຄ່າການຄ້າທັງໝົດຂອງປະເທດທີ່ມີເຖິງ 19.7 ຕື້ໂດລາ. ໂດຍປະເທດຄູ່ຮ່ວມມືການຄ້າ 5 ອັນດັບທຳອິດໃນອາຊຽນແມ່ນຫວຽດນາມ, ໄທ, ອິນໂດເນເຊຍ, ສິງກະໂປ ແລະ ມາເລເຊຍ.

ທ່ານ ເພັນ ໂສວິຊິດ ຮອງລັດຖະມົນຕີ ແລະ ໂຄສົກກະຊວງການຄ້າກຳປູເຈຍ ເປີດເຜີຍວ່າ: ສິນຄ້າສົ່ງອອກຕົ້ນຕໍຂອງກຳປູເຈຍໄປຍັງບັນດາປະເທດອາຊຽນລວມມີ: ເຄື່ອງນຸ່ງຫົ່ມ, ເກີບ, ສິນຄ້າເພື່ອການເຄື່ອງເດີນທາງ, ແຜງໂຊລາເຊລ, ອຸປະກອນເອເລັກໂຕຣນິກ, ອາໄຫຼ່ລົດຍົນ ແລະ ລົດຖີບ, ສິນຄ້າກະສິກຳເຊັ່ນ: ເຂົ້າ ແລະ ໝາກມ່ວງຫິມະພານ.

ທັງນີ້, ປະເທດສະມາຊິກອາຊຽນລວມມີ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ທ່ານ ຮຸນມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວໃນກອງປະຊຸມສຸດຍອດທຸລະກິດກຳປູເຈຍ-ອາຊຽນ ເມື່ອບໍ່ດົນມານີ້ວ່າ: ອາຊຽນ ໄດ້ກາຍເປັນສັນຍາລັກແຫ່ງສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຊຶ່ງມີທ່າແຮງສູງ ແລະ ແມ່ນເຂດເສດຖະກິດທີ່ໃຫຍ່ອັນດັບ 5 ຂອງໂລກ, ໃນຂະນະທີ່ການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຊ່ວຍເພີ່ມທະວີຄຳໝັ້ນສັນຍາຂອງອາຊຽນ ໃນການເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄໍາເຫັນ

ຂ່າວຕ່າງປະເທດ

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ວັນທີ 6 ສິງຫາ ຜ່ານມາ, ພະແນກການຄ້າ, ການພັດທະນາ ແລະ ການປະຕິຮູບ, ພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກພະລັງງານຂອງເຂດປົກຄອງຕົນເອງມົງໂກລີທາງພາກເໜືອຂອງ ສປ ຈີນ ຮ່ວມກັນຈັດງານສົ່ງເສີມການລົງທຶນຢູ່ເມືອງ Lianyungang, ແຂວງ Jiangsu ທາງພາກຕາເວັນອອກຂອງ ສປ ຈີນ, ໂດຍສຸມໃສ່ການຊອກຫາວິທີດຶງດູດອຸດສາຫະກຳທີ່ໃຊ້ພະລັງງານສູງ ແລະ ກ້າວໜ້າ ໂດຍການນຳໃຊ້ປະໂຫຍດຈາກພະລັງງານສີຂຽວຂອງພາກພື້ນ.
ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທະນາຄານກາງມາເລເຊຍລາຍງານວ່າ,ເສດຖະກິດມາເລເຊຍໃນໄຕມາດທີສອງ (ເມສາ-ມິຖຸນາ) ຂອງປີ 2026 ຂະຫຍາຍຕົວ 6% ຕໍ່ປີ, ເພີ່ມຂຶ້ນຈາກ 5.4% ໃນໄຕມາດທຳອິດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ແລະ ການສົ່ງອອກທີ່ເພີ່ມຂຶ້ນ.
ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ສິງຫາ ຜ່ານມາວ່າ: ການສົ່ງອອກນ້ຳມັນຂອງອີຣັກໄດ້ເພີ່ມຂຶ້ນນັບຕັ້ງແຕ່ຕົ້ນເດືອນສິງຫາ 2026, ໂດຍສະເລ່ຍປະມານ 2 ລ້ານບາເຣວຕໍ່ມື້ ຊຶ່ງເປັນຜົນມາຈາກການຂະຫຍາຍປະລິມານການສົ່ງອອກຢ່າງຕັ້ງໜ້າຂອງລັດຖະບານ, ການເປີດເສັ້ນທາງຂົນສົ່ງນໍ້າມັນ ແລະ ອາຍແກ໊ສເພີ່ມເຕີມ.
ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ສິງຫານີ້ວ່າ: ໃນວັນທີ 16 ສິງຫາ ຜ່ານມາ,ອົງການຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ແຜ່ນດິນໄຫວຂະໜາດ 7,7 ຣິກເຕີທີ່ເກີດຂຶ້ນຢູ່ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນຕ້ອງໄດ້ຍົກຍ້າຍເພື່ອລີ້ໄພ. ປັດຈຸບັນ, ໜຶ່ງໃນບຸລິມະສິດຂອງວຽກງານກູ້ໄພສຸກເສີນແມ່ນການຮັບປະກັນຄວາມຕ້ອງການດ້ານການດຳລົງຊີວິດປະຈຳວັນຂອງຜູ້ປະສົບໄພຢູ່ບ່ອນພັກທີ່ຈັດສັນໄວ້ ແລະ ການສະໜອງເຄື່ອງບັນເທົາທຸກ.
ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ເພີ່ມເຕີມ