ຂ່າວຕ່່າງປະເທດລາຍງານວ່າ: ການຂາຍລົດໄຟຟ້າໃນປີ 2023ຢູ່ອົດສະຕຣາລີ ໄດ້ເພີ່ມຂື້ຶ້ນຫລາຍກວ່າ 2 ເທົ່າ ຊຶ່ງເປັນຍອດຂາຍສູງສຸດ, ອີງຕາມຂ້ໍມູນທີ່ເປີດເຜີຍໂດຍສະພາອຸດສາຫະກຳລົດໃຫ້ຮູ້ໃນວັນທີ 5 ມັງກອນວ່າ: ຢູ່ໃນປະເທດອົດສະຕຣາລີໄດ້ຂາຍລົດໄຟຟ້າ 87.217 ຄັນໃນປີ 2023.ເພີ່ມຂຶ້ນ 7,2% ຂອງການຂາຍລົດໃໝ່ທັງໝົດ. ເພີ່ມຂຶ້ນ 3,2% ເມື່ອທຽບກັບປີ 2022 ທີ່ຂາຍໄດ້ 33,410 ຄັນ.
ລົດໄຟຟ້າ , ລົດທີ່ໃຊ້ທັງນ້ຳມັນ ແລະ ໄຟຟ້າໃນຄັນດຽວກັນນັ້ນກວມເອົາ 16,2% ຂອງຍອດຂາຍລົດທັງໝົດ. ທ່ານ ເບຮາດ ຈາຟາຣີ ຫົວໜ້າຄະນະບໍລິການງານຂອງສະມາຄົມລົດໄຟຟ້າກ່າວກັບ ABC ວ່າ: ຍອດຂາຍເພີ່ມຂຶ້ນຍ້ອນໄດ້ຮັບການ
ສະໜັບສະໜູນ, ອົດສະຕຣາລີຍັງນຳຫລັງໂລກຢູ່. ແຕ່ພວກເຮົາກຳລັງໄລ່ຕາມໂລກໃຫ້ທັນຢ່າງໄວວາທີ່ສຸດ.ພວກເຮົາຢາກເຫັນຍອດຂາຍໃນປີນີ້ສືບຕໍ່ເພີ່ມຂຶ້ນສອງເທົ່າເຊັ່ນກັນ.
ການຂາຍລົດໄຟຟ້າໄດ້ເພີ່ມຂຶ້ນສອງເທົ່າໃນແຕ່ລະປີ, ບໍ່ມີລົດປະເພດອື່ນທີ່ຂາຍໄດ້ແບບນີ້ແມ່ນແຕ່ລົດໃຊ້ນ້ຳມັນແອັດຊັງ,ກາຊວນ ແລະ ລົດປະເພດໄຮບຣີດທີ່ເຮັດໄດ້ແບບນີ້. ການຂາຍລົດໃໝ່ຢູ່ອົດສະຕຣາລີຕາມການບັນທຶກໃນປີ 2023 ໄດ້ທັງໝົດ 1,21 ລ້ານຄັນ, ທຳລາຍສະຖິຕິສູງສຸດໃນປີ 2017 ທີ່ຂາຍໄດ້ 1,18 ລ້ານຄັນ.
ລົດຍີ່ປຸ່ນຍີ່ຫໍ້ໂຕໂຍຕາແມ່ນໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນຕະຫລາດອົດສະຕຣາລີ, ຊຶ່ງກວມຍອດຂາຍ 17,7%. ຫລາຍກວ່າສອງເທົ່າຂອງສ່ວນແບ່ງການຕະລາດຂອງລົດປະເພດອື່ນ. ສ່ວນລົດຍີ່ຫໍ້ເຕສລາ ລຸ້ນ Y ແມ່ນລົດໄຟຟ້າທີ່ໄດ້ຮັບຄວາມ
ນິຍົມຫລາຍທີ່ສຸດ,ຢູ່ອັນດັບ 6 ຂອງປະເພດລົດທີ່ບໍ່ໃຊ້ນ້ຳມັນ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ