ເພື່ອຕອບສະໜອງສະບຽງອາຫານປະເພດຊີ້ນປາອາຫານ ໃຫ້ພຽງພໍ

ການລ້ຽງສັດ ແລະ ການປະມົງ ຢູ່ແຂວງໄຊຍະບູລີ

ການລ້ຽງສັດ ແລະ ການປະມົງ ຢູ່ແຂວງໄຊຍະບູລີ
ໂດຍ:ວັນໄຊ ຕະວິນຍານ ເພື່ອຕອບສະໜອງສະບຽງອາຫານປະເພດຊີ້ນປາອາຫານ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ພະແນກກະສິກໍາ-ປ່າໄມ້ ແຂວງໄຊຍະບູລີ ໄດ້ມີຄວາມພະຍາຍາມ ໃນການປຸກລະດົມປະຊາຊົນລ້ຽງສັດໃຫຍ່ ແລະ ນ້ອຍ

 

 ຈາກການລ້ຽງແບບທໍາມະຊາດຂອງປະຊາຊົນ ຫັນມາລ້ຽງເປັນຟາມ,ເປັນກຸ່ມ ຕິດພັນກັບການປູກຫຍ້າອາຫານສັດ ແລະ ຕາໜ່າງສັດຕະວະແພດ.ນໍາໃຊ້ເຕັກນິກວິຊາການເຂົ້າຊ່ວຍ ຈຶ່ງເຮັດໃຫ້ສັດລ້ຽງປະເພດຕ່າໆ ຂະຫຍາຍຕົວດີພໍສົມຄວນ.ໃນປີ 2024 ຜ່ານມາ, ການຂະຫຍາຍຕົວຂອງຝູງສັດພາຍໃນແຂວງ ເທົ່າກັບ 7.86% ທຽບໃສ່ແຜນການປີ (7%) ປະຕິບັດໄດ້ 101%, ມາເຖິງປັດຈຸບັນທົ່ວແຂວງ ມີສັດລ້ຽງທັງໝົດ 6,263.931 ໂຕ, ທຽບໃສ່ປີຜ່ານມາ ສັດລ້ຽງເພີ່ມຂຶ້ນ 492,474 ໂຕ,

ການລ້ຽງສັດໃຫຍ່ໄດ້ຕິດພັນກັບທົ່ງຫຍ້າທໍາມະຊາດ ໃນທົ່ວແຂວງມີທົ່ງຫຍ້າທໍາມະຊາດ ທັງໝົດ 794 ແຫ່ງ, ມີເນື້ອທີ່ທັງໝົດ 24,884.54 ເຮັກຕາ. ນອກນັ້ນ,ຍັງມີຄອບຄົວປູກຫຍ້າອາຫານສັດທັງໝົດ 9,849 ຄອບຄົວ, ມີເນື້ອທີ່ສາມາດປູກໄດ້ 30,195.89 ເຮັກຕາ, ໃນປັດຈຸບັນ,ປູກຫຍ້າແລ້ວ 23,017 ເຮັກຕາ.

ໄປຄ່ຽງຄູ່ກັນນີ້, ແຂວງຍັງປຸກລະດົມການລ້ຽງປາໃນໜອງ ຢ່າງແຜ່ຫຼາຍໃນຂອບເຂດທົ່ວແຂວງ. ຈຶ່ງເຮັດໃຫ້ການຜະລິດທາດຊີ້ນ, ປາ, ໄຂ່ ໄດ້ທັງໝົດ 31,388 ໂຕນ ແລະ ສາມາດຕອບສະໜອງການບໍລິໂພກໄດ້ 25,272.96 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 58.36 ກິໂລ/ຄົນ/ປີ. ທຽບໃສ່ແຜນປີ 2024 (55 ກິໂລ/ຄົນ/ປີ ປະຕິບັດໄດ້ເທົ່າກັບ 106.10% ໃນນີ້: ຈຳນວນສັດທີ່ນຳມາບໍລິໂພກສະແດງໃຫ້ເຫັນຄື: ຊີ້ນຄວາຍ ຈຳນວນ 1,272.98 ໂຕນ ເທົ່າກັບ ຄວາຍຈໍານວນ 7,715 ໂຕ,ຊີ້ນງົວ ຈຳນວນ 1,827.09 ໂຕນ ເທົ່າກັບງົວ ຈໍານວນ 13,317 ໂຕ,ຊີ້ນໝູ 2,521.16 ໂຕນ ເທົ່າກັບໝູ ຈໍານວນ 45,182 ໂຕ,ຊີ້ນສັດປີກ 7,111.96 ໂຕນ ເທົ່າກັບສັດປີກ ຈໍານວນ 5,926,633 ໂຕ,ຊີ້ນແບ້ 195.85 ໂຕນເທົ່າກັບແບ້ຈຳນວນ 9,371 ໂຕ,ປາ 6,057.38 ໂຕນ (ປາລ້ຽງໃນໜອງດິນ 4,415.05 ໂຕນ, ປາກະຊັງ 475.88 ໂຕນ ແລະ ປາທຳມະຊາດ 1,166.45 ໂຕນ) ອາຫານຈາກທຳມະຊາດ ເຊັ່ນ: ກຸ້ງ, ຫອຍ, ປູ ແລະ ອື່ນໆ 3,582.05 ໂຕນ,ຈາກການນຳເຂົ້າ ແລະ ອື່ນໆ 24.06 ໂຕນ ແລະ ໄຂ່40,206,690 ໜ່ວຍ, ເທົ່າກັບ 2,680.45 ໂຕນ.

ສໍາລັບວຽກງານສັກຢາກັນພະຍາດສັດໃນປີ 2024 ຜ່ານມາ,ພະແນກກະສິກໍາແຂວງໄດ້ລົງເຄື່ອນໄຫວ

ສັກຢາກັບພະຍາດສັດ ປະເພດຕ່າງໆໄດ້ທັງໝົດ1,572,349 ໂຕ, ກວມເອົາ 25.10% ຂອງສັດລ້ຽງທັງໝົດພາຍໃນແຂວງ,ໃນນັ້ນ ສັກຢາກັນພະຍາດງົວ 140,816 ໂຕ ທຽບໃສ່ແຜນການປີ (80% ຂອງຝູງສັດ) ປະຕິບັດໄດ້ 55.46 %,ຄວາຍ 54,817 ໂຕ ທຽບໃສ່ແຜນການປີ(80% ຂອງຝູງສັດ) ປະຕິບັດໄດ້ 82.49%,ໝູ 86.785 ໂຕ ທຽບໃສ່ແຜນການປີ (45% ຂອງຝູງສັດ),ປະຕິບັດໄດ້ 103.85%,ສັດປີກ 1,261,141 ໂຕ ທຽບໃສ່ແຜນການປີ (18% ຂອງຝູງສັດ),ປະຕິບັດໄດ້ 126.53%,ວໍ້ໝາ 16,343 ໂຕ ທຽບໃສ່ແຜນການ ປີ (26% ຂອງຝູງສັດ), ປະຕິບັດໄດ້ 64.74%,ແບ້ 12,447ໂຕ ເທົ່າກັບ 28.93% ຂອງຝູງສັດລ້ຽງ.

ປັດຈຸບັນ,ທົ່ວແຂວງ ມີຮ້ານຂາຍຢາ ແລະ ອຸປະກອນສັດຕະວະແພດ ທັງໝົດ 31 ແຫ່ງ; ໃນນັ້ນຂອງລັດ 4 ແຫ່ງ ແລະ ຮ້ານເອກະຊົນ 27 ແຫ່ງ ມີສັດຕະວະແພດທັງໝົດ 384 ຄົນ.

ເຖິງຢ່າງໃດກໍຕາມ, ຖ້າທຽບໃສ່ແຜນການສັກຢາກັນພະຍາດສັດໃນປີຜ່ານມາ ແມ່ນບໍ່ໄດ້ຕາມແຜນການ, ປະຊາຊົນຈໍານວນໜຶ່ງ ລ້ຽງສັດຢູ່ເຂດຫ່າງໄກສອກຫຼີກ, ການເດີນທາງໄປສັກຢາພົບຄວາມຫຍຸ້ງຍາກ, ເຮັດໃຫ້ສັດລ້ຽງຂອງປະຊາຊົນບໍ່ໄດ້ຮັບການສັກຢາກັນພະຍາດຢ່າງຕໍ່ເນື່ອງ,ຈຳນວນຢາປ້ອງກັນຍັງມີຈຳກັດ ຈຶ່ງເຮັດໃຫ້ສັດເກີດພະຍາດໄດ້ງ່າຍ ຊຶ່ງສະແດງອອກຄື: ປີ 2024 ຜ່ານມາ,ມີສັດເຈັບປ່ວຍທີ່ໄດ້ຮັບການສັກຢາປິ່ນປົວພະຍາດປາກເປື່ອຍລົງເລັບ, ເຕົ້າໂຮມເລືອດ, ພະຍາດອະຫິວາໝູ, ພະຍາດອະຫິວາສັດປີກ, ພະຍາດນິວຄາເຊິນ ແລະ ພະຍາດລຳໄສ້ອັກເສບໝາ ທັງໝົດ 54,200 ໂຕ ໃນນັ້ນ: ຄວາຍ 4,627 ໂຕ, ງົວ 8,367 ໂຕ, ໝູ 6,440 ໂຕ, ແບ້ 1,682 ໂຕ, ໝາ 2,741 ໂຕ, ສັດປີກ 30,343 ໂຕ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ