ການຈັດຕັ້ງປະຕິບັດວຽກງານພັດທະນາກະສິກຳ

ການຂະຫຍາຍຕົວຂອງວຽກລ້ຽງສັດ ແລະ ການປະມົງ ຢູ່ແຂວງໄຊຍະບູລີ

ການຂະຫຍາຍຕົວຂອງວຽກລ້ຽງສັດ ແລະ ການປະມົງ ຢູ່ແຂວງໄຊຍະບູລີ
ໂດຍ: ສ.ບຸດປະຊາ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງແຂວງໄຊຍະບູລີ ທີ່ລົງວັນທີ 28 ມິຖຸນາ ຜ່ານມາ ໃຫ້ຮູ້ວ່າ: ວຽກລ້ຽງສັດ ແລະ ການປະມົງຂອງແຂວງ

 ມີການຂະຫຍາຍຕົວ 0,21% ທຽບໃສ່ແຜນການປີກໍຄືມະຕິສະພາແມ່ນ 7% ສາມາດປະຕິບັດໄດ້ພຽງ 3% ສາມາດຕອບສະໜອງທາດຊີ້ນໄດ້ຢ່າງພຽງພໍກັບຄວາມຕ້ອງການ.

ລ້ຽງສັດຂອງປະຊາຊົນໃນໄລຍະ 6 ເດືອນຕົ້ນປີ 2024 ຝູງສັດລ້ຽງໃນໄລຍະຕົ້ນປີມີການຂະຫຍາຍຕົວ, ມີສັດລ້ຽງທັງໝົດ 5.411.946 ໂຕ; ໃນນັ້ນ, ມີຄວາຍ 84.699 ໂຕ, ທຽບໃສ່ຝູງສັດ 6 ເດືອນຕົ້ນປີຜ່ານມາຫຼຸດລົງ 3.300 ໂຕ, ທຽບໃສ່ແຜນການປີ (3.650ໂຕ) ຍັງບໍ່ມີການຂະຫຍາຍຕົວ, ທຽບໃສ່ປີຜ່ານມາຝູງສັດລ້ຽງຫຼຸດລົງ 6.543ໂຕ; ງົວ 332.676 ໂຕ, ທຽບໃສ່ຝຸງສັດ 6 ເດືອນຕົ້ນປີຜ່ານມາເພີ່ມຂຶ້ນ 4.667 ໂຕ, ທຽບໃສແຜນການປີ (27.989 ໂຕ) ຍັງບໍ່ມີການຂະຫຍາຍຕົວ, ທຽບໃສ່ປີຜ່ານມາຝູງສັດລ້ຽງຫຼຸດລົງ 17.191 ໂຕ; ໝູ 190.228 ໂຕ, ທຽບໃສ່ຝູງສັດ 6 ເດືອນຕົ້ນປີຜ່ານມາເພີ່ມຂຶ້ນ 171 ໂຕ, ທຽບໃສ່ແຜນການປີ (11.941ໂຕ) ຍັງບໍ່ມີການຂະຫຍາຍຕົວ, ທຽບໃສ່ປີຜ່ານມາຝູງສັດລ້ຽງຫຼຸດລົງ 8.785 ໂຕ; ແບ້ 40.651 ໂຕ, ທຽບໃສ່ຝູງສັດ 6 ເດືອນຕົ້ນປີຜ່ານມາເພີ່ມຂຶ້ນ 4.381 ໂຕ, ທຽບໃສ່ປີຜ່ານມາເຫັນວ່າຫຼຸດລົງ 401 ໂຕ; ສັດປີກ 4.665.400 ໂຕ, ທຽບໃສຝຸງສັດ 6 ເດືອນຕົ້ນປີເພີ່ມຂຶ້ນ 226.703 ໂຕ, ທຽບໃສ່ປີຜ່ານມາເຫັນວ່າຫຼຸດລົງ 328.012 ໂຕ; ຊ້າງ 171 ໂຕ, ມ້າ 34 ໂຕ, ໝາ 97.801 ໂຕ, ແກະ 66 ໂຕ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າການລ້ຽງສັດກໍໄດ້ມີການຂະຫຍາຍຕົວ ແລະ ໄດ້ຫັນຈາກການລ້ຽງແບບທໍາມະຊາດກະແຈກກະຈາຍມາລ້ຽງແບບເປັນກຸ່ມ, ເປັນຟາມຕິດພັນກັບການປູກຫຍ້າອາຫານສັດ ແລະ ຕາໜ່າງສັດຕະວະແພດ. ນອກນັ້ນ, ການລ້ຽງປາໃນໜອງກໍມີການຂະຫຍາຍຕົວຢ່າງແຜ່ຫຼາຍໃນຂອບເຂດທົ່ວແຂວງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຜະລິດທາດຊີ້ນສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການ, ສາມາດຕອບສະໜອງການບໍລິໂພກສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 24,12 ກິໂລ/ຄົນ/6 ເດືອນທຽບໃສ່ແຜນປີ 2024 (55 ກິໂລ/ຄົນ/ປີ) ປະຕິບັດໄດ້ເທົ່າກັບ 43,85% ຊຶ່ງສະແດງອອກໃນການບໍລິໂພກທາດຊີ້ນ, ປາ ແລະ ໄຂ່ໄດ້ທັງໝົດ 10.455,90 ໂຕນ; ໃນນັ້ນ,ການບໍລິໂພກຊີ້ນ 4.635,67 ໂຕນ, ປາ 2.076,65 ໂຕນ (ປາລ້ຽງ 783,20 ໂຕນ, ປາດຸກ 489,50 ໂຕນ, ປາກະຊັງ444,15 ໂຕນ ແລະ ປາທໍາມະຊາດ 359,79 ໂຕນ), ອາຫານຈາກທໍາມະຊາດເຊັ່ນ: ກຸ້ງ, ຫອຍ, ປູ ແລະ ອື່ນໆ 2.182,73 ໂຕນ, ໄຂ່ໄດ້ 1.536,92 ໂຕນ, ຈາກການນໍາເຂົ້າ 13,93 ໂຕນ.

ໄລຍະ 6 ເດືອນທ້າຍປີນີ້, ແຂວງຈະສູ້ຊົນໃຫ້ໄດ້ມີການບໍລິໂພກຊີ້ນ, ໄຂ່, ປາ ໃຫ້ໄດ້ 23.816 ໂຕນ, ສະເລ່ຍ 55 ກິໂລ/ຄົນ/ປີ ຂຶ້ນໄປ ແລະ ສູ້ຊົນໃຫ້ຝູງສັດລ້ຽງຂະຫຍາຍຕົວ ສະເລ່ຍ 7% ຂອງຝູງສັດ; ໃນນີ້, ງົວໃຫ້ໄດ້ 8% ຂອງຝູງສັດ ເທົ່າກັບ 17.989 ໂຕ, ຄວາຍໃຫ້ໄດ້ 4% ຂອງຝູງສັດ ເທົ່າກັບ 3.650 ໂຕ, ໝູໃຫ້ໄດ້ 6% ຂອງຝູງສັດ ເທົ່າກັບ 11.941 ໂຕ, ແບ້ໃຫ້ໄດ້ 11,5% ຂອງຝູງສັດ ເທົ່າກັບ 4.721 ໂຕ, ສັດປີກໃຫ້ໄດ້ 5,5% ຂອງຝູງສັດ ເທົ່າກັບ 274.683 ໂຕ.

ນັ້ນແມ່ນສະພາບຂອງວຽກລ້ຽງສັດ ແລະ ການປະມົງຢູ່ແຂວງໄຊຍະບູລີ ໃນໄລຍະ 6 ເດືອນຕົ້ນປີ 2024 ໃນແຜນງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການ ທີ່ແມ່ນບາງຜົນງານໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຂົ້າໃນແຜນການປີຂອງຂະແໜງກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ທີ່ໄດ້ຜ່ານການຈັດຕັ້ງປະຕິບັດຕົວຈິງ ທີ່ມີປະຊາຊົນຂອງແຂວງ ມີສ່ວນຮ່ວມໃນຈັດຕັ້ງການປະຕິບັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ແຂ່ງຂັນກິລາເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V

ສານປະຊາຊົນສູງສຸດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະະພັກ ສານປະຊາຊົນສູງສຸດ ຄັ້ງທີ V ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີ ຊີງຂັນລາງວັນ ປະທານສານປະຊາຊົນສູງສຸດ ຊຶ່ງຂະບວນການດັ່ງກ່າວຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ), ໂດຍການເປັນກຽດເຂົ້າຮ່ວມພິເປີດຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຜູ້ພິພາກສາ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ພະນັກງານ-ລັດຖະກອນ ອ້ອມຂ້າງສານປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ບໍລິສັດຈະເລີນພັດທະນາ ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ

ວັນທີ 8 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຈະເລີນພັດທະນາ ໄດ້ມອບເງິນຊ່ວຍເຫຼືອໄພພິບັດແຂວງຄຳມ່ວນ ຈຳນວນ 20 ລ້ານກີບ ມອບໂດຍທ່ານ ພົງສະຫວັນ ໄຊຍະແສງ ປະທານບໍລິສັດ ຈະເລີນພັດທະນາ ແລະ ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຍົກສູງຄວາມຮູ້-ຄວາມສາມາດຂອງຕົນໃຫ້ທັນຍຸກ, ທັນສະໄໝ, ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາຜ່ານມາວ່າ: ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຫຼາຍສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ພວກເຮົາຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ໄຊສົມບູນ ປະກາດການຈັດຕັັ້ງພະແນກການ ແລະ ໂອນວຽກເຂົ້າກັນ

ແຂວງໄຊສົມບູນ ໄດ້ປະກາດການຈັດຕັັ້ງພະແນກການ, ອົງການຂັ້ນແຂວງ ທີ່ຖືກໂຮມ, ໂອນວຽກເຂົ້າກັນ, ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ເປີດບັ້ນດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງຊຽງຂວາງ

ໃນວັນທີ 7-9 ສິງຫານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຄະນະບໍລິຫານງານພັກແຂວງຊຽງຂວາງໄດ້ເປິດບັ້ນດຳເນີນຊີວິດການເມືອງທ້າຍສະໄໝສະໄໝທີ VIII ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະບໍລິຫານງານພັກແຂວງ ແລະ ການນຳຈາກສູນກາງເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ອົງການໄອຍະການປະຊາຊົນ ໄຊສົມບູນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6ເດືອນ ຕົ້ນປີ

ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນ ທົ່ວແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ການທົດລອງຄັ້ງສຸດທ້າຍ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025

ສູນສະຖິຕິແຫ່ງຊາດ, ກະຊວງການເງິນໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານກ່ອນການເດີນສຳຫຼວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ ວັນທີ 3 ພະຈິກ 2025.
ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈໂຄງການກະສິກຳ ປູກພືດ-ລ້ຽງສັດ

ແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານຂອງ 3 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ ແລະ ເມືອງຊານໄຊ.
ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກະສິກໍາເຊື່ອມສານເພື່ອປັບປຸງວຽກງານໂພຊະນາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ກອງປະຊຸມລິເລີ້ມໂຄງການກະສິກໍາ ເຊື່ອມສານເພື່ອປັບປຸງວຽກງານດ້ານໂພຊະນາການ ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ໄລຍະທີ 2 ໄດ້ຈັດຂຶ້ນໃນ ວັນທີ 7 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີທ່ານ ນາງ ອີແດລໄວສ໌ ຊີລານ (Ms. Edelweiss Silan) ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ, ຕະຫຼອດເຖິງຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ